Homeຂ່າວພາຍ​ໃນຈັດກອງປະຊຸມຕ້ານການສໍ້ລາດບັງຫຼວງຂົງເຂດອາຊີຕາເວັນອອກສ່ຽງໃຕ້

ຈັດກອງປະຊຸມຕ້ານການສໍ້ລາດບັງຫຼວງຂົງເຂດອາຊີຕາເວັນອອກສ່ຽງໃຕ້

Published on

15-11-2556 10-55-58

ກອງປະຊຸມຄັ້ງທີ 9 ເພື່ອ ຕ້ານການສ້ໍລາດບັງຫລວງໃນ ຂົງເຂດອາຊີຕາເວັນອອກສ່ຽງ ໃຕ້ ຫຼື ອາຊຽນ ໂດຍລາວໄດ້ ຮັບກຽດເປັນເຈົ້າພາບໄດ້ຈັດ ຂຶ້ນໃນຕອນເຊົ້າຂອງວັນທີ 14 ພະຈິກ 2013 ນີ້ຢູ່ທີ່ໂຮງ ແຮງດອນຈັນພາເລດ, ນະ ຄອນຫລວງວຽງຈັນ ໂດຍ ການເຂົ້າຮ່ວມເປັນປະທານ ຂອງພະນະທ່ານອາຊາງ ລາວ ລີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ດຣ
ບຸນທອງ ຈິດມະນີ ປະທານອົງ ການກວດກາລັດຖະບານ, ຫົວຫນ້າອົງການຕ້ານການສໍ້ ລາດບັງຫລວງ, ພ້ອມດ້ວຍ ຫົວຫນ້າຄະນະຜູ້ແທນຈາກ 9 ປະເທດກຸ່ມອາຊຽນ, ບັນດາ ທູຕານຸທູດ, ຜູ້ຕາງຫນ້າອົງ ການຈັດຕັ້ງສາກົນປະຈຳລາວ ເຂົ້າຮ່ວມ 200 ກ່ວາທ່ານ.
ກ່າວໄຂກອງປະຊຸມຄັ້ງນີ້ ທ່ານອາຊຽງ ລາວລີ ຮອງນາ ຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວວ່າ: ການສໍ້ລາດ ບັງຫລວງແມ່ນປາກົດການ ຫຍໍ້ທໍ້ຫນຶ່ງໃນກົງຈັກລັດ ທັງ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ ຂອງປະເທດຊາດ ມັນເກີດ ຂຶ້ນກັບທຸກໆປະເທດໃນໂລກ ບໍ່ຈຳແນກວ່າປະເທດນັ້ນຈະ ທຸກຍາກ, ຮັ່ງມີ, ປະເທດໃຫຍ່, ປະເທດນ້ອຍ, ພັດທະນາ ແລ້ວຫຼື ກຳລັງພັດທະນາ ແລະ ດ້ອຍພັດທະນາ, ການສ້ໍລາດ ບັງຫຼວງແມ່ນໄພອັນຕະລາຍ ທີ່ນຳໄປສູ່ການກົດໜ່ວງທ່ວງ ດຶງການພັດທະນາ ມີສ່ວນ ເຮັດໃຫ້ປະຊາຊົນບໍ່ໄດ້ຮັບ ການຊົມໃຊ້ຜົນປະໂຫຍດ ຂອງຕົນຢ່າງທົ່ວເຖິງ, ຊອບ ທຳ ແລະ ເຕັມສ່ວນ, ຫຼັງຈາກ ນັ້ນບັນດາຄະນະຜູ້ແທນຂອງ ແຕ່ລະປະເທດກໍ່ໄດ້ຜັດປ່ຽນ ກັນຂຶ້ນສະເໜີບົດລາຍງານ ປະກອບຄຳຄິດຄຳເຫັນເພື່ອ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນ ແນວທາງຫຼືວິທີການໃນການ ຕ້ານການສໍ້ລາດບັງຫລວງ ໃນຂົງເຂດອາຊີຕາເວັນອອກ ສ່ຽງໃຕ້ ແລະ ບັນຫາອື່ນໆທີ່ ກອງປະຊຸມມີຄວາມສົນໃຈ ຮ່ວມກັນ, ນອກຈາກນັ້ນໃນ ກອງປະຊຸມຄັ້ງນີ້ຍັງປຶກສາຫາ ລື ແລະ ຕົກລົງກ່ຽວກັບການ ຈັດກອງປະຊຸມຕ້ານການສໍ້ ລາດບັງຫລວງຂົງເຂດອາຊີ ຕາເວັນອອກສ່ຽງໃຕ້ຄັ້ງທີ 10 ວ່າຈະມອບໃຫ້ປະເທດໃດ ເປັນເຈົ້າພາບ, ພ້ອມທັງຮັບ ຟັງການປະກອບຄຳຄິດຄຳ ເຫັນຂອງຜູ້ຕາງຫນ້າຂອງອົງ ການ UNODE ປະຈຳ ສປປ ລາວ ກ່ຽວກັບກົນໄກທົບທວນ ການປະຕິບັດສົນທິສັນຍາ ຂອງ ສປຊ ກ່ຽວກັບການຕ້ານ ການສໍ້ລາດບັງຫລວງ.
ກອງປະຊຸມຄັ້ງນີ້ຈະໄດ້ດຳ ເນີນໄປເປັນເວລາ 2 ວັນຈິ່ງ ຈະອັດລົງ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...