spot_img
Homeຂ່າວທ້ອງຖິ່ນສາທາລະນະສຸກແຂວງເຊກອງ ເນັ້ນໃຫ້ປະຊາຊົນເຝົ້າລະວັງໄຂ້ເລືອດອອກ!

ສາທາລະນະສຸກແຂວງເຊກອງ ເນັ້ນໃຫ້ປະຊາຊົນເຝົ້າລະວັງໄຂ້ເລືອດອອກ!

Published on

5.10.2015 B.05.10.1

ຂປລ. ສະພາບການເປັນໄຂ້ຍຸງ ຢູ່ 4 ແຂວງພາກໃຕ້ຄື: ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ແມ່ນມີທ່າອ່ຽງເພີ່ມຂຶ້ນ, ສຳລັບ ຢູ່ແຂວງເຊກອງ ນັບແຕ່ຕົ້ນປີ 2015 ມາຮອດປັດຈຸບັນ ມີສະພາບໄຂ້ຍຸງເກີດຂຶ້ນ ຫລາຍກວ່າ 50 ກໍລະນີ.

ທ່ານ ປານີ ດວງທອງພະຈັນ ຫົວໜ້າສະຖານີໄຂ້ຍຸງ ແຂວງເຊກອງ ​​​ເປີດ​ເຜີຍ​ໃຫ້​ຮູ້​ເມື່ອ​ທ້າຍ​ເດືອນ​ກັນຍາວ່າ: ປັດຈຸບັນ ສະພາບອາກາດ ມີການປ່ຽນແປງບາງເຂດບາງທ້ອງຖິ່ນອາດມີຝົນຕົກ, ເຮັດໃຫ້ມີຄວາມສ່ຽງ ໃນການເກີດພະຍາດລະບາດໄດ້ງ່າຍ ແລະ ເປັນ ເງື່ອນໄຂ ເຮັດໃຫ້ຍຸງຂະຫຍາຍພັນໄດ້ໄວ, ຕາມປົກກະຕິແລ້ວເມື່ອບໍ່ມີນ້ຳ, ໄຂ່ຂອງຍຸງຈະມີອາຍຸຢູ່ໄດ້ 250 ວັນ ແຕ່ຖ້າມີນ້ຳຕົກໃສ່ພຽງ 7-8 ວັນ ໄຂ່ກໍຈະຟັກອອກເປັນໂຕ, ແຕ່ຖ້າອາກາດຄືດັ່ງປັດຈຸບັນ ໄຂ້ຍຸງກໍຈະໃຊ້ເວລາພຽງ 3-4 ວັນ ກໍສາມາດຟັກ ອອກມາເປັນຍຸງໄດ້ ດ້ວຍເຫດນີ້ ຈິ່ງເຮັດໃຫ້ຍຸງມີຈຳນວນເພີ່ມຂຶ້ນຫລາຍ, ສະນັ້ນ ທຸກຄົນຕ້ອງເປັນເຈົ້າການກຳຈັດແຫລ່ງເພາະພັນ ຂອງຍຸງລາຍ ເພື່ອບໍ່ໃຫ້ເກີດການລະບາດ ຂອງພະຍາດໄຂ້ເລືອດອອກ ດັ່ງຊຸມປີທີ່ຜ່ານມາ.

ທ່ານຫົວໜ້າສູນສະຖານີໄຂ້ຍຸງແຂວງເຊກອງ ໃຫ້ຮູ້ຕື່ມອີກວ່າ: ຢ່າງໃດກໍຕາມ ເພື່ອເປັນການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ ບໍ່ໃຫ້ລະບາດຂຶ້ນມາອີກ ຈຶ່ງຮຽກຮ້ອງປະຊາຊົນໃນທົ່ວແຂວງ ຈົ່ງສືບຕໍ່ເຝົ້າລະວັງ ແລະ ເປັນເຈົ້າການ ໃນການທຳລາຍແຫລ່ງ ເພາະພັນຂອງຍຸງລາຍ ໂດຍສະເພາະ ຕ້ອງປະຕິບັດຄຳຂວັນ 5 ປ ຢ່າງເຂັ້ມງວດຄື ປ1 ປິດຝາພາຊະນະທີ່ມີນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, ປ 2: ປ່ຽນນ້ຳ ແລະ ຜັດຖຸພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ້ານຮອງຈອກ ນ້ຳ, ປ 3: ປ່ອຍປາ ຫາງນົກຍຸງ ເພື່ອກິນໜອນນ້ຳຍຸງລາຍ, ປ 4: ປັບປຸງບໍ່ໃຫ້ມີນ້ຳຄ້າງກະໂປະ, ກະປ໋ອງ, ຮາງລິນ, ຢ່າງຕີນລົດເກົ່າ ແລະ ປ 5: ປະຕິບັດເປັນປະຈຳທຸກອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫລື ສຸກສາລາໃກ້ບ້ານພຽງເທົ່ານີ້ ທ່ານກໍຈະເປັນສ່ວນໜຶ່ງ ໃນການຕ້ານ ແລະ ສະກັດກັ້ນ ພະຍາດໄຂ້ເລືອດອອກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...