spot_img
Homeນານາສາລະນ້ຳມັນໝູ VS ນ້ຳມັນພືດ ຕົກລົງອັນໃດມີປະໂຫຍດຫລາຍກວ່າກັນ?

ນ້ຳມັນໝູ VS ນ້ຳມັນພືດ ຕົກລົງອັນໃດມີປະໂຫຍດຫລາຍກວ່າກັນ?

Published on

Untitled-1

ຫລັງ​ຈາກ​ທີ່​ເປັນ​ປະ​ເດັນ​ຮ້ອນ​ໃນ​ໂລກ​ອິນເຕີເນັດ​ຂຶ້ນ​ມາ​ອີກ​ເທື່ອໜຶ່ງວ່າ​ນ້ຳ​ມັນ​ໝູ​ດີກວ່າ​ນ້ຳ​ມັນ​ພືດຈາກ​ຜົນ​ງານ​ວິ​ໄຈ​ຂອງ​ທ່ານໝໍ​ຕ່າງ​ປະເທດແຕ່​ກໍ​ມີ​ບາງ​ສ່ວນ​ທີ່​ຍັງ​ຄົງ​ເຊື່ອ​ວ່າ ນ້ຳ​ມັນ​ພືດ​ກໍ​ຕ້ອງ​ດີກວ່າ​ນ້ຳ​ມັນ​ໝູ​ເພາະ​ເຮົາ​ຮຽນ​ກັນ​ມາ​ແບບ​ນີ້​ນັບ​ສິບໆປີຈຶ່ງ​ເຮັດໃຫ້​ມີ​ຄຳ​ຖາມວ່າຕົກລົງ​ແລ້ວ​ຄວາມ​ຈິງ​ເປັນ​ແບບໃດມື້ນີ້ເລີຍ​ຫາ​ຄຳ​ຕອບ​ມາ​ໃຫ້​ອ່ານ​ເຮັດ​ຄວາມ​ເຂົ້າໃຈ​ກັນ​ງ່າຍໆສັ້ນໆ

ຊະນິດ​ຂອງ​ໄຂ​ມັນ
ກ່ອນ​ອື່ນ​ເຮົາ​ມາ​ເຮັດ​ຄວາມ​ເຂົ້າໃຈ​ປະ​ເພດ​ຂອງ​ນ້ຳ​ມັນ​ກັນ​ກ່ອນວ່າ​ມີ​ຫຍັງ​ແນ່ແລ້ວ​ນ້ຳ​ມັນ​ແຕ່​ລະ​ຊະນິດ​ຢູ່ໃນ​ປະ​ເພດ​ໃດ

1. Transfat ຫລື​ໄຂ​ມັນ​ຊະນິດ​ຊານຄື​ໄຂ​ມັນ​ແປ​ຮູບ​ຊະນິດ​ໜຶ່ງເກີດ​ຈາກ​ນຳ​ນ້ຳ​ມັນ​ພືດ​ທີ່​ເປັນ​ໄຂ​ມັນ​ບໍ່​ອີ່ມ​ໂຕມາ​ອັດ​ໄຮ​ໂດນ​ເຈນ​ເຂົ້າໄປເພື່ອ​ເຮັດໃຫ້​ນ້ຳ​ມັນ​ພືດ​ເກັບ​ໄດ້​ດົນ​ຍິ່ງ​ຂຶ້ນ ຄົງ​ໂຕ​ໄດ້​ດີບໍ່​ເໝັນ​ແລະ​ເຮັດ​ອາຫານ​ໄດ້​ແຊບ​ຂຶ້ນຫລື​ສາມາດ​ເກີດ​ຂຶ້ນ​ໄດ້​ຈາກ​ການ​ນຳ​ນ້ຳ​ມັນ​ພືດ​ມາ​ໃຊ້​ຊ້ຳຜ່ານ​ຄວາມ​ຮ້ອນ​ດົນໆເຊັ່ນ:ການ​ຈືນສຸດ​ທ້າຍ​ກາຍ​ເປັນ​ໄຂ​ມັນ​ຊານ​ໄດ້​ຄືກັນຖື​ເປັນ​ໄຂ​ມັນ​ທີ່​ອັນຕະລາຍ​ທີ່ສຸດເພາະ​ໄຂ​ມັນ​ຊານ​ເປັນ​ສາ​ເຫດ​ຂອງ​ໂຣກໄພ​ຕ່າງໆ ເຊັ່ນ:ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ,ໄຂ​ມັນ​ອຸດ​ຕັນ​ເສັ້ນ​ເລືອດ,ມະ​ເຮັງແລະ​ເບົາ​ຫວານ

2.ໄຂ​ມັນ​ອີ່ມ​ໂຕໄດ້​ແກ່ນ້ຳ​ມັນ​ຈາກ​ສັດເຊັ່ນ:​ນ້ຳ​ມັນ​ໝູແລະ​ນ້ຳ​ມັນ​ຈາກ​ພືດ​ບາງ​ຊະນິດ ເຊັ່ນ:ນ້ຳ​ມັນ​ປາມ,ນ້ຳ​ມັນ​ໝາກ​ພ້າວເໝາະ​ແກ່​ການ​ນຳ​ໄປ​ຈືນເພາະ​ທົນ​ຄວາມ​ຮ້ອນ​ໄດ້​ດີ ກວ່າແລະ​ແຊບກວ່າໄຂ​ມັນ​ອີ່ມ​ໂຕ​ທັງ​ມີ​ປະໂຫຍດແລະ​ໃຫ້​ໂທດ​ຕໍ່​ຮ່າງກາຍ​ຖ້າກິນ​ຫລາຍ​ເກີນ​ໄປແຕ່​ຖ້າ​ໃຊ້​ຊ້ຳ​ໆດົນ​ໆໄຂ​ມັນ​ອີ່ມ​ໂຕ​ກໍ​ຈະ​ປ່ຽນ​ກາຍ​ເປັນ​ໄຂ​ມັນ​ຊານ​ໄດ້​ເຊັ່ນ​ກັນ

3.ໄຂ​ມັນ​ບໍ່​ອີ່ມ​ໂຕ​ແນວດຽວໄດ້​ແກ່ ນ້ຳ​ມັນ​ດອກ​ຕາເວັນ,ນ້ຳ​ມັນ​ຖົ່ວ​ເຫລືອງຊຶ່ງ​ກໍ​ຄື​ນ້ຳ​ມັນ​ພືດ​ທີ່​ເຮົາ​ໃຊ້​ກັນ​ທົ່ວ​ໆໄປເໝາະສົມ​ສຳລັບ​ຂົ້ວຫລື​ເຮັດ​ອາຫານ​ທີ່​ໃຊ້​ຄວາມ​ຮ້ອນ​ໄວ​ໆ ເພາະ​ທົນ​ຄວາມ​ຮ້ອນ​ບໍ່​ໄດ້​ດົນເພາະ​ສາມາດ​ກາຍ​ເປັນ​ໄຂ​ມັນ​ຊານ​ໄດ້​ເຊັ່ນ​ກັນແຕ່​ໄຂ​ມັນ​ອີ່ມ​ໂຕ​ມີ​ປະໂຫຍດ​ຕໍ່​ຮ່າງກາຍເປັນ​ໄຂ​ມັນ​ດີ​ຫລາຍກວ່າ

4.ໄຂ​ມັນ​ບໍ່​ອີ່ມ​ຕົວ​ແນວດຽວໄດ້​ແກ່ ນ້ຳ​ມັນ​ໝາກ​ກອກ ທົນ​ຄວາມ​ຮ້ອນ​ຫລາຍ​ບໍ່​ໄດ້ເໝາະ​ສຳລັບ​ກິນສົດປະສົມ​ນ້ຳ​ສະ​ຫລັດຫລື​ປະກອບ​ອາຫານ​ພຽງ​ເລັກນ້ອຍແລະ​ຖື​ວ່າ​ເປັນ​ປະ​ເພດ​ໄຂ​ມັນ​ທີ່​ດີມີ​ປະໂຫຍດ​ຕໍ່​ຮ່າງກາຍ​ຫລາຍ​ທີ່ສຸດ

ແລ້ວ​ເປັນຫຍັງ​ຈຶ່ງມີ​ກະ​ແສ​ວ່ານ້ຳ​ມັນ​ພືດອັນຕະລາຍ​ກວ່າ​ນ້ຳ​ມັນ​ຫມູ?

ເພາະ​ໃນ​ຜົນ​ງານ​ວິ​ໄຈ​ຂອງ​ໝໍ​ຕ່າງ​ຊາດກ່າວເຖິງ​ໂທດ​ຂອງ​ນ້ຳ​ມັນ​ພືດ​ແບບ​ທີ່​ອັດ​ໄຮ​ໂດນ​ເຈນ​ເຂົ້າໄປນັ້ນ​ຄື​ໄຂ​ມັນ​ຊານນັ້ນ​ເອງ ບໍ່ແມ່ນ​ນ້ຳ​ມັນ​ພືດ​ປົກກະຕິ

ນ້ຳ​ມັນ​ພືດ​ທີ່​ຂາຍ​ຢູ່​ຕາມ​ຕະຫລາດ​ເຮົາເປັນ​ແບບ​ອັດ​ໄຮ​ໂດນ​ເຈນ​ຫລື​ບໍ່?

ບໍ່ແມ່ນນ້ຳ​ມັນ​ພືດ​ບ້ານເຮົາ​ດຽວ​ນີ້​ໄດ້ຮັບ​ການ​ຜະລິດ​ໃນ​ຮູບ​ແບບ​ທີ່​ບໍ່​ມີ​ໄຮ​ໂດນ​ເຈນ​ມາ​ກ່ຽວ​ຂ້ອງ​ແລ້ວຫລັງ​ຈາກ​ທີ່​ມີ​ການ​ປຸກລະດົມ​ໃຫ້​ເຊົາໃຊ້​ວິທີ​ນີ້​ໃນ​ການ​ຜະລິດ​ນ້ຳ​ມັນ​ພືດເພື່ອ​ຍືດ​ອາ​ຍຸ​ການ​ໃຊ້​ງານ
ນອກ​ຈາກ​ນ້ຳ​ມັນ​ພືດ​ອັດ​ໄຮ​ໂດເຈນອາຫານ​ປະ​ເພດ​ໃດ​ມີ​ໄຂ​ມັນ​ຊານ​ອີກ​ບໍ່?

ເຮົາ​ຈະ​ພົບ​ໄຂ​ມັນ​ຊານ​ໄດ້​ຈາກ​ອາຫານ​ຫລື​ເຂົ້າໜົມ​ທີ່​ໃຊ້​ເນີຍ​ຂາວຫລື​ເນີຍ​ທຽມເຊັ່ນ  ຄຸກ​ກີ້ ,ແຄກ​ເກີ, ຄີມ​ທຽມ ,ແປ້ງ​ພິ​ຊ​ຊາ,ຈີນມັນຝຣັ່ງ ,ໄກ່​ນັກ​ເກັດ,ປັອບ​ຄອນ ,ເຂົ້າໜົມ​ປັງແລະ​ອາຫານ​ຫລື​ເຂົ້າໜົມ​ຈາກ​ໂລງ​ງານ​ອຸດສາຫະກຳ​ຫລາຍ​ແຫ່ງເພາະ​ໄຂ​ມັນ​ຊານມີ​ລາ​ຄາ​ຖືກ

ວິທີ​ກວດ​ຫາ​ໄຂ​ມັນ​ຊານ​ຈາກ​ອາຫານ​ທີ່​ກິນ

ເບິ່ງ​ທີ່​ຕາ​ລາງ​ສ່ວນ​ປະກອບ​ຂອງ​ອາຫານ​ນັ້ນໆທີ່​ບັນ​ຈຸ​ຂ້າງກ່ອງຊອກ​ຄຳ​ວ່າ transfat ຫລື​ຄຳ​ອື່ນໆທີ່​ໃຊ້​ແທນເຊັ່ນ Hydrogenated vegetable oil, partially hydrogenated vegetable oil, vegetable oil shortening, Shortening, Hydrogenated margarine ຖ້າ​ມີ​ປະລິມານ​ຫລາຍຄວນ​ຫລີກ​ລ້ຽງ

ສະຫລຸບ​ແລ້ວ​ຢ່າງໃດນ້ຳ​ມັນ​ພືດ​ກໍ​ຍັງ​ປອດ​ໄພ​ແລະ​ມີ​ປະໂຫຍດ​ຫລາຍກວ່າ​ນ້ຳ​ມັນ​ໝູແຕ່​ບໍ່​ວ່າ​ຈະ​ເປັນ​ນ້ຳ​ມັນ​ຊະນິດ​ໃດຫ້າມ​ໃຊ້​ນ້ຳ​ມັນ​ຊ້ຳແລະ​ຫລັງ​ກິນ​ຕ້ອງ​ອອກ​ກຳ​ລັງ​ກາຍເພື່ອ​ສຸຂະພາບ​ທີ່​ດີ​ນໍາເດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...