spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ອາທິດ​ຜ່ານ​ມາ ນະຄອນຫລວງ​ວຽງ​ຈັນ ມີ​ຜູ້​ເສຍ​ຊີວິດ 4 ຄົນ ຈາກ​ອຸບັດເຫດ!

ອາທິດ​ຜ່ານ​ມາ ນະຄອນຫລວງ​ວຽງ​ຈັນ ມີ​ຜູ້​ເສຍ​ຊີວິດ 4 ຄົນ ຈາກ​ອຸບັດເຫດ!

Published on

rescue

ນັບ​ແຕ່​ວັນ​ທີ 21-27 ກັນຍາ​ນີ້, ທົ່ວ​ນະຄອນຫລວງ​ວຽງຈັນ ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ​ຕາມ​ທ້ອງ​ຖະໜົນ​ຫລາຍ​ກວ່າ 20 ກໍລະ​ນີ ສົ່ງ​ຜົນ​ໃຫ້​ມີ​ຜູ້​​ເສຍ​ຊີວິດ 4 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳນວນ​ໜຶ່ງ.

ເຈົ້າ​ໜ້າ​ທີ່ຈະລາຈອນ ​ໃຫ້​ຮູ້​ວ່າ: ​ໃນ​ຕອນ​ເຊົ້າ​ມືດ​ຂອງ​ວັນ​ທີ 24 ກັນຍາ​ຜ່ານ​ມາ, ຢູ່​​ເຂດ​ບ້ານ​ນາ​ຊອນ ​ເມືອງ​ປາກງື່ມ ນະຄອນຫລວງ​ວຽງ​ຈັນ ​ໄດ້​ເກີດອຸປະ​ຕິ​​ເຫດລົດ​ໃຫຍ່​ຕຳ​ທ້າຍ​ລົດຈັກ​ຢ່າງ​ແຮງ, ​ເຮັດ​ໃຫ້​ຜູ້​ຊ້ອນ​ທ້າຍ​ຄື: ນາງ ດາວ (ສັນ ຊາດ​ຫວຽດນາມ), ອາຍຸ 22 ປີ ກຳມະກອນ ພັກ​ເຊົາຢູ່​ບ້ານ​ດັ່ງກ່າວ ​ແລະ ລູກນ້ອຍ​ຊື່​ທ້າວ ​ໂຕ​ນີ່ ອາຍຸ 1 ປີ ​ເສຍ​ຊີວິດ​ຄາ​ທີ່, ສ່ວນ​ຜູ້​ຂັບ​ຂີ່​ລົດ​ໃຫຍ່​ກໍາລັງເອົາ​ຕົວ​ຫລົບ​ໜີ ​ແລ​ະ ​​ໃນ​ເວລາ​ດຽວ​ກັນ ໄດ້​​ມີ​ລົດຈັກ​ບໍ່​ມີ​ປ້າຍຂັບ​ຂີ່​​ໂດຍ​ທ້າວ ສີ​ສຸກ ອາຍຸ 42 ປີ ກຳມະກອນ ຢູ່​ບ້ານ​ໂພນ​ໄຊ ​ເມືອງ​ລ້ອງ​ຊານ ​ແຂວງ​ວຽງ​ຈັນ ​ຂັບ​ຂີ່​ມາດ້ວຍ​ຄວາມ​ໄວ ​ເສຍ​ຫລັກ​ຕົກລົງ​ຂ້າງ​ທາງເຂດ​ບ້ານ​ສະພັງ​ຄະ​ນົງ ​ເມືອງ​ໄຊ​ທານີ ​ເສຍ​ຊີວິດ​ຄາ​ທີ່ ​ແລະ ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 27 ກັນຍາ​ນີ້, ຢູ່​ເຂດ​ບ້ານ​ໄຊ​ສົມບູນ ​ເມືອງ​ໄຊ​ທານີ ​ໄດ້​ມີ​ອຸປະຕິ​​ເຫດ​ລົດຈັກຕຳ​ກັນ ເຮັດ​ໃຫ້​ທ້າວ ບຸນ​ສະຫວັດ ອາຍຸ 55 ປີ ຢູ່​ບ້ານ​ໂຊກ​ຄຳ ​​ເມືອງ​ໄຊ​​ເສດ​ຖາ ​ເສຍ​ຊີວິດ​​.

​ເຈົ້າ​ໜ້າ​ທີ່ ຈະລາຈອນ ​ໃຫ້​ຮູ້​​ວ່າ: ອຸປະຕິ​ເຫດ​ສ່ວນ​ຫລາຍ​ແມ່ນ​​ເກີດ​ຈາກ​ເມົາ​ແລ້ວ​ຂັບ​ຂີ່ປະໝາດ, ຖື​ເບົາ​ຕໍ່​ການປະຕິບັດ​ລະບຽບ​ຈະລາຈອນ​.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...