spot_img
Homeຂ່າວຕ່າງປະເທດມຽນມາສະເໜີອົງການຢູເນສໂກ ຮັບຮອງເອົາອຸທິຍານ Khakaborazi ເປັນມໍລະດົກໂລກ

ມຽນມາສະເໜີອົງການຢູເນສໂກ ຮັບຮອງເອົາອຸທິຍານ Khakaborazi ເປັນມໍລະດົກໂລກ

Published on

558000011312201

ສຳນັກຂ່າວ​ຕ່າງປະ​ເທດ ລາຍງານໃນ​ວັນ​ທີ 28 ກັນຍາ ຜ່ານມານີ້ວ່າ ກະຊວງ​ປ່າ​ໄມ້ ​ແລະ ການ​ອະນຸລັກ​ສິ່ງ​ແວດ​ລ້ອມມຽນມາ ກຳລັງພະຍາຍາມສະ​ເໜີ​​ໃຫ້​ອົງການ​ຢູ​ເນສ​ໂກ ​ຮັບຮອງ​ເອົາອຸທິຍານແຫ່ງຊາດກ໋າກະ​ບໍຣາຊີ ​(Khakaborazi) ແລະ ​ເຂດປ່າອ້ອມ​ຮອບພູ​ຫິມະຫິມາ​ໄລ ​ ເປັນ​ແຫ​ລ່ງມໍລະດົກ​ໂລກ ຕັ້ງຢູ່​​ລັດກະ​ຊິ່ນ ທາງ​ພາກ​ເໜືອ​ຂອງ​ປະ​ເທດ ກວມ​ເອົາ​ພື້ນ​ທີ່​ປະມານ 6,000 ກິ​ໂລ​ຕາ​ແມັດ,  ປັດຈຸບັນສະຖານທີ່ດັ່ງກ່າວ ແມ່ນ​ເປັນ​ຂອງ​ສະມາຄົມ​ອະນຸລັກ​ສັດປ່າ (WCS) ໃນ ​ການຮ່ວມ​ມື​ກັບ​ອົງການ​ຢູ​ເນສ​ໂກ ພວມ​ດຳເນີນການ​ສຳ​ຫລວດ​ຄວາມ​ຫລາກ​ຫລາຍ​ທາງ​ຊີວະ​ນາໆພັນ ​ແລະ ​ໃຫ້​ຄວາມ​ຮູ້​ແກ່​ທ້ອງ​ຖິ່ນ ​ເພື່ອ​ຈະ​ຈັດຕັ້ງ​ເປັນ​ເຂດ​ປ່າສະຫງວນ​ພັນ​ສັດປ່າ​ ໃນ​ພື້ນ​ທີ່ນີ້.

 

 

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...