spot_img
Homeວິທະຍາສາດ-ວິທະຍາການປະສາດສຳຜັດທາງກິ່ນອາດບົ່ງບອກໄດ້ວ່າຈະມີອາຍຸຍາວ ຫຼື ສັ້ນ

ປະສາດສຳຜັດທາງກິ່ນອາດບົ່ງບອກໄດ້ວ່າຈະມີອາຍຸຍາວ ຫຼື ສັ້ນ

Published on

ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ປະສາດ​ສຳ​ຜັດ​ດ້ານ​ກິ່ນ ​ແລະ ​ລົດ​ຊາດ​ຂອງ​ເຮົາ​ນັ້ນ​ຈະ​ອ່ອນ​ລົງ​ເລື້ອ​ຍໆ​ເວລາ​ທີ່​ເຮົາ​ອາ​ຍຸ​ຫລາຍ​ຂຶ້ນ ແລະ​ ງານ​ວິ​ໄຈ​​ໃໝ່​ກໍ​ໄດ້​ຊີ້​ໃຫ້​ເຮົາ​ເຫັນ​ແລ້ວ​ວ່າ​ວິທີ​ທີ່​ສັດ​ຕ່າງໆ​ນັ້ນ​ຮັບ​ຮູ້ ຫຼື ​ບົ່ງບອກ​ໃນ​ການ​ຮັບ​ຮູ້​ກິ່ນ​ນັ້ນ​ອາດຈະ​ຖືກ​ໃຊ້​ເພື່ອ​ຄາດ​ເດົາ​ວ່າ​ພວກ​ມັນ​ຈະ​ມີ​ຊີວິດ​ຍືນ​ຍາວ​ຊ່ຳໃດ

6b6f5493ad66859ee7626e73a4f15a07

ກຸ່ມ​ນັກ​ວິ​ໄຈ​ຈາກ Salk Institute for Biological Studies ທີ່​ສະ​ຫາລັດ ອາເມຣິກາ ​ນັ້ນ​ໄດ້​ສຳຫ​ລວດ​ວິທີ​ທີ່ໜອນ​ນັ້ນ​ຍ່າງໄປຫາອາຫານທີ່ພວກມັນມັກກິນ ແລະ​ ມັນ​ໄດ້​ເຮັດໃຫ້​​ພວກເຂົາ​ສາມາດ​ຄາດ​ເດົາໄດ້​ວ່າ​ສັດ​ເຫລົ່າ​ນັ້ນ​ຈະ​ມີ​ຊີວິດ​ຢູ່​ໄດ້​ອີກ​ດົນ​ ຫຼື ​ບໍ່

“ເຮົາ​ບໍ່​ໄດ້​ກຳ​ລັງ​ບອກວ່າ​ຄວາມ​ສາມາດ​ໃນ​ການ​ຮັບ​ຮູ້​ກິ່ນ​ຂອງ​ເຈົ້າ​ນັ້ນ​ຈະ​ເຮັດໃຫ້​ເຈົ້າ​ມີ​ຊີວິດ​ທີ່​ຍາວ​ຂຶ້ນ” Streekanth Chalasani ຊຶ່ງ​ເປັນ​ໜຶ່ງ​ໃນ​ທີມ​ນັກ​ວິ​ໄຈ​ກ່າວ “ແຕ່​ພຶດຕິກຳ​ທາງ​ກິ່ນ​​ນັ້ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ເປັນ​ໂຕ​ບົ່ງ​ບອກ​ເຖິງ​ກົນ​ໄກ​ທາງ​ຊີວະ​ພາບ​ທີ່​ຢູ່​ເບື້ອງ​ຫລັງ”

ທີມ​ນັກ​ວິ​ໄຈ​ນັ້ນ​ໄດ້​ທຳການ​ສຳ​ຫລວດ​ການເຮັດວຽກງານ​ຂອງ​ສະໝອງ​ໜອນ​ພະຍາດ​ໂຕ​ກົມ ຫຼື Caenorhabditis elegans ວ່າ​ຕອບສະໜອງ​ຕໍ່​ສານ benzaldehye ຊຶ່ງ​ເປັນ​ສານ​ເຄ​ມີ​ທີ່​ມີ​ກິ່ນ​ຄື​ກັບ​ອັນ​ມອນ​ຢ່າງໃດ ຊຶ່ງ​ພວກ​ພວກເຂົາ​ພົບ​ວ່າ​ເຊລ໌​ທີ່​ຕອບສະໜອງ​ຕໍ່​​​ສິ່ງ​ແວດ​ລ້ອມ​ນັ້ນ​ໄດ້​ຖືກ​ແບ່ງ​ອອກ​ເປັນ 2 ກຸ່ມ ໂດຍ​ເຊລ໌​ປະສາດ​ຫລັກ​ນັ້ນ​ຈະ​ຕອບສະໜອງ​ຕໍ່ benzaldehyde ໃນ​ຂະນະ​ທີ່​ເຊລ໌​ປະສາດ​ຮອງ​ນັ້ນ​ຈະ​ຕອບສະໜອງ​ຕໍ່​ສັນ​ຍານ​ທີ່​ຖືກ​ສົ່ງ​ມາ​ຈາກ​ເຊລ໌​ປະສາດ​ຫລັກ

ໃນ​ໜອນ​ທີ່​ຍັງມີ​ອາ​ຍຸ​ນ້ອຍ​ຢູ່​ນັ້ນ ວົງ​ຈອນ​ປະສາດ​ນີ້​ເຮັດວຽກ​ໄດ້​ຢ່າງ​ປົກກະຕິ ແຕ່​ເມື່ອ​ມັນ​ມີ​ອາ​ຍຸ​ຫລາຍ​ຂຶ້ນ ເຊລ໌​ປະສາດ​ທີ່​ຢູ່ໃນ​ກຸ່ມ​ຮອງ​ນັ້ນ​ຈະ​ເລີ່ມ​ມີ​ປະຕິ​ກິ​ລິ​ຍາ​ຕອບສະໜອງ​ຈາກ​ເຊລ໌​ປະສາດ​ຫລັກ​ໜ້ອຍ​ລົງ​ເລື້ອຍ​ໆ ຊຶ່ງ​ຫລັງ​ຈາກ​ທີ່​ພວກເຂົາ​ໄດ້​ສັງເກດ​ເຫັນ​ຄວາມ​ເປັນ​ໄປ​ດັ່ງ​ກ່າວ​ແລ້ວ ທາງ​ນັກ​ວິ​ໄຈ​ກໍ​ສາມາດ​ທີ່​ຈະ​ສະແດງ​ເຖິງ​ຄວາມ​ສຳພັນ​ກັນ​ລະຫວ່າງ​ຄວາມ​ສາມາດ​ໃນ​ການ​ຮັບ​ຮູ້​ກິ່ນ​ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ (ຊຶ່ງ​ວັດ​ໂດຍ​ການ​ເຄື່ອນ​ໄຫວ​ຂອງ​ໜອນ​ໄປ​ຍັງ​ສານ benzaldehyde) ກັບ​ປະຕິ​ກິ​ລິ​ຍາ​ຂອງ​ເຊລ໌​ປະສາດ​ຮອງ​ ແລະ​ ອາ​ຍຸ​ໄຂ​ຂອງ​ໜອນ

ທ້າຍ​ທີ່ສຸດ​ແລ້ວ ໜອນ​ທີ່​ມີ​ອາ​ຍຸ​ຫລາຍກວ່າ​ ແລະ ​ສະແດງ​ໃຫ້​ເຫັນ​ວ່າ​ມີ​ຄວາມ​ສາມາດ​ໃນ​ການ​ຮັບ​ຮູ້​ກິ່ນ​ດີກວ່າໂຕອື່ນໆ​ນັ້ນ​ມີ​ອາ​ຍຸ​ຍືນ​ຍານ​ກວ່າ​ໜອນ​ໂຕ​ອື່ນໆ​ທີ່​ມີ​ປັນຍາ​ໃນ​ການ​ຫາ​ແຫລ່ງ​ຕົ້ນ​ຕໍ​ຂອງ benzaldehyde ຢູ່​ປະ​ມານ 16%

“ເຖິງແມ່ນວ່າ​ສັດ​ເຫລົ່າ​ນີ້​ຈະ​ເປັນ​ພີ່​ນ້ອງ​ກັນ ​ແລະ ​ມີ​ຍີນ​ຄ້າຍ​ໆ​ກັນ​ກໍ​ຕາມ ຖ້າ​ຫາກ​ເບີ່ງ​ເຂົ້າ​ໄປ​ເຖິງ​ລະ​ດັບ​ການເຮັດວຽກງານ​ຂອງ​ເຊລ໌​ປະສາດ ປະ​ສິດ​ທິ​ພາບ​ທາງ​ພຶດຕິກຳ ອາ​ຍຸ​ໄຂ​ແລ້ວ​ ຈະ​ພົບ​ວ່າ​ມັນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຫລວງຫລາຍ” Chalasani ກ່າວ “ບາງ​ທີ​ນັ້ນ​ອາດຈະ​ເປັນ​ເພາະ​ວ່າ​ສັດ​ບາງ​ໂຕ​ນັ້ນ​ມີ​ການ​ສົ່ງ​ສັນ​ຍານ​ລະຫວ່າງ​ເຊລ໌​ປະສາດ​ຫລັກ ​ແລະ​ ເຊລ໌​ປະສາດ​ຮອງ​ທີ່​ດີກວ່າ​ໂຕ​ອື່ນໆ​ກໍ​ເປັນ​ໄດ້”

ການ​ຄົ້ນ​ພົບ​ດັ່ງ​ກ່າວ ຊຶ່ງ​ຖືກ​ຕີ​ພິມ​ໃນ​ວາລະ​ສານ eLife ນັ້ນ​ອາດ​ຊ່ວຍ​ໃຫ້​ເຮົາ​ເຂົ້າໃຈ​ດີ​ຂຶ້ນ​ເຖິງ​ວິທີ​ການ​ຕໍ່ສູ້​ກັບ​ຜົນ​ກະທົບ​ທີ່​ເກີດ​ຈາກ​ອາຍຸໄຂໄດ້ ຖ້າ​ຫາກ​ເຮົາ​ສາມາດ​ຫາ​ວິທີ​ທີ່​ຈະ​ຈັດການ​ກັບ​ລະບົບ​ປະສາດ​ ແລະ ​ຄວບ​ຄຸມ​ວິທີ​ທີ່​ເຊລ໌​ປະສາດ​ຫລັກ​ ແລະ​ ເຊລ໌​ປະສາດ​ຮອງ​ມີ​ປະຕິ​ສຳພັນ​ໄດ້​ ເຮົາ​ກໍ​ອາດຈະ​ສາມາດ​ທີ່​ຈະ​ຟື້ນ​ຟູ​ການເຮັດວຽກງານ​ຂອງ​ສະໝອງ​ທີ່​ສູນ​ເສຍ​ໄປ​ເວລາ​ທີ່​ເຮົາ​ມີ​ອາ​ຍຸ​ຫລາຍ​ຂຶ້ນ ຊຶ່ງ​ບໍ່ແມ່ນ​ແຕ່​ສະເພາະ​ໃນ​ໜອນ ແຕ່​ລວມ​ເຖິງ​ສັດ​ອື່ນໆ​ດ້ວຍ​ເຊັ່ນ​ກັນ

“ມີ​ຄຳ​ຖາມ​ອີກ​ຫລວງຫລາຍ​ກ່ຽວກັບ​ວ່າ​ແມ່ນຫຍັງ​ທີ່​ປ່ຽນ​ແປງ​ໄປ​ເວລາ​ທີ່​ສັດ​ນັ້ນ​ມີ​ອາ​ຍຸ​ຫລາຍ​ຂຶ້ນ” Sarah Leinwand ຊຶ່ງ​ເປັນ​ໜຶ່ງ​ໃນ​ທີມ​ນັກ​ວິ​ໄຈ​ກ່າວ “ເຮົາ​ຕ້ອງ​ການ​ທີ່​ຈະ​ຖ້າ​ເບິ່ງ​ວ່າ​ມີ​ຫຍັງ​ແດ່ທີ່​ມີ​ການ​ປ່ຽນ​ແປງ​ ແລະ​ ເຮັດໃຫ້​ສັດ​ບາງ​ຊະນິດ​ມີ​ການເຮັດວຽກງານ​ຂອງ​ລະບົບ​ປະສາດ​ທີ​ດີ​ຂຶ້ນ​ ແລະ ​ມີ​ອາ​ຍຸ​ທີ່​ຍາວນານ​ຍິ່ງ​ຂຶ້ນອີກ​”

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...