spot_img
Homeມູມໄອທີລາວລວມ 11 ພຶດຕິກຳທຳຮ້າຍ iPhone ທີ່ຄວນຢຸດ!

ລວມ 11 ພຶດຕິກຳທຳຮ້າຍ iPhone ທີ່ຄວນຢຸດ!

Published on

ເຊື່ອ​ວ່າ​ຫລາຍໆ ຄົນ​ຕ່າງ​ກໍ​ເບິ່ງແຍງ​ເອົາ​ໃຈ​ໃສ່ ໃຫ້​ຄວາມ​ຮັກ iPhone ຄື​ລູກ​ຄື​ຫລານ ແຕ່​ກໍ​ບໍ່ແມ່ນ​ທຸກ​ຄົົນທີ່​ຈະ​ຮັກ iPhone ຢ່າງ​ຖືກ​ວິທີ ບາງ​ສິ່ງ​ທີ່​ເຮົາ​ເຮັດ​ເປັນ​ປົກກະຕິ​ກໍ​ອາດ​ສົ່ງ​ຜົນ​ຮ້າຍ​ຕໍ່ iPhone ໄດ້​ຢ່າງ​ຄາດ​ບໍ່​ເຖິງ ແລະ​ ເຄື່ອງ iPhone ຂອງ​ທ່ານ​ອາດ​ຈາກ​ໄປ​ກ່ອນ​ໄວ​ອັນ​ຄວນ

1

ໃນ​ມື້​ນີ້​ເຮົາ​ຈຶ່ງ​ຂໍ​ນຳ​ສະເໜີ​ບົດ​ສະຫລຸບ 11 ພຶດຕິກຳ​ທີ່​ເປັນ​ການທຳ​ຮ້າຍ iPhone ເພື່ອ​ທີ່​ວ່າ​ທຸກ​ທ່ານ​ທີ່​ໃຊ້ iPhone ຈະ​ໄດ້​ພະຍາຍາມ​ຫລີກ​ລ້ຽງ​ພຶດຕິກຳ​ເຫລົ່າ​ນີ້ ແລະ​ ຈະ​ຊ່ວຍ​ໃຫ້ iPhone ສຸດ​ຮັກ​ຂອງ​ທ່ານ​ຢູ່​ກັບ​ທ່ານ​ໄປ​ໄດ້​ດົນ​ໆ

1.   ບໍ່​ເຄີຍ​ປິດ​ເຄື່ອງ​ໄອ​ໂຟນ​ເລີຍ

ແທ້ໆແລ້ວ​ໃນ​ໜຶ່ງ​ອາທິດ​ເຮົາ​ຄວນ​ປິດ​ເຄື່ອງຢ່າງ​ໜ້ອຍ 1 ເທື່ອ ເພາະການ​ເປີດ​ເຄື່ອງ​ໄອ​ໂຟນ​ຖິ້ມ​ໄວ້​ຕະຫລອດ​ເວລາ​ກໍ​ສົ່ງ​ຜົນ​ຕໍ່​ອາ​ຍຸ​ການ​ໃຊ້​ງານ​ຂອງ​ແບດ​ເຕີ​ຣີ່ ຊຶ່ງ​ມີ​ຜູ້​ຊ່ຽວຊານ​ກ່າວ​ວ່າ ຫາກ​ເຈົ້າ​ຊື້​ສະ​ມາດໂຟນ​ມາ​ແລ້ວ​ໃຊ້​ຄືກັບເປັນ​ໂມງ​ປຸກ ກໍ​ຄວນ​ຢຸດ​ແລ້ວ​ຫາ​ຊື້​ໂມງ​ປຸກ​ຖືກ​ໆ ຈັກ​ອັນ​ມາ​ໃຊ້​ຈະ​ດີກວ່າ ຫລື​ເລືອກ​ເວລາ​ໃນ​ການ​ປິດ​ເຄື່ອງ​ເປັນ​ໄລຍະອື່ນ​ຂອງ​ມື້​ແທນ

2

2.   ເປີດ Wi-Fi ກັບ Bluetooth ໄວ້​ຕະຫລອດ​ເວລາ

ການ​ເປີດ Wi-Fi ກັບ Bluetooth ຢ່າງ​ໃດ​ຢ່າງ​ໜຶ່ງ ຫລື​ທັງ​ຄູ່​ໄວ້​ໂດຍ​ທີ່​ບໍ່​ໄດ້​ໃຊ້​ຕະຫລອດ​ເວລາ​ນັ້ນ ເປັນ​ການ​ໃຊ້​ພະລັງ​ງານ​ໄປ​ຢ່າງ​ສິ້ນ​ເປືອງ ບໍ່​ຄວນ​ເປີດ​ຖິ້ມ​ໄວ້​ເພາະ​ເຜື່ອ​ວ່າ​ຈະ​ຕ້ອງ​ໃຊ້ ຄວນ​ເປີດ​ໃຊ້​ເມື່ອ​ມີ​ຄວາມ​ຈຳ​ເປັນ​ແທ້ໆ ຈະ​ດີກວ່າ

3

3.   ໃຊ້​ໄອ​ໂຟນ​ໃນ​ສະພາບ​ອາ​ກາດ​ທີ່ບໍ່ພໍເໝາະ

ຕ້ອງ​ຄຳນືງ​ໄວ້​ຕະຫລອດ​ວ່າ ໄອ​ໂຟນ​ນັ້ນ​ບໍ່​ໄດ້​ຖືກ​ອອກ​ແບບ​ມາ​ໃຫ້​ທົນ​ຕໍ່​ສະພາບ​ອາ​ກາດ​ທີ່​ຮ້ອນ​ຫລາຍ ຫລື​ໜາວ​ຫລາຍ ຈຶ່ງ​ບໍ່​ຄວນ​ໃຊ້​ໄອ​ໂຟນ​ໃນ​ສະພາບ​ອາ​ກາດ​ທີ່​ມີ​ອຸນຫະພູມ​ຕ່ຳ​ກວ່າ 0 ອົງ​ສາ​ ຫລື​ອຸນຫະພູມ​ສູງ​ກວ່າ 35 ອົງ​ສາ ເພາະ​ຈະ​ມີ​ຜົນ​ຕໍ່​ການເຮັດວຽກງານ​ຂອງ​ແບດ​ເຕີ​ຣີ່ ແລະ ​ອາດ​ສົ່ງ​ຜົນ​ໃຫ້​ເຄື່ອງ​ດັບ​ຊົ່ວ​ຄາວ ເພາະ​ສະ​ນັ້ນ​ຫາກ​ຮູ້​ຕົວ​ວ່າ​ຈະ​ຕ້ອງ​ໄປ​ຢູ່ໃນ​ທີ່​ໆມີ​ອາ​ກາດ​ແບບ​ນີ້​ແລ້ວ​ຄວນ​ປິດ ແລະ ​ເກັບ​ໄອ​ໂຟນ​ໄວ້​ໃນ​ກະ​ເປົາ​ຈະ​ເປັນ​ການ​ດີ​ທີ່ສຸດ

4.   ສຽບ​ສາກຈະ​ແບດ​ເຕີ​ຣີ່​ຄ້າງ​ໄວ້​ທັງ​ຄືນ

ການ​ສຽບ​ໄອ​ໂຟນ​ສາກໄວ້​ຕອນ​ເຮົາ​ນອນ​ຫລັບ ຟັງ​ເບິ່ງ​ໜ້າ​ຈະ​ເປັນ​ວິທີ​ທີ່​ດີ ແຕ່​ແທ້ໆແລ້ວ​ການ​ສຽບ​ສາກ​ໄວ້ຫລັງຈາກ​ແບດ​ເຕີ​ຣີ່​ເຕັມ 100 ເປີ​ເຊັນ ຖື​ເປັນ​ການ​ທຳຮ້າຍ​ແບດ​ເຕີ​ຣີ່​ທາງ​ອ້ອມ ສົ່ງ​ຜົນ​ໃຫ້​ແບດ​ເຕີ​ຣີ່​ໝົດ​ໄວ​ຂຶ້ນ ການ​ສາກ​ທີ່​ຖື​ເປັນ​ກາ​ນຮັກສາ​ແບດ​ເຕີ​ຣີ່​ຄື​ຖອດ​ສາຍ​ສາກອອກກ່ອນທີ່ຈະ​ເຕັມ

4

5.   ສາກ​ແບດ​ເຕີ​ຣີ່​ໄວ້​ເຕັມ 100% ຕະຫລອດ ຫລື​ໃຊ້​ແບດ​ເຕີ​ຣີ່​ຈົນ​ໝົດ​ກ້ຽງ

       Shane Broesky ຜູ້​ກໍ່​ຕັ້ງ​ບໍລິສັດ Farbe Technik ທີ່​ຜະລິດ​ອຸປະກອນ​ສາກແບດ​ເຕີ​ຣີ່ ໄດ້​ກ່າວ​ໄວ້​ວ່າ ແບດ​ເຕີ​ຣີ່ແບບ Lithium (ຊຶ່ງເປັນ​ຊະນິດ​ຂອງ​ແບດ​ເຕີ​ຣີ່​ທີ່​ຖືກ​ນຳ​ມາ​ໃຊ້​ໃນ​ເຄື່ອງ​ໄອ​ໂຟນ) ຈະ​ມີ​ປະ​ສິດ​ທິ​ພາບ​ໃນ​ການເຮັດວຽກ​ທີ່​ດີ​ທີ່ສຸດ ຫາກ​ແບດ​ເຕີ​ຣີ່​ມີ​ປະລິມານ​ຂອງ​ປະ​ຈຸ​ໄຟ​ຟ້າ​ຢູ່ໃນ​ໄລຍະ​ປະ​ມານ 50-80 ເປີ​ເຊັນ ແລະ​ ໃນ​ທາງ​ກັບ​ກັນ​ການ​ທີ່​ເຮົາໃຊ້​ແບດ​ເຕີ​ຣີ່ຈົນ​ໝົດ​ກ້ຽງນັ້ນ ອາດ​ເຮັດໃຫ້​ແບດ​ເຕີ​ຣີ່​ຕ້ອງ​ຕົກ​ຢູ່ໃນ​ສະ​ຖາ​ນະ​ທີ່​ເອີ້ນວ່າ Deep Discharge State ຊຶ່ງ ສົ່ງ​ຜົນ​ໃຫ້​ຕົວ​ເກັບ​ປະ​ຈຸ​ໄຟ​ຟ້າ​ໃນ​ແບດ​ເຕີ​ຣີ່​ບໍ່​ສາມາດ​ເຮັດວຽກ​ໄດ້ ດັ່ງ​ນັ້ນ​ທາງ​ທີ່​ດີ​ຄື​ໃຫ້​ພະຍາຍາມ​ສາກແບດ​ເຕີ​ຣີ່​ພຽງ​ແຕ່​ໄລ​ຍະ​ເວລາ​ສັ້ນໆ ຫລື​ພຽງ​ແຕ່​ຊ່ວງ​ໄລຍະ​ເວລາ​ໜຶ່ງ ເພື່ອ​ໃຫ້​ປະ​ຈຸ​ໄດ້ຮັບ​ພະລັງ​ງານ​ທີ່​ພໍ​ດີ​ສຳລັບ​ການ​ນຳ​ໄປ​ໃຊ້​ງານ ແລະ ​ເພື່ອ​ເປັນ​ກາ​ນຮັກສາ​ແບດ​ເຕີ​ຣີ່​ອີກ​ດ້ວຍ

6.   ບໍ່​ໃຊ້​ແນວສາກແບດ​ເຕີ​ຣີ່​ຂອງ​ແທ້ຈາກ Apple

ຫລາຍ​ຄົນ​ອາດຈະ​ເບີ່ງວ່າ​ບ່ອນສາກ​ແບດ​ເຕີ​ຣີ່​ຂອງ Apple ມີ​ລາ​ຄາ​ແພງ ຈຶ່ງ​ບໍ່​ຊື້​ມາ​ໃຊ້ ເລືອກ​ທີ່​ຈະ​ຊື້ຂອງ​ປອມມາ​ໃຊ້​ແທນ ແທ້ໆແລ້ວ​ຄວນ​ໃຊ້​ອຸປະກອນ​ແທ້ ຫາກ​ໃຊ້​ຂອງ​ໂນ​ເນມ​ອາດ​ສົ່ງ​ຜົນ​ຮ້າຍ​ຕໍ່​ແບດ​ເຕີ​ຣີ່ ແລະ ​ອາດ​ເຖິງ​ຂັ້ນລະ​ເບີດໄດ້​ເລີຍ​ ຊຶ່ງ​ເຮັດໃຫ້ Apple ໄດ້​ຕັ້ງ​ໂຄງ​ການ USB Power Adapter Takeback ຂຶ້ນ ຊຶ່ງ​ເປັນ​ໂຄງ​ການ​ທີ່​ໃຫ້ນຳ​ແນວສາກແບດ​ເຕີ​ຣີ່​ຂອງ​ປອມ​ມາ​ເປັນ​ສ່ວນ​ຫລຸດ​ໃນ​ການ​ຊື້​ແນວສາກແບດ​ເຕີ​ຣີ່​ຂອງ​ແທ້ຈາກ Apple

5
ປຽບທຽບ​ລະຫວ່າງ​ແນວສາກແບດ​ເຕີຣີ່ຂອງ​ແທ້ (ດ້ານ​ຊ້າຍ) ກັບ​ແນວສາກ​ແບດ​ເຕີ​ຣີ່​ຂອງ​ປອມ (ດ້ານ​ຂວາ)

7.   ບໍ່​ເຄີຍ​ເຮັດ​ຄວາມ​ສະ​ອາດ​ຕົວ​ເຄື່ອງ​ເລີຍ

ຮູ້​ຫລື​ບໍ່​ວ່າ​ໃນ​ໄອ​ໂຟນ​ຂອງ​ເຮົາ​ມີ​ຝຸ່ນ ແລະ ​ເຊື້ອ​ພະຍາດ​ຫລາຍກວ່າ​ທີ່​ຄິດ ເວົ້າ​ໄດ້​ວ່າ​ຝຸ່ນ ເຊື້ອ​ພະຍາດ​ທີ່​ຢູ່ໃນ​ຫ້ອງ​ນ້ຳ ຫລື​ແມ່ນແຕ່​ໃນ​ຊາມ​ເຂົ້າ​ສັດ​ລ້ຽງ​ຍັງມີໜ້ອຍ​ກວ່າທີ່​ຢູ່ໃນ​ໄອ​ໂຟນ​ຕົວ​ນ້ອຍ​ຂອງ​ເຮົາ​​ອີກ ຊຶ່ງ​ທາງ Apple ໄດ້​ອອກ​ມາ​ແນະ​ນຳ​ໃຫ້​ໃຊ້ Lint-Free Cloth ຫລື ຜ້າ​ໄຮ້​ຝຸ່ນ​ໃນ​ການເຮັດ​ຄວາມ​ສະ​ອາດ​ເຄື່ອງ ແລະ ​ທີ່​ສຳຄັນ​ຫ້າມ​ລືມ​ເຮັດ​ຄວາມ​ສະ​ອາດ​ບ່ອນສຽບ​ສາກແບດ ເພາະ​ມັກ​ຈະ​ມີ​ເສດ​ຂີ້ເຫຍື້ອ ຫລື​ຝຸ່ນ​ຈາກ​ກະ​ເປົາ​ເສື້ອ ກະ​ເປົາ​ໂສ້ງ​ເຂົ້າໄປ​ຕິດ​ຢູ່​ເປັນ​ຈຳນວນ​ຫລາຍ ອາດຈະ​ເຮັດໃຫ້​ເກີດ​ບັນຫາ​ໃນ​ການ​ເຊື່ອມ​ຕໍ່​ຕ່າງໆໄດ້ ຄວນ​ໃຊ້​ໄມ້​ຈິ້ມ​ແຂ້ວ ເຂັມ​ຫຍິບ​ຜ້າ ຫລື​ແມ່ນແຕ່​ກ້ານ​ຕ່າງ​ຫູ​ໃນ​ການ​ແຄະ​ສິ່ງ​ເປິະເປື້ອນ​ຢູ່​ໃນ​ອອກ​ມາ

6

ec8162fdb297b10ac0882dcd8f593cf5

8.   ຍ່າງ​ຖື​ໄອ​ໂຟນ​ໂດຍ​ບໍ່​ລະ​ມັດ​ລະ​ວັງ​ຮອບ​ຂ້າງ

ບໍ່​​ແປກ​ໃຈ​ຫາກ​ຮູ້​ວ່າ​ໄອ​ໂຟນ ຖື​ເປັນ​ສິນ​ຄ້າຍ​ອດ​ນິຍົມ​ໃນ​ຕະ​ຫລາດ​ມືດ​ທັງ​ຫລາຍ ແລະ​ ເປັນ​ເປົ້າ​ໝາຍ​ຫລັກ​ຂອງ​ກຸ່ມ​ໂຈນ​ຕ່າງໆ ຊຶ່ງ​ຄະນະ​ກຳມະການ​ກາງ​ກຳ​ກັບ​ເບິ່ງແຍງ​ກິດຈະການ​ສື່​ສານ​ຂອງ​ປະເທດ​ສະ​ຫາລັດ​ອະ​ເມ​ຣິກາ (FCC) ລາຍ​ງານ​ວ່າ​ໃນ​ປີ 2013 ຕາມ​ເມືອງ​ໃຫຍ່​ຕ່າງໆ ນັ້ນ​ມີ​ຄະດີ​ກ່ຽວກັບ​ການ​ປຸ້ນ​ຊິ​ງສະ​ມາດໂຟນ​ປະ​ມານຮ້ອຍ​ລະ 40 ຊຶ່ງ​ຖື​ເປັນ​ອັດຕາ​ທີ່​ສູງ​ຫລາຍ ຈຶ່ງ​ຄວນ​ລະ​ມັດ​ລະ​ວັງ​ໃນ​ການ​ໃຊ້​ສະ​ມາດ​ໂຟນ​ຂະນະ​ຍ່າງ​ໃນ​ທີ່​ສາທາລະນະ​ໃຫ້​ຫລາຍ​ຂຶ້ນ

9.   ບໍ່​ຕັ້ງ​ລະ​ຫັດ​ລັອກ​ໜ້າ​ຈໍ

       Apple ລາຍ​ງານ​ວ່າ​ເກືອບ​ເຄິ່ງ​ຂອງ​ຈຳນວນ​ຜູ້​ໃຊ້​ໄອ​ໂຟນ​ບໍ່​ໄດ້​ຕັ້ງ​ລະ​ຫັດ​ລັອກ​ໜ້າ​ຈໍ (Passcode) ໄວ້ ຫາກ​ເຈົ້າ​ບໍ່​ໄດ້​ຕັ້ງ​ລະ​ຫັດ​ໄວ້ ແລະ ​ເມື່ອ​ໄອ​ໂຟນ​ຖືກ​ລັກ​ໄປ ໂຈນ​ຈະ​ສາມາດ​ນຳ​ຂໍ້​ມູນ​ສ່ວນ​ຕົວ​ທຸກ​ຢ່າງ​ຂອງ​ເຈົ້າ​ໄປ​ໃຊ້​ໃນ​ທາງ​ບໍ່​ດີ​ໄດ້ ຊຶ່ງ​ການຕັ້ງ​ລະ​ຫັດ​ລັອກ​ໜ້າ​ຈໍ​ນັ້ນ​ຖື​ເປັນ​ໜຶ່ງ​ໃນ​ວິທີ​ປ້ອງ​ກັນ​ທີ່​ເຮັດ​ໄດ້​ງ່າຍ​ທີ່ສຸດ

8

10.   ເປີດ GPS ໃຫ້​ຮູ້​ຕຳແໜ່ງ​ທີ່​ຕັ້ງ​ທຸກ​ແອບ​ພິ​ເຄ​ຊັນ​ຢູ່​ຕະຫລອດ​ເວລາ

ແອບ​ພິ​ເຄ​ຊັນ​ຢ່າງ Uber ຫລື Maps ນັ້ນ​ຈຳ​ເປັນ​ຕ້ອງ​ເປີດ​ການ​ໃຊ້​ງານ “Location Services” ເພື່ອ​ໃຫ້​ບາງ​ຟັງຊັ່ນ​ນັ້ນ​ເຮັດວຽກ​ໄດ້​ຢ່າງ​ເຕັມ​ປະ​ສິດ​ທິ​ພາບ ແລະ​ ຈະ​ມີ​ການ​ແຈ້ງ​ເຕືອນ​ດ້ວຍ​ວ່າ​ຈະ​ຕ້ອງ​ໃຊ້​ຕອນ​ໃດ ໃນ​ຂະນະ​ທີ່​ເມື່ອ​ໃຊ້​ຟັງຊັ່ນ​ອື່ນໆ ບໍລິການ​ນີ້​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ກໍ​ໄດ້ ຈຶ່ງ​ຄວນ​ຕັ້ງ​ຄ່າ​ປິດ “Location Services” ໄວ້​ຕະຫລອດ​ເວລາ ເພື່ອ​ເປັນ​ກາ​ນຮັກສາ​ແບດ​ເຕີ​ຣີ່​ໄປ​ໃນ​ຕົວ​ອີກດ້ວຍ

9

11.   ຕັ້ງ​ຄ່າ​ໃຫ້​ທຸກ​ແອບ​ພິ​ເຄ​ຊັ່ນ​ແຈ້ງ​ເຕືອນ​ຢູ່​ຕະຫລອດ​ເວລາ

ການຕັ້ງ​ຄ່າ​ໃຫ້​ທຸກ​ແອບ​ພິ​ເຄ​ຊັນ​ມີ​ການ​ແຈ້ງ​ເຕືອນ​ຢູ່​ຕະຫລອດ​ເວລາ ເປັນ​ການເຮັດໃຫ້​ໄອ​ໂຟນ​ເຮັດວຽກ​ໜັກ​ຕະຫລອດ​ເວລາ ເພາະ​ຕ້ອງ​ຄອຍຖ້າ​ອັບ​ເດດ​ໃຫ້​ຂໍ້​ມູນ​ເປັນ​ປະຈຸບັນ​ສະເໝີ ຊຶ່ງ​ເຮັດໃຫ້​ແບດ​ເຕີ​ຣີ່​ໝົດ​ໄວ ເນື່ອງ​ຈາກ​ໜ້າ​ຈໍ​ຈະ​ຕິດ​ທຸກ​ເທື່ອ​ທີ່​ມີ​ການ​ແຈ້ງ​ເຕືອນ​ຕ່າງໆເຂົ້າ​ມາ ແລະ​ ຈຶ່ງ​ຄວນ​ເລືອກ​ໃຫ້​ມີ​ການ​ແຈ້ງ​ເຕືອນ​ສະເພາະ​ແອບ​ພິ​ເຄ​ຊັນທີ່​ສຳຄັນ​ໆເທົ່າ​ນັ້ນ

10

ຈາກ 11 ພຶດຕິກຳ​ທຳ​ຮ້າຍ​ໄອ​ໂຟນ​ຂ້າງ​ຕົ້ນ ຫາກ​ເຮົາ​ໃສ່​ໃຈ​ ກໍ​ຄືຊິ​ບໍ່​ຍາກ​ເກີນ​ໄປ​ທີ່​ຈະ​ຫລີກ​ລ້ຽງ​ພຶດຕິກຳ​ເຫລົ່າ​ນີ້ ຊຶ່ງ​ຫາກ​ຫລີກ​ລ້ຽງ​ໄດ້ ກໍ​ຈະ​ຊ່ວຍ​ໃຫ້​ເຄື່ອງ​ໄອ​ໂຟນ​ສຸດ​ຮັກ​ສຸດ​ຫວງ​ຂອງ​ເຮົາ​ໃຊ້​ງານ​ໄດ້​ຢ່າງ​ເຕັມ​ປະ​ສິດ​ທິ​ພາບ​ໄປ ໄດ້​ດົນ​ແສນ​ດົນ ບໍ່​ດ່ວນ​ຈາກ​ໄປ​ກ່ອນ​ໄວ​ອັນ​ຄວນ ແລະ​ ຖ້າ​ຈະໃຫ້​ດີ​ກໍ​ຢ່າ​ລືມ​ແບ່ງ​ປັນ ຫລື​ບອກ​ຕໍ່​ເລື່ອງ​ລາວ​ທີ່​ມີ​ປະໂຫຍດ​ເຫລົ່າ​ນີ້​ກັບ​ໝູ່ຊາວ​ໄອ​ໂຟນ​ຂອງ​ເຈົ້າ​ນຳ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...