ເຫດຜົນທີ່ເຈົ້າຄວນຢຸດໃຊ້ສະບູ່ຕ້ານເຊື້ອແບກທີເຣຍ

1249fae595833fb1341cdd3af7567247

ສະ​ບູ່​ຕ້ານ​ເຊື້ອ​ແບກ​ທີ​ເຣຍ​ມີ​ສ່ວນ​ປະສົມ​ຂອງ​ສານ​ເຄ​ມີ​ທີ່​ຊື່​ວ່າ Triclosan ຊຶ່ງ​ເປັນ​ສານ​ເຄ​ມີ​ທີ່​​ອັນຕະລາຍ​ໃນ​ການ​ກຳຈັດ​ແບກ​ທີ​ເຣຍ​ອອກຈາກ​ມື​ຂອງ​ເຈົ້າ​ຫລາຍກວ່າ​ສະ​ບູ່​ທົ່ວ​ໄປ​ທີ່​ໃຊ້​ກັນ​ໃນທຸກມື້

ການສຶກສາ​ໃໝ່​ໄດ້​ຂໍ້​ສະຫລຸບ​ຂອງ​ຄຳ​ຖາມ​ທີ່​ກ່ຽວກັບ​ການ​ໃຊ້​ສານ​ເຄ​ມີ​ຊຶ່ງ​ຖືກ​ລະ​ບຸ​ວ່າ​ອາດ​ເປັນ​ອັນຕະລາຍ​ໃນ​ສະ​ບູ່​ຕ້ານ​ເຊື້ອ​ແບກ​ທີ​ເຣຍ

ຕະ​ຫລາ​ດສະບູ່​ຕ້ານ​ເຊື້ອ​ແບກ​ທີ​ເຣຍ​ເປັນ​ທຸລະກິດ​ທີ່​ມີ​ມູນ​ຄ່າ​ຫລາຍ​ໃນ​ສະ​ຫາລັດ​ອະ​ເມ​ຣິກາ ແຕ່​ສານ​ເຄ​ມີ​ທີ່​ໃຊ້​ກັນ​ຢ່າງ​ແພ່​ຫລາຍ​ໃນ​ສະ​ບູ່​ຂ້າ​ເຊື້ອ​ຢ່າງ Triclosan ນັ້ນ​ຖືກ​ເຊື່ອມ​ໂຍງ​ເຖິງ​ຄວາມ​ຕ້ານ​ທານ​ຂອງ​ຢາ​ ແລະ​ ການ​ຖືກ​ລົບກວນ​ຂອງ​ລະບົບ​ຮໍໂມນ​ໃນ​ສັດ​ລ້ຽງ​ລູກ​ດ້ວຍ​ນົມ

ໃນ​ການສຶກສາ​ໜຶ່ງ​ພົບ​ຄວາມ​ເປັນ​ໄປ​ໄດ້​ທີ່​ສານ​ນີ້​ຈະ​ເປັນ​ສານ​ກໍ່​ມະ​ເຮັງ ຫລື​ເປັນ​ສານ​ທີ່​ເພີ່ມ​ຄວາມ​ສ່ຽງ​ທີ່​ກໍ່​ໃຫ້​ເກີດ​ມະ​ເຮັງ​ໄດ້ ຊຶ່ງ​ຜົນ​ກະທົບ​ທີ່​ເປັນ​ອັນຕະລາຍ​ເຫລົ່າ​ນີ້​ໄດ້​ມີ​ການ​ແຈ້ງ​ໄປ​ຍັງ The U. S. Food and Drug Administration ຫລື​ອົງ​ການ​ອາຫານ​ ແລະ​ ຢາ​ຂອງສະ​ຫາລັດ ທີ່​ເບິ່ງແຍງ​ໃນ​ເລື່ອງ​ຄວາມ​ປອດ​ໄພ ​ແລະ ​ຂໍ້​ຈຳ​ກັດ​ຂອງ​ການ​ໃຊ້​ງານ​ແລ້ວ

ການສຶກສາ​ນີ້​ຕີ​ພິມ​ໃນ​ວາລະ​ສານ the Journal of Antimicrobial Chemotherapy ຊຶ່ງ​​ເຫັນ​ເຖິງ​ຜົນ​ກະທົບ​ຕໍ່​ສາຍ​ພັນ​ແບກ​ທີ​ເຣຍ 20 ສາຍ​ພັນ​ທີ່​ເປັນ​ອັນຕະລາຍ ລວມ​ທັງ​ເຊື້ອ Escherichia coli, Listeria monocytogenes ແລະ  Salmonella enteritidis

ຊຶ່ງ​ໃນ​ການ​ທົດລອງ​ນັ້ນ​ໄດ້​ເຮັດ​ປະ​ເມີນ​ຄວາມ​ສາມາດ​ໃນ​ການ​ຂ້າ​ເຊື້ອ​ພະຍາດ​ຂອງສະ​ບູ່​ຕ້ານ​ເຊື້ອ​ທີ່​ມີ​ສ່ວນ​ປະສົມ​ຂອງ Triclosan ໂດຍ​ທຳການ​ລ້ຽງ​ເຊື້ອ​ໃນ​ຈານ​ເພາະ​ເຊື້ອ​ທີ່​ມີ​ທັງ​ສະ​ບູ່​ຕ້ານ​ເຊື້ອ​ແບກ​ທີ​ເຣຍ ແລະ ​ສະ​ບູ່​ທຳມະດາ ທີ່​ອຸນຫະພູມ 22 – 40 ອົງ​ສາ​ ຮຽນ​ແບບ​ການ​ສຳ​ຜັດ​ນ້ຳ​ອຸ່ນ​ ແລະ​ ນ້ຳ​ຮ້ອນ​ເປັນ​ເວລາ 20 ວິ​ນາ​ທີ ຊຶ່ງ​ເປັນ​ໄລ​ຍະ​ເວລາ​ທີ່​ອົງ​ການ​ອະນາໄມ​ໂລກ​ແນະ​ນຳ​ໃຫ້​ລ້າງ​ມື

ລວມ​ທັງ​ໄດ້​ທົດສອບ​ກັບ​ອາ​ສາ​ສະໝັກ 16 ຄົົນທີ່​ມື​ມີ​ການ​ປົນ​ເປື້ອນ​ເຊື້ອ​ແບກ​ທີ​ເຣຍ  Serratia marcescens  (ສາຍ​ພັນ​ທີ່​ມັກ​ພົບ​ໃນ​ຫ້ອງ​ນ້ຳ) ແລະ​ ໃຫ້​​ພວກເຂົາ​ລ້າງ​ມື​ດ້ວຍ​ສະ​ບູ່​ທຳມະດາ​ ແລະ​ ສະ​ບູ່​ຕ້ານ​ເຊື້ອ​ແບກ​ທີ​ເຣຍ​ເປັນ​ເວລາ 30 ວິ​ນາ​ທີ​ດ້ວຍ​ນ້ຳ​ອຸນຫະພູມ 40 ອົງ​ສາ​

ສຳລັບ​ການ​ທົດລອງ​ທັງ​ໝົດ ທີມ​ນັກ​ວິ​ໄຈ​ໄດ້​ໃຊ້​ສະ​ບູ່​ຕ້ານ​ເຊື້ອ​ແບກ​ທີ​ເຣຍ​ທີ່​ມີ​ສ່ວນ​ປະສົມ​ຂອງ Triclosan 0.3% ຊຶ່ງ​ເປັນ​ຄ່າ​ສູງ​ສຸດ​ທີ່​ອະນຸຍາດ​ໃຫ້​ຜະລິດ​ໄດ້​ໃນ​ຜະລິດຕະພັນ​ທີ່​ວາງ​ຂາຍ​ໃນ​ ​ຍຸ​ໂຣບ, ແຄ​ນາ​ດາ, ຈີນ​ ແລະ ​ຍີ່​ປຸ່ນ

ຈາກ​ການ​ທົດລອງ​ພົບ​ວ່າ ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ​​ລະຫວ່າງ​ສະ​ບູ່​ຕ້ານ​ເຊື້ອ​ແບກ​ທີ​ເຣຍ ແລະ ​ສະ​ບູ່​ປົກກະຕິ ແຕ່​ພົບ​ວ່າ ສະ​ບູ່​ຕ້ານ​ເຊື້ອ​ທີ່​ມີ​ສ່ວນ​ປະສົມ​ຂອງ Triclosan ນັ້ນ​ມີ​ປະ​ສິດ​ທິ​ພາບ​ຂຶ້ນ​ມາ​ຫລັງ​ຈາກ 9 ຊົ່ວ​ໂມງ​ທີ່​ເຊື້ອ​ຈຸລິນຊີ​ແຊ່​ຢູ່ ຊຶ່ງ​ນັ້ນ​ດົນ​ເກີນ​ໄປ​ສຳລັບ​ການ​ລ້າງ​ມື

ນັກ​ວິ​ໄຈ​ກ່າວ​ວ່າ ຜູ້​ບໍລິ​ໂພກ​ຄວນ​ຈະ​ຮັບ​ຮູ້​ວ່າ ສະ​ບູ່​ຂ້າ​ເຊື້ອ​ແບກ​ທີ​ເຣຍ​ນັ້ນ​ບໍ່​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ພະຍາດ ແລະ​ ຄວນ​ຈະ​ຫ້າມ​ການ​ເວົ້າ​ເຖິງ​ປະ​ສິດ​ທິ​ພາບ​ທີ່​ເກີນ​ຈິງ​ຂອງ​ຜະລິດຕະພັນ​ທີ່​ອາດ​ສ້າງ​ຄວາມ​ສັບ​ສົນ​ໃຫ້​ກັບ​ຜູ້​ບໍລິ​ໂພກ​ໄດ້ Min Suk Rhee ໜຶ່ງ​ໃນ​ທີມ​ວິ​ໄຈ​ເລື່ອງ​ນີ້​ກ່າວ