Homeຂ່າວພາຍ​ໃນສອງບ້ານເມືອງຈັນທະບູລີ ໄດ້ຊົມໃຊ້ເສັ້ນທາງເບຕົງເສີມເຫຼັກ

ສອງບ້ານເມືອງຈັນທະບູລີ ໄດ້ຊົມໃຊ້ເສັ້ນທາງເບຕົງເສີມເຫຼັກ

Published on

ສອງບ້ານເມືອງຈັນທະບູລີ ໄດ້ຊົມໃຊ້ເສັ້ນທາງເບຕົງເສີມເຫຼັກ

ບັນດາ​ບໍລິສັດ​ກໍ່ສ້າງ ທີ່​ຮັບ​ເໝົາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ເປັນຕົ້ນ​ກໍ​ແມ່ນ​ໂຄງການ​ກໍ່ສ້າງ​ເສັ້ນທາງ ໄດ້​ຂຸ້ນຂ້ຽວ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ໜ້າ​ວຽກ ໃຫ້​ສຳເລັດ​ຕາມ​ແຜນການ ໂດຍ​ສະເພາະ​ໃຫ້​ສຳເລັດ​ກ່ອນ​ລະດູຝົນ​ປີ 2014 ທີ່​ຈະ​ມາ​ເຖິງ ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ໄປມາຫາສູ່​ຂອງ​ພໍ່​ແມ່​ປະຊາຊົນ.

ສຳລັບ​ບໍລິສັດ ໄຊ​ເຊດ​ຖາ​ກໍ່ສ້າງ-ຂົວ​ທາງ ຈຳກັດ ກໍ​ເປັນ​ບໍລິສັດ​ໜຶ່ງ​ທີ່​ໄດ້​ຮັບ​ເໝົາ​ກໍ່ສ້າງ ທາງ​ເບ​ຕົງ​ເສີມ​ເຫຼັກ​ໜາ 20 ຊັງ​ຕີ​ແມັດ ເສັ້ນທາງ​ຮ່ອມ 3 ຮ່ອມ 6 ບ້ານ ດົງ​ໝ້ຽງ-ສາມ​ແຍກ​ຫ້ອງການ​ບ້ານ​ທົ່ງ​ຕູມ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ທີ່​ມີ​ຄວາມ​ຍາວ​ທັງ​ໝົດ 979 ແມັດ ໜ້າ​ທາງ​ກວ້າງ 6 ແມັດ ມີ​ລະບົບ​ຮ່ອງ​ລະບາຍ​ນ້ຳ​ສອງ​ຂ້າງ​ທາງ.

ທ່ານ ພູເຂົາ​ຄຳ ພຣະ​ວໍລະ​ໄຊ ຜູ້ອຳນວຍການ​ບໍລິສັດ ໄຊ​ເຊດ​ຖາ​ກໍ່ສ້າງ-ຂົວ​ທາງ ຈຳກັດ ໄດ້​ກ່າວ​ວ່າ: ຜ່ານ​ມາ ບໍລິສັດ​ຂອງ​ພວກ​ເຮົາ​ກໍ​ຄື​ສົກ​ປີ 2011-2012 ກໍ​ໄດ້​ປະກອບສ່ວນ​ໃນ​ການ​ກໍ່ສ້າງ​ເສັ້ນທາງ​ຊຸມ​ຊົນ​ລັດ 70% ແລະ ປະຊາຊົນ​ສົມທົບ​ທຶນ 30% ຢູ່​ບ້ານ​ສີ​ສະຫວາດ ແລະ ບ້ານ​ດົງ​ໝ້ຽງ​ມາ​ແລ້ວ ໂດຍ​ແມ່ນ​ບໍລິສັດ​ເປັນ​ຜູ້​ຮັບ​ເໝົາ ແລະ ລົງທຶນ​ກ່ອນ 100% ແລະ ມາ​ໃນ​ສົກ​ປີ 2012-2013 ນີ້ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຂັ້ນ​ເທິງ ບໍລິສັດ​ຂອງ​ພວກ​ເຮົາ​ຍັງ​ໄດ້​ສືບຕໍ່​ກໍ່ສ້າງ​ເສັ້ນທາງ​ຮ່ອມ 3 ຮ່ອມ 6 ບ້ານ​ດົງ​ໝ້ຽງ-ສາມ​ແຍກ​ຫ້ອງການ​ບ້ານ​ທົ່ງ​ຕູມ​ຕື່ມ​ອີກ ຊຶ່ງ​ໂຄງການ​ນີ້​ແມ່ນ​ມີ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 8.415.403.245 ກີບ ໂດຍ​ແມ່ນ​ທຶນ​ງົບປະມານ​ລັດ 100% ແລະ ໂຄງການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ ແມ່ນ​ເລີ່ມ​ລົງມື​ກໍ່ສ້າງ​ໃນ​ຕົ້ນ​ເດືອນ​ກຸມພາ 2013 ແລະ ສຳເລັດ​ຕົ້ນ​ເດືອນ​ຕຸລາ 2013 ຖື​ວ່າ​ສຳເລັດ​ຕາມ​ສັນຍາ.

ທ່ານ ພູເຂົາ​ຄຳ ພຣະ​ວໍລະ​ໄຊ ຍັງ​ກ່າວ​ຕື່ມ​ວ່າ: ການ​ກໍ່ສ້າງ​ແມ່ນ​ພົບ​ຄວາມ​ຫຍຸ້ງຍາກ ເປັນຕົ້ນ ຖືກ​ໄລຍະ​ລະດູຝົນ ແລະ ບັນຫາ​ສິ່ງ​ກີດຂວາງ​ຕ່າງໆ ແຕ່​ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ຈາກ​ອົງການ​ປົກຄອງ​ເມືອງ ຂະແໜງການ​ທີ່​ກ່ຽວຂ້ອງ ຄະນະ​ຮັບຜິດຊອບ​ໂຄງການ​ເປັນ​ຢ່າງ​ດີ ແລະ ຍ້ອນ​ໄດ້​ຮັບ​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື​ຈາກ ອົງການ​ປົກຄອງ​ບ້ານ ອົງ​ການຈັດຕັ້ງ​ມະຫາຊົນ ແລະ ພໍ່​ແມ່​ປະຊາຊົນ ບວກ​ໃສ່​ຄວາມ​ເອົາໃຈໃສ່​ຂອງ​ບໍລິສັດ ຈຶ່ງ​ເຮັດ​ໃຫ້ການ​ດຳເນີນ​ໂຄງການ​ໄປ​ຕາມ​ແຜນ ແລະ ສຳເລັດ​ຕາມ​ກຳນົດ​ເວລາ ແລະ ຄະນະ​ຮັບຜິດຊອບ​ໂຄງການ ໂດຍ​ມີ​ທ່ານ​ຮອງ​ເຈົ້າເມືອງ​ຈັນທະ​ບູ​ລີ ກໍ​ໄດ້​ລົງ​ກວດກາ​ວຽກ 100% ແລະ ຜ່ານ​ການ​ລົງ​ກວດກາ​ຕົວ​ຈິງ​ຂອງ​ຄະນະ ກໍ​ເຫັນ​ວ່າການ​ກໍ່ສ້າງ​ໄດ້​ຖານ​ເຕັກນິກ​ເປັນ​ຢ່າງ​ດີ ແລະ ໃນ​ຂັ້ນ​ຕອນ​ຕໍ່​ໄປ ແມ່ນ​ຈະ​ໄດ້​ຈັດ​ພິທີ​ມອບ-ຮັບ​ໃຫ້​ເຈົ້າ​ຂອງ​ໂຄງການ ເພື່ອ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ໃຫ້​ມີ​ປະ​ສິດທິ​ຜົນ​ຕໍ່​ໄປ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...