6ອາຫານໂຕການເຮັດໜ້າເຖົ້າ

thaihealth_c_abhijnopty26

1.ອາຫານ​ຫລື​ເຄື່ອງ​ດື່ມ​ທີ່​ມີ​ປະລິມານ​ນ້ຳ​ຕານ​ຫລາຍ

ຖ້າຮ່າງກາຍ​ໄດ້ຮັບ​ປະລິມານ​ນ້ຳ​ຕານ​ຫລາຍ​ເກີນ​ໄປ​ນັ້ນ​ອາດຈະ​ສົ່ງ​ຜົນ​ໃຫ້​ເກີດ​ປະຕິ​ກິ​ລິ​ຢາ​ທີ່​ເອີ້ນວ່າ glycation ຊຶ່ງ​ປະຕິ​ກິ​ລິ​ຍາ​ດັ່ງ​ກ່າວ​ນີ້​ເປັນ​ສາ​ເຫດ​ເຮັດໃຫ້​​ໜ້າແກ່​ກ່ອນ​ໄວ​ໄດ້​ນັ້ນ​ເອງ​ເນື່ອງ​ຈາກ​ໂມ​ເລ​ກຸນ​ຂອງ​ນ້ຳ​ຕານ​ສ່ວນ​ເກີນ​ທີ່​ເຮົາ​ໄດ້ຮັບ​ນັ້ນ​ຈະ​ໄປ​ລວມ​ກັບ​ໂປ​ຕີນ​ສົ່ງ​ຜົນ​ໃຫ້​ເກີດ​ສານ​ປະກອບ​ຕົວ​ໃໝ່​ທີ່​ມີ​ຄວາມ​ແຂງ​ຫົດຢືດ​ຫນ້ອຍ​ແລະ​ແຕກ​​ໄດ້​ງ່າຍ​ສົ່ງ​ຜົນ​ໃຫ້​ຈຸລັງເສື່ອມ​ສະພາບສູນ​ເສຍ​ຄໍ​ລາ​ເຈນ​ແລະ​ເກີດ​ຮ່ອງຮອຍ​ໄດ້​ງ່າຍ​ເນື່ອງ​ຈາກ​ຜິວ​ບໍ່​ສາມາດ​ຫົດຢືດ​ໄດ້​ຄືເກົ່າ​​ນັ້ນ​ເອງ

2.ເຄື່ອງ​ດື່ມ​ທີ່​ມີ​ແອວກໍ​ຮໍ

ຕັບ​ສຸຂະພາບ​ດີ​ສົ່ງ​ຜົນ​ໃຫ້​ຜິວ​ແລະ​ຮ່າງກາຍ​ມີ​ສຸຂະພາບ​ທີ່​ດີ​ໄປ​ນໍາເພາະ​ຕັບ​ມີ​ຫນ້າທີ່​ທຳລາຍ​ສານ​ພິດກຳຈັດ​ຂອງ​ເສຍ​ທີ່​ຮ່າງກາຍ​ໄດ້​ມາ​ຈາກ​ອາຫານ​ຫລື​ສານ​ທີ່​ຮັບ​ເຂົ້າໄປ ເຊັ່ນ:ຢາ,ແອວ​ກໍ​ຮໍ​ແລະອື່ນໆເມື່ອ​ຕັບ​ເຮັດວຽກ​ໄດ້​ເປັນ​ຢ່າງ​ດີ​ກໍ​ຈະ​ຖືກ​ຂັບ​ໄລ່ຂອງ​ເສຍ​ອອກຈາກ​ຮ່າງກາຍ​ໄດ້​ເອງ​ຕາມ​ທຳມະຊາດແຕ່​ຖ້າ​ສານ​ພິດ​ເຂົ້າໄປ​ສະ​ສົມ​ໃນ​ຕັບ​ຫລາຍ​ຂຶ້ນຈົນ​ເກີດ​ສານ​ພິດ​ຕົກ​ຄ້າງ​ຈະ​ສົ່ງ​ຜົນ​ເສຍ​ຕາມ​ມາ​ຫລາຍ​ຢ່າງ​ທັງ​ໃນ​ເລື່ອງ​ຂອງ​ຜິວ​ພັນ​ແລະ​ສຸຂະພາບຊຶ່ງ​ແອວ​ກໍ​ຮໍ​ກໍ​ມີ​ສ່ວນ​ສຳຄັນ​ທີ່​ເປັນ​ຕົວ​ການ​ໃນ​ການ​ທຳລາຍ​ຕັບ​ຢ່າງ​ຫລາຍ​ບໍ່​ວ່າ​ຈະ​ເຮັດໃຫ້​ໄຂ​ມັນ​ສະ​ສົມ​ໃນ​ຕັບ,ຕັບ​ອັກ​ເສບ,ຕັບ​ແຂງ​ແລະອື່ນໆ

3.ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີ

ໃນ​ຄາ​ເຟ​ອີນ​ມີ​ສາ​ນອາດີ​ນາ​ລີນ​ຊຶ່ງ​ສົ່ງ​ຜົນ​ໃຫ້​ຜິວ​ໜ້າ​ຫ່ຽວ​ຍານ​ໄດ້ອີກ​ຢ່າງຄາ​ເຟ​ອີນ​ຍັງ​ດູດ​ຊຶມ​ວິ​ຕາ​ມິນ​ແລະ​ແຮ່​ທາດ​ທີ່​ຈຳ​ເປັນ​ຈາກ​ຮ່າງກາຍ​ສົ່ງ​ຜົນ​ເສຍ​ຕໍ່​ຜິວ​ນໍາອີກ​ເຊັ່ນ​ກັນ

4.ອາຫານ​ປິ້ງ​

ໃນ​ອາຫານ​ປິ້ງ​ມັກ​ຈະ​ພົບ​ສານ​ໄຮ​ໂດນ​ຄາບອນໂດຍ​ສະເພາະ​ບ່ອນສ່ວນ​ທີ່​ໄໝ້​ກຽມ​ຊຶ່ງ​ກໍ່​ໃຫ້​ເກີດ​ສາ​ນອາ​ນຸ​ມູນ​ອິດສະຫລະສົ່ງ​ຜົນ​ໃຫ້​ທຳລາຍ​ຈຸລັງ​ຕ່າງໆຂອງ​ຮ່າງກາຍໄດ້​ແກ່ ຜິວ​ໝອງ​ຄ້ຳ,ຮ່ອງ​ຮອຍແລະ​ອາດ​ສົ່ງ​ຜົນ​ເຮັດໃຫ້​ເກີດ​ພະຍາດ​ມະ​ເຮັງ​ໄດ້ແຕ່​ບໍ່ແມ່ນ​ວ່າ​ຈະ​ກິນ​ອາຫານ​ຈຳ​ພວກ​ນີ້​ບໍ່​ໄດ້​ເລີຍ​ພຽງ​ແຕ່​ຕ້ອງ​ເລືອກ​ກິນໜ້ອຍໜຶ່ງ​​ໂດຍ​ເອົາ​ຊີ້ນ​ບໍລິເວນ​ທີ່​ ໄໝ້​​ອອກ​ກໍ​ສາມາດ​ຊ່ວຍຫ​ລຸດ​ຄວາມ​ກັງ​ວົນ​ບ່ອນນີ້​ໄປ​ໄດ້​

5.ອາຫານ​ລົດ​ເຄັ

ອາຫານ​ໃນ​ບ່ອນນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເປັນ​ອາຫານ​ທີ່​ປຸງ​ດ້ວຍ​ເກືອ​ພຽງ​ເທົ່າ​ນັ້ນແຕ່​ອາຫານ​ທີ່​ມີ​ປະລິມານ​ໂຊ​ດຽມ​ຫລາຍ​ໆກໍ​ເຂົ້າ​ຂ່າຍ​ນໍາເຊັ່ນ​ກັນຊຶ່ງ​ຖ້າ​ໄດ້ຮັບ​ໂຊ​ດຽມ​ຫລາຍ​ເກີນ​ໄປ​ຈະ​ສົ່ງ​ຜົນ​ໃຫ້​ຮ່າງກາຍ​ເກີດ​ອາການ​ບວມ​ນ້ຳໂຊ​ດຽມ​ດູດ​ນ້ຳ​ອອກຈາກ​ລະບົບ​ຕ່າງໆຂອງ​ຮ່າງກາຍສົ່ງ​ຜົນ​ໃຫ້​ຜິວ​ແຫ້ງ​ກ້ານບໍ່​ຊຸ່ມ​ຊື່ນແຖມ​ການ​ບວມ​ນ້ຳ​ຍັງ​ເຮັດໃຫ້​ຕາ​ບວມ​ບໍ່​ສົດ​ໃສ​ນໍາອີກ​

6.ອາຫານ​ແປ​ຮູບ

ອາຫານ​ແປ​ຮູບຕົວຢ່າງຊີ້ນ​ສັດ​ແປ​ຮູບເຊັ່ນ:ໄສ້​ກອກ,ເບ​ຄອນ,ແຮມ​ແລະອື່ນໆມັກ​ເຕັມ​ໄປ​ດ້ວຍ​ສານ​ໃນ​ກຸ່ມ​ຊັນ​ໄຟ(ໃຊ້​ເປັນ​ວັດ​ຖຸ​ເຈືອ​ປົນ​ອາຫານ)ເຊັ່ນ:ສານ​ກັນ​ບູດ,ໃຊ້​ປ້ອງ​ກັນ​ສີ​ປ່ຽນວັດ​ຖຸ​ກັນ​ກິ່ນ​ເໝັນ​​ແລະອື່ນໆຊຶ່ງ​ມີ​ສ່ວນ​ກະຕຸ້ນ​ໃຫ້​ຜິວ​ເກີດ​ການ​ອັກ​ເສບ​ແລະ​ເກີດ​ຮ່ອງຮອຍ​ໄດ້ທາງ​ທີ່​ດີ​ຫັນ​ມາ​ກິນ​ຊີ້ນ​ສັດ​ບໍ່​ຕິດ​ມັນ​ເຊັ່ນ:ເອິກ​ໄກ່,ຊີ້ນປາ,ຈະ​ດີກວ່າ