spot_img
Homeຄວາມງາມເລື່ອງຕ້ອງຮູ້! ກ່ອນຄິດເຮັດສັນຍະກຳປາກນ້ອຍ

ເລື່ອງຕ້ອງຮູ້! ກ່ອນຄິດເຮັດສັນຍະກຳປາກນ້ອຍ

Published on

6878

ໄລຍະນີ້ກະແສເຮັດສັນຍະກຳ ກຳລັງມາແຮງແລະເປີດກວ້າງຫລາຍໃນບ້ານເຮົາ ເຮັດອອກມາແລ້ວເບິ່ງດີຂຶ້ນ ງາມຂຶ້ນ ເປັນໃຜໃຜກໍຢາກເຮັດຍິ່ງສະເພາະໄລຍະນີ້ກະແສການເຮັດສັນຍະກຳປາກນ້ອຍກໍກຳລັງມາແຮງແຊງທາງໂຄ້ງຫລາຍໆບໍ່ເວັ້ນແມ່ນແຕ່ດາລາດັງໆ ກໍນິຍົມໄປເຮັດກັນຈົນສາວໆທົ່ວບ້ານທົ່ວເມືອງຢາກຈະແຫ່ໄປເຮັດຕາມກັນນຳ ແຕ່ສຳລັບໃຜທີ່ກຳລັງຄິດຫລືວາງແຜນທີ່ຈະໄປເຮັດປາກ ຢ່າຮີບຮ້ອນສາວໆມາສຶກສາ 10 ເລື່ອງຕ້ອງຮູ້! ກ່ອນຄິດເຮັດສັນຍະກຳທີ່ເອົາມາຝາກກັນກ່ອນດີກວ່າ ຮູ້ເອົາໄວ້ ເພື່ອເວລາເຮັດຈະໄດ້ກຽມຕົວຮັບມືແລະບໍ່ພາດ
1. ຖ້າໃຜທີ່ຮັບປະທານ “ຢາປະເພດແອດໄພລິນ” ຢູ່ຄວນຢຸດຮັບປະທານກ່ອນຜ່າຕັດປະມານ 1 ອາທິດ ເພາະຢາຊະນິດນີ້ຈະເຮັດໃຫ້ເລືອດອອກຫລາຍກວ່າປົກກະຕິ ຊຶ່ງອາດຈະເຮັດໃຫ້ເກີດບັນຫາໄດ້ຂະນະຜ່າຕັດ
2. ຫາກເຈົ້າມີພະຍາດປະຈຳຕົວ ຫລືແພ້ຢາຊະນິດໃດ ຄວນແຈ້ງໃຫ້ແພດຜູ້ກໍ່ການຜ່າຕັດຮູ້ກ່ອນ
3. ຢ່າເລືອກເຮັດສັນຍະກຳປາກບາງຫລາຍເກີນໄປ ເພາະຍິ່ງມີອາຍຸຫລາຍ ປາກຂອງຄົນເຮົາຈະຍິ່ງບາງລົງ ແລະເວລານັ້ນອາດຈະເຮັດໃຫ້ເກີດບັນຫາຂຶ້ນໄດ້ ນຶກເຖິງອະນາຄົດນຳສາວໆ
4. ເຮັດໃຈຮັບມືກັບຮອຍແຜເປັນທີ່ອາດເກີດຂຶ້ນໄດ້ເພາະການຜ່າຕັດທຸກຊະນິດນັ້ນມີຄວາມສ່ຽງຕໍ່ການເກີດແຜເປັນຢູ່ແລ້ວ
5. 1-3 ມື້ທຳອິດບ່ອນເຮັດຜ່າຕັດ ໃຫ້ເຮັດໃຈຮັບສະພາບໃບໜ້າຂອງຕົວເອງໄວ້ເລີຍຢ່າຕົກໃຈ ເພາະປາກຈະຄ່ອນຂ້າງບວມຊ້ຳແລະແດງມີຂະໜາດໃຫຍ່ຫລາຍກວ່າປົກກະຕິເນື່ອງຈາກຈະມີອາການອັກເສບບໍລິເວນແຜທີ່ຜ່າຕັດ
6. ຫລັງເຮັດສັນຍະກຳປາກໃນໄລຍະອາທິດທຳອິດຄວນນອນໝອນສູງໆພ້ອມກັບປະຄົບເຢັນອ້ອມຮອບ ບາດແຜຈະຊ່ວຍລຸດອາການບວມລົງໄດ້
7. ໝັ່ນເຮັດຄວາມສະອາດບາດແຜແລະບ້ວນປາກດ້ວຍນ້ຳສະອາດຢູ່ສະເໝີແລະທຸກເທື່ອຫລັງຮັບປະທານອາຫານຈະຕ້ອງບ້ວນປາກດ້ວຍນ້ຳສະອາດຫລືນ້ຳເກືອເພື່ອປ້ອງກັນບໍ່ໃຫ້ແຜຕິດເຊື້ອ
8. ຮັບປະທານຢາຕາມທີ່ແພດສັ່ງແລະເຮັດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ (ອັນນີ້ສຳຄັນ)
9. ຫລັງຜ່າຕັດຫ້າມອອກກຳລັງກາຍທີ່ໄດ້ຮັບຄວາມກະທົບກະເທືອນທຸກຊະນິດ
10. ງົດຮັບປະທານອາຫານລົດຈັດແລະເຄື່ອງດື່ມແອນກໍຮໍເພາະມັນຈະຍິ່ງເຮັດໃຫ້ປາກບວມ ແລະຫາຍຊ້າ
6881

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...