Homeມຸມຂ່າວ AECຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມ ງານວາງສະແດງສິນຄ້າ ຈີນ-ອາຊຽນ

ຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມ ງານວາງສະແດງສິນຄ້າ ຈີນ-ອາຊຽນ

Published on

21

ຂປລ. ​​ ທ່ານ ສົມ​ສະຫວາ​ດ ​ເລັ່ງສະຫວັດ ຮອງ​ນາ​ຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ສຳ​ເລັດ​ການ​ເຂົ້າ​ຮ່ວມງານ​ວາງສະ​ແດງ​ສິນຄ້າ ຈີນ-ອາ​ຊຽນ ​ແລະ ​ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຄ້າ-ການ​ລົງ​ທຶນ ຄັ​້ງທີ 12 ຢູ່​ເມືອງ​ນານ​ໜິງ ​ແຂວງ ກວາງຊີ ສປ ຈີນ ທີ່​ໄດ້​ຈັດ​ຂຶ້ນ​​ໃນ ລະຫວ່າງ​ວັນ​ທີ 18-22 ກັນຍາ 2015 ນີ້.

ໃນ ​ໂອກາດ ​ເປີດງານວາງສະ​ແດງ​ສິນຄ້າ ຈີນ-ອາ​ຊຽນ ຄັ້ງ​ທີ 12 ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 18 ກັນຍາ 2015 ທ່ານ ສົມ​ສະຫວາ​ດ ​ເລັ່ງສະຫວັດ ​ຂຶ້ນ​ມີ​ຄຳ​ເຫັນ ​ໂດຍ​ເນັ້ນ​ເຖິງບັນ​ຫາ​ທີ່​ພົ້ນ​ເດັ່ນ ​ໃນ​ກາ​ນຮ່ວມ​ມື ຈີນ-ອາ​ຊຽນ, ​ໂດຍ​ສະ​ເພາະ​ການ​ຂະ​ຫຍາ​ຍຕົວ​ ທາງ​ດ້ານ​ການ​ຄ້າ-ການ​ລົງທຶນ ​ແລະ ການທ່ອງທ່ຽວ ​ເຊິ່ງປັດຈຸ​ບັນ ສປ ຈີ​ນ ​ເປັນປະ​ເທດຄູ່​ຄ້າ​ອັນ​ດັບ​ໜຶ່ງ ​ຂອງ​ອາ​ຊຽນ, ສ່ວນກາ​ນຮ່ວມ​ມື​ສອງ​ຝ່າຍ ລາວ-ຈີນ ​ໃນ​ດ້ານ​ຕ່າງໆ ​ກໍ​ເຫັນ​ວ່າ​ມີ​ການ​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ, ອັນ​ພົ້ນ​ເດັ່ນ​ທີ່​ສຸດ ​​ແມ່ນ​ສອງ​ຝ່າຍຈະ​ໄດ້​ຮ່ວມ​ກັນ​ ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ ຂຶ້ນ​ສູ່​ວົງ​ໂຄຈອນ ​ແລະ ສ້າງ​ເສັ້ນທາງ​ລົດ​ໄຟ​ເຊື່​ອມຕໍ່ ຈີ​ນ-ລາວ ​ແລະ ​ໄປ​ສູ່​ບັນດາ​ປະ​ເທດ​ອາ​ຊຽນ ​ເຊິ່ງທັງ​ສອງ​​ໂຄງການດັ່ງກ່າວ ພາຍຫລັງ​ສຳ​ເລັດ ຈະ​ເປັນ​ການຊ່ວຍ​ຫັນ ​ສປປ ລາວ ຈາກ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​​ແດນ​ຕິດ​ກັບ​ທະ​​ເລ ກາຍ​ເປັນ​ປະ​ເທດເຊື່ອ​ມຈອດ.

​ ໃນ​ໄລຍະ ​ເຂົ້າ​ຮ່ວມງານ​ວາງສະ​ແດງດັ່ງ​ກ່າວ ​​ ທ່ານ ສົມ​ສະຫວາ​ດ ​ເລັ່ງສະຫວັດ ​ໄດ້​ພົບ​ປະ​ສອງ​ຝ່າ​ຍ ກັບ​ທ່ານ ຈ່າງ​ ກ່າວ​ລີ້ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປ ຈີນ, ທ່ານ ຫງວຽນ ຊວນ​ຟຸກ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ ​ແລະ ທ່ານ ທະນະ​ສັກ ປຣະຕິ​ມາ​ປະກອນ ຮອງ​ນາຍົກ ລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ ນອກນັ້ນ ຍັງ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ ​ຂອງ​ທ່ານ ​ເສີນ​ອູ ​ເຈົ້າ​ແຂວງ​ກວາງຊີ ສປ ຈີນ ​ເຊິ່ງ​ໄດ້​ປຶກສາ ​ຫາ​ລືກັນ​ໃນ​ຫລາຍ​ບັນຫາ ​ທີ່​ທັງ​ສອງ​ຝ່າຍ​ ມີ​ຄວາມ​ສົນ​ໃຈຮ່ວມ​ກັນ ​ແນ​ໃສ່​ຮັດ​ແໜ​້ນການ​ພົວພັນ ​ແລະ ກາ​ນຮ່ວມ​ມື​ ສອງ​ຝ່າ​ຍ​ໃຫ້​ແໜ້ນ​ແຟ້ນ ຍິ່ງ​ໆຂຶ້ນ. ສຳ​ລັບ​ກາ​ນຮ່ວມ​ມື ​ກັບ​ແຂວງ​ກວາງຊີ ສອງ​ຝ່າ​ຍ​ເຫັນ​ດີ ​ໃຫ້​ມີ​ກົນ​ໄກການ​ພົບ​ປະ​ຮ່ວມ​ມື​ ປະຈຳ​ປີ ​ເພື່ອ​ຊຸກ​ຍູ້ ​ແລະ ​ເສີມ​ຂະຫຍາຍກາ​ນຮ່ວມ​ມື​ເພື​່ອການ​ພັດທະນາ ລວມທັງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ-ການ​ລົງທຶນ ​ແລະ ການທ່ອງທ່ຽວ ​ໃຫ້​ກວ້າງ​ຂວາງ​ຍິ່ງ​ຂຶ້ນ. ນອກ​ນັ​້ນ ຍັງ​ໄດ້​ໄປ​ຢ້ຽມຢາມ ​ເຂດ​ເສດຖະກິດ​ ໜານ​ໜິງ ​ແລະ ​ໂຮ​ງຮຽນ 67 ​ເຊິ່ງມີ​ປະຫວັດຄວາມ​ເປັນ​ມາ ອັນ​ຍາວ​ນານ ​ແລະ ຕິດ​ພັນ​ກັບ​ປະຫວັດສາດ ​ກາ​ນພົວພັນ ຮ່ວມ​ມື​ ລະຫວ່າງ ລາ​ວ-ຈີນ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...