spot_img
Homeຄວາມງາມວິທີຂັດຕາຕຸ່ມໃຫ້ເຊົາດຳໝົ່ນໝອງ

ວິທີຂັດຕາຕຸ່ມໃຫ້ເຊົາດຳໝົ່ນໝອງ

Published on

16092015_IMG_1442367697_94

ຂາສ້ວຍງາມແຕ່ພັດມີ‘ຕາຕຸ່ມດຳ’ນີ້ກໍເປັນຕາອາຍຢູ່ສາວໆມື້ນີ້ໄປຄົ້ນສູດເດັດມາໃຫ້ສາວໆ ແກ້ບັນຫາຕາຕຸ່ມດຳໝົ່ນໝອງແລ້ວແຖມຍັງເປັນສູດຈາກທຳມະຊາດນໍາອີກມາເລີ່ມກັນເລີຍ
1.ກາກກາເຟ+ຂີ້ໝິ້ນ+ນົມສົດ
*ກາກກາເຟທີ່ໃຊ້ແລ້ວມາ2ບ່ວງ
*ຜົງຂີ້ໝິ້ນ1ບ່ວງ
*ນົມສົດ1/4ຈອກ
ຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນຈາກນັ້ນນຳມາທາຢູ່ຕາຕຸ່ມຖິ້ມໄວ້1ນາທີຈາກນັ້ນຂັດໆ ດ້ວຍມືຫລືຟອງນ້ຳຫລືອື່ນໆກໍໄດ້ຈາກນັ້ນຂັດໆເປັນວົງມົນເກືອບ5-10ນາທີແລ້ວລ້າງອອກເຮັດເປັນປະຈຳອາທິດລະ1-2ຄັ້ງ
2.ໝາກນາວ
ນຳໝາກນາວສົດຜ່າເຄິ່ງລູກເລີຍສາວໆຈາກນັ້ນນຳໝາກນາວທັງເປືອກນີ້ແຫລະຂັດໆ ວົນໆບໍລິເວນຕາຕຸ່ມເລີຍປະມານ2-3ນາທີຈາກນັ້ນລ້າງອອກເຮັດເລື້ອຍໆໄດ້ເທົ່າທີ່ສາວໆຕ້ອງການ
3.ນ້ຳຕານຊາຍແດງ+ ນົມສົດ
*ນ້ຳຕານຊາຍແດງ1ບ່ວງ
*ນົມສົດ1ບ່ວງ

ຄົນໃຫ້ເຂົ້າກັນແລ້ວນຳມາຂັດທີ່ບໍລິເວນຕາຕຸ່ມເປັນເວລາ5ນາທີໂຕເມັດນ້ຳຕານຈະຊ່ວຍຂັດສິ່ງສົກກະປົກອອກໄດ້ເຮັດອາທິດລະ2ເທື່ອ
4.ເກືອ+ເບບີ້ອອຍ
*ເກືອເມັດລະອຽດ1ບ່ວງ
*ເບບີ້ອອຍ2ບ່ວງ
ຄົນໃຫ້ເຂົ້າກັນແລ້ວນຳມາທາແລະຂັດທີ່ຕາຕຸ່ມປະມານ3-5ນາທີເຮັດເປັນປະຈຳອາທິດລະ2ເທື່ອ
5.ນ້ຳໝາກຂາມປຽກ+ນ້ຳເຜິ້ງ
*ນ້ຳໝາກຂາມປຽກລະລາຍນ້ຳ
*ນ້ຳເຜິ້ງ
ໃຊ້ໃຍບວບຫລືຟອງນ້ຳໃນການຂັດແຕ່ຢ່າຂັດແຮງເກີນໄປດຽວຈະລະຄາຍເຄືອງໄດ້

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...