Homeຂ່າວຕ່າງປະເທດອົດສະຕາລີ ສົ່ງເຮືອບິນຮ່ວມໂຈມຕີກຸ່ມໄອເອັສຢູ່ຊີຣີ ເປັນຄັ້ງທຳອິດ!

ອົດສະຕາລີ ສົ່ງເຮືອບິນຮ່ວມໂຈມຕີກຸ່ມໄອເອັສຢູ່ຊີຣີ ເປັນຄັ້ງທຳອິດ!

Published on

EyWwB5WU57MYnKOuXq8EUadY9tTXsy4DoZSQl5ylapz9qXt5T2xr3X

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ກັນຍານີ້ວ່າ ລັດຖະບານອົດສະຕາລີ ໄດ້ອອກມາຢືນຢັນ ກອງກຳລັງທະຫານຂອງຕົນໄດ້ເປີດສາກສົ່ງເຮືອບິນສູ້ຮົບ ເຂົ້າໂຈມຕີທາງອາກາດໃສ່ເປົ້າໝາຍກຸ່ມລັດອິດສະລາມ ຫລື ໄອເອັສ ຢູ່ປະເທດຊີຣີເປັນເທື່ອທຳອິດ ໃນຖານະທີ່ອົດສະຕາລີເປັນສ່ວນໜຶ່ງຂອງກອງກຳລັງພັນທະມິດ ທີ່ນຳໂດຍສະຫະລັດອາເມຣິກາ ດຳນີນການໂຈມຕີໃສ່ຖານທີ່ໝັ້ນຂອງກຸ່ມໄອເອັສທັງໃນຊີຣີ ແລະ ປະເທດອີຣັກ.

ທັງນີ້ ໃນໄລຍະ 12 ເດືອນຜ່ານມາ ກອງກຳລັງຂອງອົດສະຕາລີເອງ ກໍໄດ້ມີສ່ວນຮ່ວມໃນການສົ່ງເຮືອບິນເຂົ້າບຸກໂຈມຕີກຸ່ມລັດອິດສະລາມຢູ່ປະເທດອີຣັກມາແລ້ວ.

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...