ຊາວ​ເນັດ​ຈີນຮືຮາພາບ​ແມ່ນ້ຳ”ມັງ​ກອນ​ສີ​ຟ້າ”ເຊື່ອ​ໃຫ້​ໂຊ​ກລາບ

2573AC2BD7BA46358A59B1F7C1937B69

ເວັບ​ໄຊຕ໌​ ‘ຊ່ຽງ​ໄຮ້​ອິດຕ໌’ ໄດ້​ເຜີຍແຜ່​ພາບ​ທີ່​ກຳ​ລັງ​ສ້າງ​ປາກົດ​ການເທິງ​ໂລກ​ໂຊ​ຊຽວ​ມີ​ເດຍ​ຂອງ​ຈີນ ເປັນ​ພາບ​ຖ່າຍ​ຈາກ​ດ້ານ​ເທິງ​ຂອງ​ແມ່ນ້ຳ”ບຣູດ​ດາ​ກອນ”ຫລື”ມັງ​ກອນ​ສີ​ຟ້າ”ຊຶ່ງ​ຢູ່ໃນ​ເມືອງ​ຄາດ​ໂຕ​ມາ​ລິມ ປະເທດ​ໂປ​ຕຸ​ເກດ ຊຶ່ງ​ມີ​ລັກສະນະ​ຄົດ​ຄ້າຍ​ຮ່າງ​ມັງ​ກອນ

ພາບ​ດັ່ງ​ກ່າວ​ຖືກ​ບັນ​ທຶກ​ໂດຍ​ຜູ້ຊາຍຄົນໜຶ່ງ​ຂະນະ​ກຳ​ລັງ​ເດີນທາງ​ຢູ່​ເທິງ​ເຄື່ອງ​ບິນ ໂດຍ​ທັນ​ທີ​ທີ່​ຮູບ​ດັ່ງ​ກ່າວ​ຖືກ​ເຜີຍແຜ່ ຊາວ​ໂລກ​ອອນ​ໄລນ໌​ຈີນ​ກໍ​ຕ່າງ​ພາ​ກັນ​ກົດ​ແຊລ໌​ກັນ​ຢ່າງ​ກວ້າງ​ຂວາງ​ກວ່າ 30,000 ເທື່ອ​ໃນ​ເວລາ​ພຽງ 10 ຊົ່ວ​ໂມງ ໂດຍ​ຕ່າງ​ເຊື່ອ​ວ່າ​ຈະ​ເປັນ​ໂຊກ​ລາບ​ໃຫ້​ແກ່​ຕົວ​ເອງ

​ມັງ​ກອນ​ຖື​ເປັນ​ສັນຍະລັກ​ແຫ່ງ​ອຳນາດ ຄວາມ​ແຂງ​ແກ່ນ ແລະ​ໂຊ​ກລາບ ແມ່ນແຕ່​ລາຍ​ເສື້ອ​ຜ້າ​ຂອງ​ກະສັດ​ຈີນ​ໃນ​ອະ​ດີດ​ກໍ​ມີ​ພາບ​ມັງ​ກອນ​ປາກົດ​ຢູ່

ລາຍ​ງານ​ຍັງ​ລະ​ບຸ​ວ່າ​ປາກົດ​ການນີ້​ອາດ​ຍັງ​ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ຫລັ່ງ​ໄຫລ​ໄປ​ທີ່​ປະເທດ​ໂປ​ຕຸ​ເກດ​ດ້ວຍ​ກໍ​ເປັນ​ໄດ້

ທີ່​ມາ: shanghaiist

D0E0CEF2FFD14058910E4F80580E18B9 11E09773AD9C40F59A1C928A4FB097BC