spot_img
Homeຄວາມງາມແທ້ ​ຫລື ​ບໍ່? ຝຸ່ນ​ລະ​ອອງ ຕົວ​ການ​ທີ່​ເຮັດ​ໃຫ້​ຜູ້​ຍິງ​ຕຸ້ຍ

ແທ້ ​ຫລື ​ບໍ່? ຝຸ່ນ​ລະ​ອອງ ຕົວ​ການ​ທີ່​ເຮັດ​ໃຫ້​ຜູ້​ຍິງ​ຕຸ້ຍ

Published on

01_129 (1)

          ຝຸ່ນ​ລະ​ອອງ ຕົວ​ການ​ທີ່​ເຮັດໃຫ້​ຜູ້ຍິງ​ຕຸ້ຍ ເລື່ອງ​ທີ່​ເຮັດໃຫ້​ສາວໆຕົກ​ໃຈ​ນີ້​ຈະ​ເປັນແທ້ຫລື​ບໍ່ ມື້​ນີ້​ລາວໂພສ​ຈະ​ຊວນ​ມາ​ໄຂ​ຂໍ້​ຂ້ອງ​ໃຈ​ກັນ​
     ສາວໆຄົນ​ໃດ​ທີ່​ຂີ້ຄ້ານ​ທຳຄວາມ​ສະ​ອາດ​ເຮືອນ​ຫລື​ໂຕະ​ເຮັດວຽກ ຈົນ​ປ່ອຍ​ໃຫ້​ຝຸ່ນ​ມາຈັບ​ເຕັມ​ໄປຫມົດ ຕໍ່ໄປ​ນີ້​ຄົງ​ຕ້ອງ​ຄິດ​ກັນ​ໃໝ່​ແລ້ວ​ເພາະ​ລ່າ​ສຸດ​ມີ​ງານ​ວິ​ໄຈ​ໃໝ່​ທີ່​ເຜີຍ​ອອກ​ມາ​ໃຫ້​ຜູ້ຍິງ​ຢ້ານ​ຕຸ້ຍຮູ້ສຶກ​​ຕົກ​ໃຈ​ກັນ​ອີກ​ແລ້ວ​ວ່າ ຝຸ່ນ​ລະ​ອອງ​ທີ່​ຢູ່​ຮອບ​ຕົວ​ເຮົາ​ນີ້​ແຫລະ​ເປັນ​ຕົ້ນ​ເຫດ​ທີ່​ເຮັດໃຫ້​ຕຸ້ຍ​ໄດ້
ໂດຍ​ງານ​ວິ​ໄຈ​ທີ່​ວ່າ​ນີ້​ພົບ​ວ່າ ຝຸ່ນ​ລະ​ອອງ​ທັງ​ໃນ​ເຮືອນ​ແລະ​ບ່ອນເຮັດວຽກ​ຂອງ​ສາວໆສາມາດ​ທີ່​ຈະ​ສົ່ງ​ສັນ​ຍານ​ໄປ​ກະຕຸ້ນ​ເຊວ​ໄຂ​ມັນ​ຂອງ​ມະນຸດ​ໃຫ້​ຈະເລີນ​ເຕີບໂຕ​ຂຶ້ນ ແລະ​ນີ້​ແຫລະ​ທີ່​ຈະ​ເຮັດໃຫ້​ລະບົບ​ການ​ເຜົາ​ຜານ​ໃນ​ຮ່າງກາຍ​ຂອງ​ເຈົ້າ​ເຮັດວຽກ​ຊ້າລົງແຕ່​ຖ້າ​ວ່າ​ໜຶ່ງ​ໃນ​ຜູ້​ຂຽນ​ງານ​ວິ​ໄຈ (Heather Stapleton) ກໍ​ຊີ້​ວ່າ ຕອນ​ນີ້​ຍັງ​ບໍ່​ອາດ​ບອກ​ໄດ້​ວ່າ​ຈະ​ສົ່ງ​ຜົນ​ຕໍ່​ສຸກຂະພາບ​ໃນໄ​ລ​ຍະ​ຍາວ​ຫລື​ຈະ​ເຮັດໃຫ້​ເກີດ​ພະຍາດ​ບາງ​ຊະນິດ​ຫລື​ບໍ່
ນອກ​ຈາກ​ນີ້ ເຮດ​ເທີລ໌ ສະ​ເຕ​ເປີນ​ຕັນ ແລະ​ທີມ​ທີ່​ຮ່ວມ​ງານ​ກັນ​ຍັງ​ໄດ້​ກໍ່ການ​ທົດລອງ​ໂດຍ​ການ​ເກັບ​ຝຸ່ນ​ຕົວ​ຢ່າງ​ຈາກ​ເຮືອນ​ແລະ​ຫ້ອງການ ໂດຍ​ພົບ​ວ່າ​ວັດ​ຖຸ​ບາງ​ອັນໃນ​ຝຸ່ນ​ກໍ​ສາມາດ​ປ່ຽນ​ແປງ​ເປັນ​ໂປ​ຕີນ​ທີ່​ຮຽກວ່າ PPAR-gamma1 ໄດ້ ຊຶ່ງ​ໂປ​ຕີນ​ຕົວ​ນີ້​ກໍ​ພົບ​ໄດ້​ໃນ​ເນື້ອ​ເຍື່ອ​ມະນຸດ​ເຊັ່ນ​ກັນ ແລະ​ເຈົ້າ​ຕົວ​ນີ້​ກໍ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເຊວໄຂ​ມັນ​ຈະເລີນ​ເຕີບໂຕ​ໄດ້​ດ້ວຍ ຊຶ່ງ​ກໍ​ອາດຈະ​ຕີ​ຄວາມ​ໄດ້​ວ່າ ໂປ​ຕີນ​ຕົວ​ນີ້​ແຫລະ​ທີ່​ອາດ​ເຮັດໃຫ້​ຜູ້ຍິງ​ເຮົາ​ຕຸ້ຍໄດ້
ເຖິງແມ່ນວ່າ​ຜົນ​ວິ​ໄຈ​ນີ້​ຈະ​ເປັນ​ທີ່​ໜ້າ​ສົນ​ໃຈ​ຫລາຍ ແຕ່​ກໍ​ຍັງ​ສະຫລຸບ​ຊັດເຈັນ​ບໍ່​ໄດ້​ວ່າ​ຝຸ່ນ​ເຮັດໃຫ້​ສາວໆ ຕຸ້ຍໄດ້​ແທ້​ຫລື​ບໍ່ ຈຶ່ງ​ຄວນ​ຕ້ອງ​ກໍ່ການ​ວິ​ໄຈ​ເພິ່ມເຕິມ​ອີກ ແຕ່​ພໍ​ຮູ້​ແບບ​ນີ້​ແລ້ວ​ສາວໆກໍ​ຄວນ​ຈະ​ກຳຈັດ​ຝຸ່ນ​ດ້ວຍ​ການເຮັດ​ຄວາມ​ສະ​ອາດ​ເຮືອນ​ຫລື​ໂຕະ​ເຮັດວຽກ​ເລື້ອຍໆເພາະ​ຖ້າ​ຮ່າງກາຍ​ເຮົາ​ສູບ​ເອົາ​ຝຸ່ນ​ເຂົ້າໄປຫລາຍໆກ່ອນ​ຈະ​ຢ້ານ​ພະຍາດ​ຕຸ້ຍ​ຄວນ​ຕ້ອງ​ຢ້ານ​ພະຍາດ​ອື່ນໆມາ​ຢ້ຽມ​ກ່ອນ​ຈະ​ດີກວ່າ

 

 

 

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...