spot_img
Homeຄວາມງາມສູດ​ເດັດ ‘ຂັດ​ຂີ້​ໄຄ’ ເພື່ອ​ຜິວ​ຂາວ​ໃສ ຈາກ​ທຳມະຊາດ!!

ສູດ​ເດັດ ‘ຂັດ​ຂີ້​ໄຄ’ ເພື່ອ​ຜິວ​ຂາວ​ໃສ ຈາກ​ທຳມະຊາດ!!

Published on

3

  1. ເລີ່ມ​ຈາກ​ອາບ​ນ້ຳ​ອຸ່ນ​ພໍ​ດີໆ ແລ້ວ​ໃຊ້​ຟອງ​ນ້ຳ​ຫລື​ຜ້າ​ຂົນ​ໜູ​ຊຸບ​ນ້ຳ​ອຸ່ນ​ລູບ​ບໍລິເວນ​ຜິວ​ໃຫ້​ທົ່ວ​ປະ​ມານ 3ນາ​ທີ​ຈົນ​ເລີ່ມ​ເປື່ອຍແລ້ວ​ຄ່ອຍ​ໆຖູ​ອອກ ສັງເກດ​ໄດ້​ວ່າ​ຄາບ​ຂີ້​ໄຄ​ຈະ​ຫລຸດ​ອອກ​ໄດ້​ງ່າຍ​ຫລາຍ​ຍິ່ງ​ຂຶ້ນ
  2. ໃຊ້​ນ້ຳ​ມັນ​ໝາກກອກ​ຫລື​ເບ​ບີ້​ອອຍ​ປະລິມານ 4 ບ່ວງແກງ ນຳ​ມາ​ປະສົມ​ກັບ​ເກືອ 2 ບ່ວງກະເຟ ລູບໆໄປ​ບໍລິເວນ​ຜິວ​ຂອງ​ສາວໆໃຫ້​ທົ່ວ​ຕົວ​ເລີຍ​ ຈາກ​ນັ້ນ​ກໍ​ອາບ​ນ້ຳ​ລ້າງ​ຕົວ​ກຳຈັດ​ຂີ້​ໄຄ​ອອກ
  3. ໃຊ້​ໃຍ​ບວບ​ຫລື​ອຸປະກອນ​ຂັດ​ຜິວ​ອື່ນໆທີ່​ສາວໆມັກ​ມາ​ຊ່ວຍ​ແຕ່​ສາວໆຄວນ​ຂັດ​ຢ່າງ​ເບົາ​ມື​ແລະ​ຢ່າ​ຂັດ​ດົນ​ເກີນ​ເພາະ​ອາດ​ເຮັດໃຫ້​ຜິວ​ລະ​ຄາຍ​ເຄືອງ ເກີດ​ຮອຍ​ແດງ ຫາກ​ຂັດ​ບ່ອນເກົ່າ​ເປັນ​ປະຈຳ​ແລະ​ອອກ​ແຮງ​ຫລາຍ​ ອາດ​ກ່ອນ​ໃຫ້​ເກີດ​ຮອຍ​ດຳ​ໄດ້​ ຄວນ​ຂັດ 3-4 ເທື່ອ​ຕໍ່​ອາທິດ​ກຳ​ລັງ​ພໍ​ດີ​
  4. ປະສົມ​ເກືອ​ຂັດ​ຜິວ ໝາກ​ຂາມ​ປຽກ ກາກ​ກາ​ແຟ  ເຂົ້າ​ນຳກັນຫລື​ຈະ​ໃຊ້​ແຍກ​ກັນ​ກໍ​ໄດ້​ຂັດ 2-3 ນາ​ທີ​ຈາກ​ນັ້ນ​ພອກ​ປະ​ໄວ້​ສັກ 10-15 ນາ​ທີ ເພື່ອ​ນຳ​ມາ​ເຮັດ​ສະຄຮັບ ເພື່ອ​ຊ່ວຍ​ຜັດ​ເຊວຜິວ​ທີ່​ຕາຍ​ແລ້ວ​ອອກ​ໄປ​ ເຮັດ​ເປັນ​ປະຈຳ 2 ເທື່ອ​ຕໍ່​ອາທິດທີ່​ສຳຄັນ​ຫລັງ​ຈາກ​ຂັດ​ຜິວ​ສຳເລັດ​ແລ້ວ​ຢ່າ​ລືມທາໂລຊັນ​​ທີ່​ມີ​ສ່ວນ​ປະສົມ​ຈາກ ໄວ​ເທນ​ນິ່ງ​ທັນ​ທີ ແລະ​ທາ​ຄີມ​ກັນ​ແດດ​ເປັນ​ປະຈຳ​ທຸກ​ມື້ ບໍ່​ວ່າ​ເຈົ້າ​ຈະ​ຢູ່​ພາຍ​ໃນ​ເຮືອນ​ກໍ​ຕາມ​ກໍ​ຕ້ອງ​ທາ​ຄີມ​ກັນ​ແດດ​ ຂີ້​ໄຄ​ທີ່​ໝັກ​ໝົມເຮັດໃຫ້​ຜິວ​ຂອງ​ສາວໆໝອງ​ຄ້ຳບໍ່​ກະ​ຈ່າງ​ໃສ​ໄດ້​ ດັ່ງ​ນັ້ນ​ມາ​ກຳຈັດ​ມັນ​ດ້ວຍ​ວິທີ​ງ່າຍໆເຫລົ່າ​ນີ້​ກັນ​ດີກວ່າ

 

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...