spot_img
Homeລົດຍົນ-ຍານພາຫະນະເຄີຍ​ຮູ້​ບໍ? ຂີ້ນົ​ກ ທຳ​ຮ້າຍ​ສີ​ລົດ​ເຈົ້າ ຢ່າງໃດ?

ເຄີຍ​ຮູ້​ບໍ? ຂີ້ນົ​ກ ທຳ​ຮ້າຍ​ສີ​ລົດ​ເຈົ້າ ຢ່າງໃດ?

Published on

1425977131
ຂີ້ນົ​ກອາດ​ເປັນ​ສິ່ງ​ທີ່​ຜູ້​ໃຊ້​ລົດ​ຫລາຍ​ຄົນ​ເບີ່ງ​ຂ້າມ ເພາະ​ຄິດວ່າ​ປ່ອຍ​ໄວ້​​ຄ່ອຍ​ເອົາ​ໄປ​ລ້າງ​ກໍ​ໄດ້ ແຕ່​ຄວາມຈິງ​ແລ້ວຂີ້​ຂອງ​ນົກ​ມີ​ຜົນ​ຕໍ່​ສີລົດໂດຍ​ກົງ ເພາະ​ມັນ​ມີ​ຄວາມ​ເປັນ​ດ່າງ​ສູງ​ແລະ​ຈະ​ເຮັດ​ປະຕິ​ກິ​ລິ​ຍາ​ກັບ​ແລັກ​ເກີ​ທີ່​ເຄືອບ​ສີ​ລົດ​ໄວ້​ຊຶ່ງ​ຈະ​ສົ່ງ​ຜົນ​ໃຫ້​ສີ​ລົດ​ດ່າງ​ ເຮົາ​ໄປ​ເບິ່ງ​ວິທີ​ການເຮັດ​ຄວາມ​ສະ​ອາດຂີ້ນົກກັນກ່ອນ
1. ຫ້າມ​ຖູ ໃຫ້​ໃຊ້​ຜ້າ ​ຫລື​ ເຈ້ຍອະນາໄມ​ຈັບ​ອອກ ເພາະ​ການ​ຖູ​ຈະ​ຍິ່ງ​ເນັ້ນ​ໃຫ້ຂີ້ນົກສຳ​ຜັດ​ກັບ​ສີ​ລົດ​ເຮົາ​ຫລາຍຂຶ້ນ ແລະ​ ບໍ່​ຄວນ​ປ່ອຍ​ໄວ້​ດົນ​ເພາະຂີ້ນົກສາມາດ​ຖິ້ມ​ຄາບ​ດ່າງ​ໄວ້​ໄດ້​ອີກ​ດ້ວຍ
2. ໃນ​ກໍລະນີ​ທີ່ຂີ້ນົ​ກແຫ້ງ ໃຫ້​ໃຊ້​ແວັ​ກ ​ຫລື​ ສານ​ເຮັດ​ຄວາມ​ສະ​ອາດ​ແລ້ວ​ຄ່ອຍ​ໃຊ້​ເຈ້ຍອະນາໄມ ​ຫລື​ ຜ້າ​ສະ​ອາດ​ຈັບ​ອອກ​ມາ ເພາະ​ການ​ປ່ອຍ​ໃຫ້ຂີ້​ນົກ​ແຫ້ງ  ຈະ​ກັດ​​ໃນ​ຊັ້ນ​ຂອງ​ແລັກ​ເກີ​ຍິ່ງ​ເຮົາ​ໄປ​ອອກ​ແຮງ​ສຳ​ຜັດ​ມັນ​ອາດ​ເຮັດໃຫ້​ເກີດ​ການ​ຕິດ​ກັບ​ສີ​ລົດ​ຊັ້ນ​ເທິງ​ກໍ​ໄດ້​ຈຶ່ງ​ຄວນ​ເຮັດໃຫ້​ມັນ​ມື່ນ​ຂຶ້ນ​ດ້ວຍ​ສານ​ເຮັດ​ຄວາມ​ສະ​ອາດ​ລົດ
3. ລ້າງ​ມື​ທຸກ​ເທື່ອ​ຫລັງ​ເຮັດ​ຄວາມ​ສະ​ອາດຂີ້ນົກ ເພາະຂີ້ນົ​ກມີ​ສິ່ງປົນ​ເປື້ອນ​ລວມ​ໄປ​ເຖິງ​ເຊື້ອ​ພະຍາດ​ຫລວງຫລາຍ ຫາກ​ເຮົາ​ສຳ​ຜັດ​ແລ້ວ​ບໍ່​ລ້າງ​ມື​ກໍ​ອາດ​ຫລົງ​ໄປ​ຈັບ​ບໍລິເວນ​ອື່ນໆ​ຂອງ​​ລົດ​ໂດຍ​ບໍ່​ຮູ້​ຕົວ
4. ນຳ​ລົດ​ໄປ​ລ້າງ ເພາະ​ການ​ລ້າງ​ລົດ​ຄື​ການເຮັດ​ຄວາມ​ສະ​ອາດ​ທີ່​ດີ​ທີ່ສຸດ ຫລັງ​ຈາກ​ລ້າງ​ສຳແລ້ວ​ກໍ​ທຳການ​ເຄືອບ​ແວັກເພື່ອ​ຮັກສາ​ສີ​ລົດ​ໄປ​ເລີຍ
5. ປ່ຽນ​ບ່ອນ​ຈອດ​ລົດ​ຫາ​ກ​ລົດເຮົາຖືກ​ຂີ້ນົ​ກເປັນ​ປະຈຳ ວິທີ​ນີ້​ໜ້າ​ຈະ​ດີ​ທີ່ສຸດ

1425977214

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...