spot_img
Homeຂ່າວຕ່າງປະເທດລົດໄຟຄວາມໄວສູງໄທ - ຈີນ ກຳນົດລົງນາມເດືອນກັນຍານີ້ ປີ້ໂດຍສານຖືກກ່ວາປີ້ຍົນທົບເຄິ່ງ!

ລົດໄຟຄວາມໄວສູງໄທ – ຈີນ ກຳນົດລົງນາມເດືອນກັນຍານີ້ ປີ້ໂດຍສານຖືກກ່ວາປີ້ຍົນທົບເຄິ່ງ!

Published on

558000010110201

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 26 ສິງຫາຜ່ານມານີ້ ທ່ານ ຈູຊີຈິນ ຜູ້ຈັດການທົ່ວໄປຂອງບໍລິສັດກໍ່ສ້າງທາງລົດໄຟຈີນ ຫລື (CRCC) ປະຈຳພາກພື້ນອາຊີຕາເວັນອອກສຽງໃຕ້ໄດ້ກ່າວວ່າ ຈີນ ແລະ ໄທ ວາງແຜນທີ່ຈະລົງນາມຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດ ໃນໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ພາຍໃນຕົ້ນເດືອນກັນຍານີ້ ຫລັງຈາກທີ່ໄດ້ເຈລະຈາກັນມາຫລາຍກ່ວາ 6 ຄັ້ງ ໂດຍໂຄງການດັ່ງກ່າວ ແມ່ນມີກຳນົດສ້າງໃຫ້ສຳເລັດພາຍໃນ 3 ປີ ແລະ ໄດ້ມີການເປີດເຜີຍຄ່າໂດຍສານລະຫວ່າງນະຄອນຄຸນໝິງ ສປ ຈີນ ແລະ ບາງກອກ ປະເທດໄທ ປະມານ 700 ຢວນ ຫລື ປະມານ 841,000 ກີບ ຊຶ່ງຖືກກ່ວາລາຄາປີ້ໂດຍສານເຮືອບິນເຖິງເຄິ່ງໜຶ່ງ.

ທັງນີ້ ຕາມແຜນງານການກໍ່ສ້າງ ເສັ້ນທາງລົດໄຟໄທ – ຈີນ ຈະມີຄວາມຍາວທັງໝົດ 867 ກິໂລແມັດ ແລະ ສາມາດແລ່ນໄດ້ຄວາມໄວສູງສຸດ 180 ກິໂລແມັດຕໍ່ຊົ່ວໂມງ.

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...