Homeມຸມຂ່າວ AECເສດຖະກິດຟີລິບປິນຂະຫຍາຍຕົວໄວ 5.6%

ເສດຖະກິດຟີລິບປິນຂະຫຍາຍຕົວໄວ 5.6%

Published on

400 1432788371-6fac4af0db31567ae3e0c1e2a36e7b0f

ຂປລ. ຕາມຂ່າວຕ່າງປະເທດ, ​ໃນວັນທີ 27 ສິງຫາ 2015, ທ່ານ ອາເຊນີ ໂອ ບາລິຊາກັນ, ລັດຖະມົນຕີ ກະຊວງ ວາງແຜນ ເສດຖະກິດ ຖະ​ແຫລ​ງວ່າ: ​ເສດຖະກິດ ຟິລິບ​ປີນ ຂະຫຍາຍ ຕົວຢ່າງ ວ່ອງໄວ 5,6% ໃນໄຕມາດ 2 ເນື່ອງຈາກ ໄດ້ຮັບ​ແຮງໜຸນຈາກ ການໃຊ້ຈ່າຍ ພາກລັດ ໂດຍຜະລິດ ​ຕະພັນລວມພາຍ​ໃນ​ ປະ​ເທດ GDP ໃນ​ເດືອນ ​ເມສາ-​ມີ​ຖຸນາ ປີນີ້ ຂະຫຍາຍຕົວ 5% ​ຈາກ​ ໄຕ​ມາດ ກ່ອນ ທີ່ຕໍ່າສຸດ ​ໃນ​ຮອບ 3 ປີ .ທ່ານ ອາເຊນີ ໂອ ບາລິຊາກັນ​ ໄດ້​ເນັ້ນຕື່ມ​ວ່າ: ​ໂຄງ​ສ້າງ ​ເສດຖະກິດ ຟິລິບ​ປີນ ຍັງຄົງ​​ເຂັ້ມແຂງ ​ແລະ​ ເຊື່ອ​ໝັ້ນວ່າ ຈະສາມາດ​ ປະ​ເຊີນ​ ກັບ​ບັນຫາ ສິ່ງ​ທ້າທາຍ ຕ່າງໆໃນ ຕໍ່ໜ້າໄດ້. ຕົວ​ເລກ ເສດຖະກິດ ໃນໄຕມາດ 2 ຍັງຖືວ່າຕໍ່າ ກວ່າ 6,7% ​ໄລຍະ​ດຽວ​ກັນ ປີກາຍນີ້ ໂດຍສະ​ເລ່ຍ ​ໃນ​ເຄີ່ງ​ປີທຳ​ອິດ ​ເສດຖະກິດ ຟິລິບ​ປີນ ຂະຫຍາຍຕົວ 5,3 %./.

 

ຂ່າວ:
11822705_421088098094976_3970842708351530393_n

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...