Homeຂ່າວຕ່າງປະເທດຕຳຫລວດອົດສະຕາລີ ຊ່ວຍນັກທ່ອງທ່ຽວອັງກິດຫລົງປ່າ ຫລັງພົບຂໍ້ຄວາມ HELP ຂຽນເທິງຫາດຊາຍ!

ຕຳຫລວດອົດສະຕາລີ ຊ່ວຍນັກທ່ອງທ່ຽວອັງກິດຫລົງປ່າ ຫລັງພົບຂໍ້ຄວາມ HELP ຂຽນເທິງຫາດຊາຍ!

Published on

news03

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ສິງຫາຜ່ານມານີ້ວ່າ ຕຳຫລວດລັດຄວີນແລນ ປະເທດອົດສະຕາລີ ໄດ້ເຂົ້າຊ່ວຍເຫລືອນັກທ່ອງທ່ຽວຊາວອັງກິດ ທ່ານ ຈອບ ຄີ  ອາຍຸ 63 ປີ ທີ່ຫລົງປ່າ ຫລັງຈາກທີ່ພົບຂໍ້ຄວາມທີ່ເຂົາຂຽນຂໍຄວາມຊ່ວຍເຫລືອໄວ້ເທິງຊາຍຫາດແຄມທະເລ ໂດຍຜູ້ກ່ຽວໄດ້ຫລົງປ່າໃນຂະນະທີ່ອອກໄປຕັ້ງແຄັ້ມ ແລ້ວອອກໄປຍ່າງຫລິ້ນຈົນຊອກຫາທາງກັບຄືນບໍ່ໄດ້ ເຮັດໃຫ້ລາວຕ້ອງໄດ້ຂຽນຂໍ້ຄວາມວ່າ HELP 2807 ໄວ້ເທິງຊາຍຫາດ ໂດຍຫລັງຈາກນັ້ນປະມານ 48 ຊົ່ວໂມງ ເຈົ້າໜ້າທີ່ຕຳຫລວດທີ່ຂີ່ເຮລິຄອບເຕີ້ອອກກວດກາໃນບໍລິເວນດັ່ງກ່າວໄດ້ພົບເຫັນ ຈື່ງໄດ້ເຂົ້າຄົ້ນຫາ ແລະ ຊ່ວຍເຫລືອຜູ້ກ່ຽວອອກມາໄດ້ຢ່າງປອດໄພ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...