spot_img
Homeຂ່າວການພັດທະນາສະຫວັນນະເຂດ ສ້າງບ້ານກະສິກຳພັດທະນາ ບ້ານທຳອິດຂອງປະເທດ!

ສະຫວັນນະເຂດ ສ້າງບ້ານກະສິກຳພັດທະນາ ບ້ານທຳອິດຂອງປະເທດ!

Published on

255

ຂປລ. ​ແຂວງ​ສະຫວັນ​ນະ​ເຂດ ປະສົບ​ຜົນສຳ​ເລັດ ​ການສ້າງ​ບ້ານ​ທວດ​ ເປັນ​ບ້ານກະສິກຳ ​ພັດທະນາ​ ​ທຳ​ອິດຂອງ​ ແຂວງ ​ແລະ ຂອງ​ປະ​ເທດ ຫລັງ​ປະຊາຊົນ ບ້ານດັ່ງກ່າວ ໄດ້ຫັນຈາກອັນເກົ່າ ໄປສູ່ອັນໃໝ່ ​ແລະ ຜະລິ​ດ ​ເປັນ​ສິນຄ້າ ສາມາດສ້າງລາຍຮັບ ໃຫ້ຄອບຄົວ ໄດ້ຫລາຍສິບ ລ້ານກີບຕໍ່ປີ.

ຮອງນາຍບ້ານໆທວດ ກ່າວ​ໃນ​ພິທີ ​ປະກາດ​ບ້ານ​ຂອງ​ຕົນ ​ເປັນ​ບ້ານ​ພັດທະນາ​ ກະສິກຳ ​ທີ່​ຈັດ​ຂຶ້ນ​ ເມື່ອ​ບໍ່​ດົນ​ ນີ້​ໂດຍ​ທ່ານ ວິ​ໄລ​ວັນ ພົມ​ເຂ ລັດຖະມົນຕີ​ ວ່າການ ​ກະຊວງ​ກະສິກຳ ​ແລະ ປ່າ ​ໄມ້ ​ເຂົາຮ່ວມວ່າ: ເມື່ອກ່ອນ ຊີວິດການເປັນຢູ່ຂອງປະຊາຊົນ ທຸກຍາກລຳບາກ, ອຶດເຂົ້າກິນ, ​ແຕຫລັງພັກ-ລັດ ໄດ້ລົງທຶນກວ່າ 82 ຕື້​ກີບ ສ້າງຊົນລະປະທານອ່າງເກັບນ້ຳ ທີ່ສາມາດ ກັກເກັບນ້ຳ ໄດ້ 13 ລ້ານກວ່າເມັດກ້ອນ ສາມາດຫົດເນື້ອທີ່ ປູກເຂົ້າໄດ້ 500 ກວ່າເຮັກຕາ ແລະ ການ​ປູກພືດ ລະດູແລ້ງ 400 ກວ່າເຮັກຕາ, ປະຊາຊົນ ​ກໍ​ໄດ້ຫັນມາຜະລິດ ທັງລະດູຝົນ ແລະ ລະດູແລ້ງ ເຮັດໃຫ້ຊີວິດການຢູ່ ປ່ຽນແປງຫລາຍຂຶ້ນ ຈາກທຸກຍາກ ຍ້ອນບໍ່ມີເຂົ້າກິນ ກໍມີເຂົ້າກຸ້ມກິນ ແລະ ແຮໄວ້, ຜູ້ເຮັດຫລາຍ ກໍຂາຍຜົນຜະລິດ ສ້າງລາຍຮັບເສີມ ໃຫ້ຄອບຄົວ​ ໂດຍປັດຈຸບັນ ມີຄອບຄົວ ຜະລິດກະສິກຳ 282 ຄອບຄົວ ​ແລະ ໄດ້ຈັດຕັ້ງກຸ່ມຜະລິດຄື ກຸ່ມປູກ ກຸ່ມລ້ຽງ​ ທັງນຳໃຊ້ກົນຈັກ ເຂົ້າສູ່ການຜະລິດ ​ແລະ ແນວພັນເຂົ້າ ປັບປຸງ 100%, ຂະຫຍາຍເນື້ອທີ່ ນາໄຮ່ນ້ອຍ ເປັນໄຮ່ໃຫຍ່ ​ເຮັດ​ໃຫ້​ບັນລຸ​ ສະມັດຖະພາບ ຜົນຜະລິດເຂົ້າ ນາປີສະ​ເລ່ຍ 4,2 ໂຕນ/ເຮັກຕາ ​ແລະ ນາແຊງ 4,8 ໂຕນ/ເຮັກຕາ.

ຮອງນາຍບ້ານ ດັ່ງກ່າວ ​ເປີດ​ເຜີຍຕື່ມວ່າ: ໂດຍອີງໃສ່ ເງື່ອນໄຂມາດຖານ ຕົວຈິງ ຂອງຄອບຄົວ ຕົວແບບ ແລະ ບ້ານພັດທະນາ ກະສິກຳນັ້ນ ສາມາດສ້າງ ເປັນຄອບຄົວຕົວແບບ ການປູກການລ້ຽງ 275 ຄອບຄົວ ຄືຕົວແບບ ຜະລິດແນວພັນເຂົ້າ ຮຸ່ນ 3 ມີ 35 ຄອບຄົວ, ຕົວແບບຍົກ ສະມັດຕະພາບເຂົ້າ 65 ຄອບຄົວ, ຕົວແບບ ຜະລິດເຂົ້າ ເປັນສິນຄ້າ 98 ຄອບຄົວ, ຕົວແບບລ້ຽງງົວ 30 ຄອບຄົວ, ຕົວແບບລ້ຽງສັດປີກ 12 ຄອບຄົວ, ບຳລຸງດິນຜະລິດ 30 ຄອບຄົວ ແລະ ຕົວແບບ ການຄຸ້ມຄອງ ນຳໃຊ້ນ້ຳ ຊົນລະປະທານ 98 ຄອບຄົວ.
ຂອບໃຈຂ່າວຈາກ:
ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...