spot_img
Homeຂ່າວທ້ອງຖິ່ນເປີດສະຖານບັນເທິງໃນຖ້ຳ ແຫ່ງທຳອິດທີ່ເມືອງວຽງໄຊ

ເປີດສະຖານບັນເທິງໃນຖ້ຳ ແຫ່ງທຳອິດທີ່ເມືອງວຽງໄຊ

Published on

ເມືອງວຽງໄຊເປັນເມືອງເຂດທີຫມັ້ນປະຫວັດສາດ, ເປັນບ້ານເກີດຂອງ ສປປ ລາວ. ເມືອງວຽງໄຊມີຖ້ຳຢູ່ປະ 400 ກວ່າຖ້ຳ ໃນສະໄໝສົງຄາມຝ່າຍປະເທດລາວ ເຄີຍເອົາເມືອງວຽງໄຊແຫ່ງນີ້ເປັນເຂດທີ່ໝັ້ນ ໃນການປະຕິວັດປົດປ່ອຍຊາດໂດຍຍືດຖືບັນດາຖ້ຳ ເປັນບ່ອນລົບຊ່ອນ ແລະ ປະຕິບັດວາງແຜນການ ຕໍ່ສູ້ຈົນເຮັດໃຫ້ປະເທດລາວ ໄດ້ຮັບການປົດປ່ອຍນັບແຕ່ປີ 1975 ເປັນຕົ້ນມາ. ໃນປີ 2000 ເມືອງວຽງໄຊໄດ້ເປີດໃຫ້ເປັນ ເມືອງທ່ອງທ່ຽວປະຫວັດສາດແລະທຳມະຊາດ ຂອງແຂວງຫົວພັນ ກໍຄືຂອງປະເທດລາວ.

ແຫຼ່ງຂ່າວທ້ອງຖິ່ນແຈ້ງວ່າ ມື້ວານນີ້ ວັນທີ 21 ສິງຫາ 2015 ໄດ້ມີພິທີເປີດຮ້ານບັນເທິງຄາເຟ່ຢູ່ຖ້ຳແຫ່ງໜຶ່ງ ໃນເມືອງວຽງໄຊ ຢ່າງເປັນທາງການ ເຊິ່ງການເປີດ ແຫຼ່ງບັນເທິງດັ່ງກ່າວນັ້ນ ເປັນທີ່ໜ້າສົນໃຈແລະອາດຈະສາມາດດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າໄປທ່ອງທ່ຽວຫຼາຍຂຶ້ນໄດ້ ອັນຈະສ້າງລາຍຮັບເຂົ້າເມືອງວຽງໄຊ ກໍຄືແຂວງຫົວພັນ.

ປະຊາຊົນທ້ອງຖິ່ນທ່ານໜຶ່ງໄດ້ໃຫ້ຂໍ້ມູນວ່າ ຖ້ຳທີ່ຖືກເປີດເປັນສະຖານບັນເທິງນີ້ ໃນສະໄໝສົງຄາມກໍເປັນໂຮງແຮມ ດັ່ງນັ້ນ ການເປີດຖ້ຳນີ້ເປັນຖ້ຳບັນເທິງ ກໍຈະເປັນເລື່ອງທີ່ດີ ເພາະຈະໄດ້ພັດທະນາແລະດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າໄປທ່ອງທ່ຽວໄດ້ຫຼາຍຂຶ້ນ ແຕ່ການບັນເທິງກໍຄວນຈະຢູ່ໃນຂອບເຂດ ທີ່ເໝາະສົມ ເພາະຈັ່ງໃດ ຂຶ້ນຊື່ເມືອງວຽງໄຊແລ້ວ ໃຜໆ ກໍຮູ້ວ່າເປັນເມືອງສຳຄັນທາງປະຫວັດສາດ ຂອງຊາດລາວ.

11891124_867921359929226_5005655630393305548_n11222078_867921349929227_5460539328301740515_n  11903805_867921369929225_7849933808738510034_n

ລາຍງານໂດຍ: ນັກຂ່າວທ້ອງຖິ່ນປະຈຳເມືອງວຽງໄຊ ແຂວງຫົວພັນ, ຄລິບຈາກໂທລະໂຄ່ງ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...