Homeຂ່າວຍົນຕົກທີມກູ້ໄພອິນໂດ ເຂົ້າຮອດບ່ອນຍົນຕົກແລ້ວ

ທີມກູ້ໄພອິນໂດ ເຂົ້າຮອດບ່ອນຍົນຕົກແລ້ວ

Published on

1439866709-7921ba55c766e4c9730ff1e6d9ede989

ມື້ນີ້ ວັນທີ 18 ສິງຫາ 2015 ຄະນະເຈົ້າໜ້າທີ່ກູ້ໄພ ອິນໂດເນເຊຍໄດ້ເດິນທາງເຂົ້າເຖິງ ຈຸດທີ່ເຮືອບິນຕົກໃນພື້ນທີ່ ຫ່າງໄກສອກຫຼີກທາງຕາເວັນອອກຂອງປະເທດແລ້ວ ພົບຊາກເຮືອບິນແຕກຊະກະແຈກກະຈາຍ ຂະນະທີ່ມີລາຍງານວ່າເທິງຍົນ ມີເງິນປະມານ 4 ຕື້ກີບ ກຳລັງໄປຊ່ວຍເຫຼືອຄົນທຸກຍາກ

ຫົວໜ້າສຳນັກງານຄົ້ນຫາແລະກູ້ໄພ ອິນໂດເນເຊຍເປີດເຜີຍວ່າ ທີມກູ້ໄພໄດ້ເດິນທາງເຖິງຈຸດເກີດເຫດ ເຊິ່ງເປັນປ່າທຶບດົງໜາເທິງພູ ໃນແຂວງປາປົວເມື່ອເວລາ 9:30 ມື້ນີ້ ຕາມເວລາໃນທ້ອງຖິ່ນ ເຊິ່ງກົງກັບເວລາ 7:30 ຕາມເວລາໃນປະເທດລາວ ແລະໄດ້ພົບຊາກເຮືອບິນໄຟໄໝ້ໃນສະພາບເສຍຫາຍ ຕົກກະແຈກກະຈາຍຢູ່ທົ່ວທີບ. ໃນຂະນະທີ່ເຈົ້າໜ້າທີ່ກໍຍັງຄົງຄົ້ນຫາຜູ້ລອດຊີວິດ ເຖິງແມ່ນວ່າຈະບໍ່ອາດຈະເປັນໄປໄດ້ ແລະກຳລັງຄົ້ນຫາກ່ອງບັທຶກຂໍ້ມູນການບິນ ທີ່ຈະໄຂປິດສະໜາຂອງເຫດເຮືອບິນຕົກ.

ເຮືອບິນສາຍການບິນຕຣີການາແບບ ແບບສອງໃບພັດລຸ້ນ ATR 42-300 ຂາດການຕິດຕໍ່ໄປເມື່ອຕອນບ່າຍວານນີ້ ຫຼັງຈາກບິນຂຶ້ນຈາກເມືອງຈາຍາປຸລະ ເມືອງເອກຂອງແຂວງປາປົວໄດ້ພຽງ 10 ນາທີ  ໂດຍມີຈຸດໝາຍປາຍທາງທີ່ແຂດອ໊ອກຊິບິນ ທີ່ຢູ່ທາງໃຕ້ ເທິງເຮືອບິນມີຜູ້ໂດຍສານແລະຈຸບິນລວມ 49 ຄົນ ແລະເງິນສົດ 6,500 ລ້ານລູເປຍ ຫຼືປະມານ 4,000 ລ້ານກີບ ທີ່ຈະນຳໄປຊ່ວຍເຫຼືອຄົນທຸກຍາກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...