spot_img
Homeຂ່າວການພັດທະນາເມືອງພີນ ແລະ ເຊໂປນ ຈະໄດ້ຮັບພະລັງງານໄຟຟ້າ ຈາກເຂື່ອນເຊເສັດ

ເມືອງພີນ ແລະ ເຊໂປນ ຈະໄດ້ຮັບພະລັງງານໄຟຟ້າ ຈາກເຂື່ອນເຊເສັດ

Published on

138

ຂປລ. ເມືອງພີນ ແລະ ເຊໂປນ ທີ່ເຄີຍປະສົບ ບັນຫາໄຟຟ້າມັກຕົກ ເນື່ອງຈາກກະແສໄຟຟ້າບໍ່ພຽງພໍ ກໍຈະມີພະລັງງານໄຟຟ້າໃຊ້ຕື່ມອີກ ເພາະລັດຖະບານ ມີແຜນຈະກໍ່ສ້າງສະຖານີຈ່າຍໄຟຟ້າຢູ່ເຊໂນ ເຊິ່ງຈະດຶງໄຟຟ້າ ມາຈາກເຂື່ອນເຊເສັດ ແຂວງສາລະວັນ ເພື່ອສະໜອງໄຟຟ້າ ໃຫ້ບັນດາເມືອງ ຕາມເສັ້ນທາງ ເລກ 9 ໂດຍສະເພາະເຂດສອງເມືອງດັ່ງກ່າວ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ​ໄດ້ໂອ້ລົມຕໍ່ຄະນະນຳ ແລະ ພະນັກງານຫລັກ​ແຫ​ລ່ງ ພະ​ແນ​ກພະລັງງານ-ບໍ່ແຮ່ ແຂວງສະຫວັນນະເຂດ ​ພ້ອມດ້ວຍ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ແລະ ລັດວິສາຫະກິດ ກອງກໍ່ສ້າງ ແລະ ຕິດຕັ້ງໄຟຟ້າແຂວງ ໃນຕອນເຊົ້າວັນທີ 12 ສິງຫາ 2015 ນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວວ່າ: ໃນຕໍ່ໜ້ານີ້, ລັດຖະບານມີແຜນຈະກໍ່ສ້າງສະຖານີຈ່າຍໄຟຟ້າ ຕື່ມອີກຢູ່ເຊໂນ ເຊິ່ງຈະດຶງໄຟຟ້າມາຈາກເຂື່ອນເຊເສັດ ແຂວງສາລະວັນ ເພື່ອສະໜອງໄຟຟ້າໃຫ້ບັນດາເມືອງ ຕາມເສັ້ນທາງເລກ 9 ໂດຍສະເພາະແມ່ນ ເຂດເມືອງພີນ ແລະ ເຊໂປນ. ສຳລັບໃນ ຂອບເຂດເທສະບານແຂວງ ກໍມີແຜນກໍ່ສ້າງ ຈຸດຈ່າຍໄຟຕື່ມອີກ ແນໃສ່ຕອບສະໜອງ ໄຟຟ້າໄດ້ຢ່າງພຽງພໍ ຮອງຮັບການຂະຫຍາຍຕົວ ເສດຖະກິດ-ສັງຄົມ ໃນປະຈຸບັນ ກໍຄືການສະໜອງ ເຂົ້າສູ່ເຂດ ເສດຖະກິດ ພິເສດສະຫວັນ-ເຊໂນ.

ທ່ານຍັງກ່າວຕື່ມວ່າ: ປັດຈຸບັນ ອັດຕາການຊົມໃຊ້ໄຟຟ້າ ຄອບຄົວປະຊາຊົນບັນດາ​ເຜົ່າ ທົ່ວແຂວງສະຫວັນນະເຂດ ບັນລຸໄດ້ເກືອບ 90% ເຊິ່ງຖືວ່າ ລື່ນແຜນການ ທີ່ລັດຖະບານວາງໄວ້ ອັນໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄື ເຮັດໃຫ້ຊີວິດ ການເປັນຢູ່ ຂອງປະຊາຊົນ ດີຂຶ້ນຢ່າງຕໍ່ເນື່ອງ. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ກ່າວແນະນຳກ່ຽວກັບ ການດຳເນີນກອງປະຊຸມໃຫຍ່ ຮາກຖານພັກ ພະແນກ ພະລັງງານ-ບໍ່ແຮ່ແຂວງ ເຊິ່ງປະຈຸບັນ ພວມກະກຽມດຳເນີນກອງ ປະຊຸມໃຫຍ່ ຂັ້ນຂອງຕົນ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...