spot_img
Homeຄວາມງາມວິທີ​ແຕ້ມຄິ້ວ​ສຳລັບ​ຄົນ​ໜ້າ​ກົມ

ວິທີ​ແຕ້ມຄິ້ວ​ສຳລັບ​ຄົນ​ໜ້າ​ກົມ

Published on

01_14

       ​ສາວໆໜ້າ​ກົມ​ກໍ​ຄົງ​ກຸ້ມ​ໃຈ​ບໍ່​ນ້ອຍ​ເພາະ​ເວລາ​ເຮັດ​ຜົມ​ເປີດ​ໜ້າ​ຍາມໃດແກ້ມ​ກົມໆກໍ​ອອກ​ມາ​ທັກ​ທາຍ​ຜູ້​ຄົນ​ຊະ​ເຕັມ​ທີ່​ເລີຍ ທາງ​ທີ່​ດີ​ເຮົາ​ມາ​ຫາ​ທາງ​ພາງ​ໜ້າ​ໃຫ້​ເບິ່ງ​ລຽວ​ຍາວ​ກັນ? ຢ່າ​ຄິດວ່າ​ຕ້ອງ​ໄປ​ສີດ​ນັ້ນສີດນີ້​ຫລື​ເຮັດຫຍັງ​ໃຫ້​ເຈັບ​ຕົວເພາະ​ພຽງ​ແຕ້ມ​ຄິ້ວ​ຕາມ​ວິທີ​ທີ່ Bustle ບອກ​ໄວ້​ກໍ​ພໍວິທີ​ນີ້​ແຫລະ​ຂໍ​ຄອນ​ເຟິມ​ເລີຍ​ວ່າ​ໜ້າ​ຈະ​ງາມ​ຂຶ້ນ
ອຸປະກອນ​ທີ່​ຕ້ອງ​ກຽມ

   1 ແປງ​ປັດ​ຄິ້ວ
2 ແໜບ​ຫລື​ມີດ​ສຳລັບ​ກັນ​ຄິ້ວ
3 ພູ່​ກັນ​ຂຽນ​ຄິ້ວ
4  ແນວຂຽນ​ຄິ້ວ​ແບບ​ຝຸ່ນ
5  ແວັກ​ຄິ້ວ
6  ຄອນ​ຊີນ​ເລີ
ວິທີເຮັດ
1. ກັນ​ຄິ້ວ​ຫລື​ຖອນ​ຂົນ​ຄິ້ວ​ເພື່ອ​ຕົກ​ແຕ່ງ​ໃຫ້​ໄດ້​ຮູບ​ສວຍງາມ
2. ໃຊ້​ແປງ​ປັດ​ຂົນ​ຄິ້ວ​ຂຶ້ນ​ໃຫ້​ລຽງ​ຕົວ​ງາມ
3. ໃຊ້​ພູ່​ກັນ​ຂຽນ​ຄິ້ວ​ແຕະ​ທີ່​ຂຽນ​ຄິ້ວ​ແບບ​ຝຸ່ນ ມາ​ປັດ​ຂຶ້ນ​ໂດຍ​ຄ່ອຍ​ໆໃຫ້​ໂກ່ງ​ທີ່​ກາງ​ຄິ້ວ
4. ໃຊ້​ພູ່​ກັນ​ປັດ​ຄິ້ວ​ອີກ​ຄັ້ງເພື່ອໃຫ້​ເບິ່ງ​ຟຸ້ງໆເປັນ​ທຳມະຊາດ
5. ຂຽນ​ຫາງ​ຄິ້ວ​ລົງ​ໃຫ້​ແຫລມ ແລ້ວ​ໃຊ້​ແປງ​ປັດ​ຄິ້ວ​ໃຫ້​ເບິ່ງ​ເປັນ​ທຳມະຊາດ​ອີກ​ເທື່ອ
6. ໃຊ້​ແວັກ​ຄິ້ວ​ທາ​ລົງ​ໄປເພື່ອ​ໃຫ້​ຂົນ​ຄິ້ວ​ຢູ່​ຊົງ
7. ໃຊ້​ຄອນ​ຊີນ​ເລີທາ​ອ້ອມຮອບ ຄິ້ວເພື່ອ​ໃຫ້​ຄິ້ວ​ໄດ້​ຮູບ​ຍິ່ງ​ຂຶ້ນ
8. ເຮັດ​ອີກ​ຂ້າງ​ໜຶ່ງ​ໃຫ້​ຄືກັນ

 02_10

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...