Homeຂ່າວພາຍ​ໃນນຳຖ້ວມຢູ່ເມືອງຄອບແຂວງໄຊຍະບູລີ

ນຳຖ້ວມຢູ່ເມືອງຄອບແຂວງໄຊຍະບູລີ

Published on

wed4sep2

ໃນລະຫວ່າງວັນທີ 27-28 ກໍລະກົດ 2013 ຜ່ານມານີ້, ໄດ້ເກີດມີຝົນຕົກໜັກຕິດຕໍ່ ກັນຫຼາຍວັນຢູ່ເຂດຫົວນ້ຳ ພ້າວ, ນ້ຳປາຍ ແລະ ນ້ຳມອນ ເຮັດໃຫ້ນ້ຳປ່າໄຫຼໂຮມລົງສູ່ ນ້ຳຄອບເຮັດໃຫ້ນ້ຳຄອບ ເພີ່ມຂຶ້ນຜິດປົກກະຕິ. ສະນັ້ນ, ທາງຄະນະກຳມະການຕ້ານ ໄພພິບັດຂັ້ນເມືອງໄດ້ມີການ ຕິດຕາມເຝົ້າລະວັງລະດັບນ້ຳ ແລະແຈ້ງເຕືອນໃຫ້ປະຊາ ຊົນອາໄສຢູ່ສອງບ່ອນ ທີ່ມີ ຄວາມສຽງ ມີສະຕິລະວັງຕົວ ກຽມພ້ອມຮັບມືກັບໄພນ້ຳ ຖ້ວມທີ່ຈະເກີດຂຶ້ນ ແລະ ອົບ ພະຍົບປະຊາຊົນໄປຢູ່ບ່ອນ ປອດໄພ. ຈົນມາຮອດເວລາ 4 ໂມງເຊົ້າຂອງວັນທີ 28 ກໍ ລະກົດ 2013 ນ້ຳຄອບໄດ້ ຍຶ່ງຂຶ້ນລົ້ນຝັ່ງໄຫຼຊຸທັ່ງເຂົ້າ ຖ້ວມເຮືອນຊານ, ສຳນັກງານ ອົງການຂອງລັດ, ຕະຫຼາດ  ແລະ ພື້ນທີ່ທຳການຜະລິດ, ສັດລ້ຽງ, ພື້ນຖານໂຄງລາງ ລະບົບນ້ຳລີນຂອງພໍ່ແມ່ປະ ຊາຊົນເມືອງຄອບເສຍຫາຍ ຢ່າງໜັກ, ລະດັບນ້ຳສູງ 3-5 ແມັດ, ໃນນີ້ມີບ້ານທີ່ຖືກນ້ຳ ຖ້ວມຈຳນວນ 18 ໝູ່ບ້ານ, ສຳນັກງານອົງການຂອງລັດ 2 ແຫ່ງ, ມີຜູ້ໄດ້ຮັບຜົນກະທົບ 711 ຄອບຄົວ, (ໃນນີ້ມີຄອບ ຄົວນາຍ ແລະ ພົນທະຫານ ກອງ “ຄ 418” ຈຳນວນ 7 ຄອບຄົວ), ມີປະຊາຊົນ 3.456 ຄົນ, ຍິງ 1.727 ຄົນ, ເຮືອນຊານຂອງພໍ່ແມ່ປະຊາ ຊົນຖືກນ້ຳພັດໄຫຼ 13 ຫຼັງ, ແຕ່ ບໍ່ມີຜູ້ເສຍຊີວິດ, ເຂົ້າສານ ເສຍຫາຍ 17.783 ກິໂລ, ຊັບ ສິນເສຍຫາຍເຊັ່ນ: ເຄື່ອງນຸ່ງ ຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງໄຟຟ້າ, ໄມ້ປຸກສ້າງ, ຮ້ານຂາຍລົດຈັກ 4 ຮ້ານ, ໂຮງອົບໝາກເດືອຍ 1 ແຫ່ງ, ເນື້ອທີ່ທຳການຜະລິດ: ນາ 177,61 ເຮັກຕາ, ສາລີ 288,80 ເຮັກຕາ, ສັດລ້ຽງງົວ 11 ໂຕ, ໝູ 48ໂຕ, ສັດປີກ 5.459 ໂຕ, ໜອງປາ 51 ໜອງ, ເສັ້ນທາງຫຼາຍຈຸດຖືກ ເປເພເສຍຫາຍເຊັ່ນ: ເສັ້ນ ທາງໝາຍເລກ 3634 ແຕ່ ບ້ານດອນມູນ ຫາ ບ້ານຫ້ວຍ ເງິນ ແລະ ບ້ານດອນຕັນ ຫາ ບ້ານນ້ຳໂຕມ ໄລຍະທາງ 24 ກິໂລແມັດ, ເສັ້ນທາງແຕ່ເທດ ສະບານເມືອງ ຫາ ບ້ານດອນ ຕັນ, ຂົວດາໂລ ຂາດບໍ່ສາ ມາດຂ້າມໄດ້, ລະບົບຊົນລະ ປະຖານເປເພ 5 ແຫ່ງ, ໂຮງ ສີເຂົ້າ 3 ເຄື່ອງ,  ລົດໃຫຍ່ 4 ຄັນ, ລົດຈັກ 57 ຄັນ, ລົດໄຖ ນາເດີນຕາມ 45 ຄັນ, ເຮືອ ຈັກ 2 ລຳ, ເສົາໄຟຟ້າ 10 ຫຼັກ, ມີເຕີແທກໄຟ 103 ໜ່ວຍ, ຂາດໄຟຟ້າໃຊ້, ປະ ເມີນມູນຄ່າເສຍຫາຍທັງໝົດ 24 ຕື້ 280 ລ້ານກ່ວາກີບ, ຕໍ່ກັບເຫດການດັ່ງກ່າວການ ແກ້ໄຂສະພາບເບື້ອງຕົ້ນທາງ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນ ເມືອງກໍ່ໄດ້ແຕ່ງຕັ້ງພະນັກ ງານ, ທະຫານ, ຕຳຫຼວດລົງ ຊ່ວຍເຫຼືອກູ້ໄພສຸກເສີນຕໍ່ປະ ຊາຊົນທີ່ຖືກນ້ຳຖ້ວມ, ຊ່ວຍ ປະຊາຊົນເຮັດອະນາໄມທຳ ຄວາມສະອາດບ້ານເຮືອນຫຼັງ ນ້ຳລົດ, ປຸກສ້າງທີ່ຢູ່ອາໄສ ຊົ່ວຄາວພ້ອມທັງແຈກຍາຍ ນ້ຳກິນ, ນ້ຳໃຊ້, ອາຫານການ ກິນ, ລົງຕິດຕາມ ແລະ ປ້ອງ ກັນພະຍາດລະບາດທີ່ອາດ ຈະເກີດຂຶ້ນຫຼັງນ້ຳຖ້ວມ.
ປັດຈຸບັນທາງທິມງານ ຂອງເມືອງໄດ້ສົມທົບກັບ ແຂວງສືບຕໍ່ລົງເກັບກຳຂໍ້ມູນ  ບາງບ້ານທີ່ຍັງບໍ່ທັນໄດ້ລາຍ ງານຜົນເສຍຫາຍຈາກໄພນ້ຳ ຖ້ວມຄັ້ງນີ້ ແລະ ສືບຕໍ່ປຸກລະ ດົມການຊ່ວຍເຫຼືອຈາກພາກ ສ່ວນຕ່າງໆ ມາຮອດປັດຈຸບັນ ນີ້ມີພາກສ່ວນມາຊ່ວຍເຫຼືອ ແລ້ວຄື: ການນຳເມືອງຊຽງ ຮ່ອນ, ເມືອງເງິນ, ເມືອງຫົງ ສາ, ພະແນກ ຍທຂ ແຂວງ, ພະແນກສາທາແຂວງ,  ກອງ ທຶນຊ່ວຍເຫຼືອສຸກເສີນຂອງ ແຂວງ, ກອງ “ຂ 301, ດ່ານ ພາສີປາງມອນ ແລະ ຄອບ ຄົວປະຊາຊົນບ້ານຜາບ່ອງ ປະກອບສ່ວນລວມມູນຄ່າທັງ ໝົດ 25 ລ້ານກ່ວາກີບ, ປັດ ຈຸບັນກໍ່ຍັງສືບຕໍ່ປຸກລະດົມ ພາກສ່ວນຕ່າງໆສືບຕໍ່ໃຫ້ການຊ່ວຍເຫຼືອຕືມອີກ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...