spot_img
Homeນານາສາລະ10 ຂໍ້​ດີ​ຂອງ​ການ​ຝັນ​ກາງເວັນ​ທີ່​ເຈົ້າ​ເອງ​ອາດ​ຄາດ​ບໍ່​ເຖິງ

10 ຂໍ້​ດີ​ຂອງ​ການ​ຝັນ​ກາງເວັນ​ທີ່​ເຈົ້າ​ເອງ​ອາດ​ຄາດ​ບໍ່​ເຖິງ

Published on

15128919794_e00afa91aa_h-1024x683-600x400

  1. ບໍລິຫານ​ສະ​ໝອງ ນັກ​ປະສາດ​ວິທະຍາ Dr Muireann Irish ກ່າວ​ວ່າ​ການ​ຝັນ​ກາງເວັນ​ນັ້ນ ເປັນ​ການ​ໃຊ້​ສະຫມອງ​ຢ່າງ​ໜັກ​ເຊັ່ນ​ກັນ​ ເພາະ​ເປັນ​ການ​ໃຊ້​ເລື່ອງ​ລາວ​ໃນ​ອະ​ດີດຕໍ່ຍ​ອດ​ໄປ​ຫາ​ອະນາຄົດ ຊຶ່ງ​ເປັນ​ຄວາມ​ຄິດ​ທີ່ສຸດ​ຈະ​ຊັບ​ຊ້ອນ​ເລີຍ​ກໍ​ວ່າ​ໄດ້ ໂດຍ​ເມື່ອ​ເຈົ້າ​ຝັນ​ກາງເວັນ ຈະ​ສົ່ງ​ຜົນ​ກັບ​ສະຫມອງ​ທາງ​ດ້ານ​ກາຍະ​ພາບ​ໂດຍ​ຕົງ
  2. ພັກ​ສະໝອງ​ໃນ​ເວລາ​ດຽວ​ກັນ ມີ​ລະບົບ​ຫລັກໆ​ໃນ​ສະໝອງ​ສອງ​ຢ່າງ ຄື ການ​ຕັດ​ສິນ​ໃຈ​ແລະ​ວິ​ເຄາະ ແລະ ການ​ເຊື່ອມ​ໂຍງ​ຄວາມ​ຮູ້ສຶກການ​ຝັນ​ກາງເວັນ​ເປັນ​ການ​ໃຊ້​ລະບົບ​ສອງ​ຢ່າງ​ນີ້​ແບບ​ເປີດ​ປິດ ເຮັດໃຫ້​ໄດ້​ພັກ​ແລະ​ໄດ້​ໃຊ້​ໃນ​ເວລາ​ດຽວ​ກັນ
  3. ເຈົ້າ​ຈະ​ຄົ້ນ​ພົບ​ດ້ານ​ສ້າງສັນ​ໃນ​ຕົວ​ເອງ ຄົົນທີ່​ມີ​ຊື່​ສຽງ​ເລື່ອງ​ຄວາມ​ສ້າງສັນ​ນັ້ນສ່ວນ​ໃຫຍ່​ກໍ​ມີ​ແນວ​ຄິດ​ຈາກ​ການ​ຝັນ​ກາງເວັນ​ກັນ​ທັງ​ນັ້ນ​ແຫລະ​ ເນື່ອງ​ຈາກ​ເວລາ​ເຮົາ​ຝັນ​ກາງເວັນຈິດ​ໃຈ​ຂອງ​ເຮົາ​ຈະ​ທ່ອງ​ທ່ຽວ​ໄປ​ຍັງ​ສ່ວນ​ຕ່າງໆ​ຂອງ​ລະບົບ​ສະໝອງ​ແລະ​ເລືອກ​ທີ່​ຈະ​ເກັບ​ຂໍ້​ມູນ​ຈຳນວນ​ເທື່ອລະ​ນິດ​ລະ​ນ້ອຍ​ແລະ​ນຳ​ມາ​ເຊື່ອມ​ໂຍງ​ກັນຊຶ່ງ​ການ​ເຊື່ອມ​ໂຍງ​ນີ້​ມັກ​ຈະ​ລົງ​ເອີຍ​ດ້ວຍ​ການສ້າງ​ສິ່ງ​ໃໝ່​ໆແລະ​ໄອ​ເດຍ​
  4. ເຈົ້າ​ຈະ​ໄດ້​ຝຶກ​ຄວາມ​ເຂົ້າໃຈ​ຄົນ​ອື່ນເປີດ​ໃຈແລະ​ເຂົ້າ​ໃຈ ນອກ​ຈາກ​ຈະ​ຝັນ​ກາງເວັນ​ເລື່ອງ​ຂອງ​ຕົວ​ເອງ​ແລ້ວບາງ​ທີ​ເຮົາ​ຍັງ​ຝັນ​ກາງເວັນ​ໄປ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ອີກ​ດ້ວຍຊຶ່ງ​ນັ້ນ​ເ​ປັນ​ສິ່ງ​ທີ່​ເຈົ້າ​ຄິດ​ລ່ວງ​ໜ້າ​ໄປ​ເອງ​ແຕ່​ເຈົ້າ​ຮູ້​ບໍ​ວ່ ມັນ​ເຮັດໃຫ້​ເຈົ້າ​ຝຶກ​ຄວາມ​ຄິດ​ໄປ​ແລ້ວ​ວ່າເຈົ້າ​ຈະ​ເຂົ້າໃຈ​ຄົນ​ອື່ນ​ແນວໃດ
  5. ເຈົ້າ​ຈະ​ຮູ້ສຶກ​ໄດ້​ຄວາມ​ຮັກ​ຈາກ​ຄົນ​ຮອບ​ຂ້າງ​ຫລາຍ​ຍິ່ງ​ຂຶ້ນ ບໍ່​ໜ້າ​ເຊື່ອ​ວ່າ​ການ​ຝັນ​ກາງເວັນ​ຍັງ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ຄົນ​ຮອບ​ຂ້າງ​ໄດ້​ຫລາຍ​ຂຶ້ນ​ດ້ວຍໂດຍ​ການ​ຝັນ​ກາງເວັນ​ທີ່​ເອີ້ນວ່າ Approach-oriented ຈະ​ກ່ຽວກັບ​ການແຕ່ງ​ດ້ານ​ດີໆ​ແລະ​ຫລີກ​ໜີ​ເລື່ອງ​ລາວ​ບໍ່ດີ
  6. ຊ່ວຍ​ໃນ​ການ​ຈື່ຈຳ ການ​ຈື່​ຈຳ​ໃນ​ສະໜອງ​ນັ້ນຈະ​ມີ​ການ​ເກັບ ແລະ ​ນຳ​ມາ​ໃຊ້ໂດຍ​ຜົນ​ການ​ວິ​ໄຈ​ລ່າ​ສຸດ​ຂອງ University of Wisconsin ແລະ the Max Planck Institute for Human Cognitive and Brain Science ເຜີຍ​ວ່າການ​ຝັນ​ກາງເວັນ​ນັ້ນ​ສົ່ງ​ຜົນ​ກັບ​ການ​ຈົດ​ຈຳ​ອີກ​ດ້ວຍ
  7. ພັດທະນາ​ສັກ​ກະຍະ​ພາບ​ໃນ​ການສ້າງ​ສັນ ເມື່ອ​ເຮົາ​ຝັນ​ກາງເວັນເຮົາ​ຈະ​ພະຍາຍາມ​ຄິດ​ແຕ່​ເລື່ອງ​ດີໆ​ແລະ​ສ້າງສັນເຮັດໃຫ້​ຄວາມ​ສາມາດ​ໃນ​ການເຮັດວຽກງານ​ແລະ​ການ​ໃຊ້​ຊີວິດ​ເປັນ​ໄປ​ໃນ​ດ້ານ​ບວກ​ຫລາຍ​ຂຶ້ນ
  8. ສຸກຂະພາບດີ ການ​ຝັນ​ກາງເວັນ​ຄື​ການ​ສະ​ກົດ​ຈິດ​ຕົວ​ເອງ​ແບບ​ອ່ອນໆແລະ​ເຮັດໃຫ້​ເຈົ້າ​ມີ​ຄວາມ​ຄຽດ​ນ້ອຍ​ລົງ​ອີກ​ດ້ວຍເຮັດໃຫ້​ຫລັບ​ໄດ້​ດີ​ຍິ່ງ​ຂຶ້ນບໍ່​ຄຽດຈົນ​ເກີນ​ໄປ
  9. ປະ​ສົບ​ຄວາມ​ສຳ​ເລັດ​ຍິ່ງ​ຂຶ້ນ ເມື່ອ​ສະໝອງ​ບໍ່​ເມື່ອຍ​ລ້າສະໝອງ​ຈະ​ມີ​ຄວາມ​ພ້ອມ​ໃນ​ການເຮັດວຽກງານ ແລະ ມີ​ການ​ຈົດ​ຈໍ່​ທີ່​ດີ​ຍິ່ງ​ຂຶ້ນ ບໍ່​ວອກ​ແວກ​ຫລື​ກັງ​ວົນ ເມື່ອ​ພ້ອມຢ່າ​ລືມ​ຕັ້ງ​ເປົ້າ​ໝາຍ​ແລະ​ພາ​ສະໝອງ​ລຸຍ​ໄປ​ພ້ອມ​ກັບທ່ານ
  10. ສຳຄັນ​ທີ່ສຸດເຈົ້າ​ຈະ​ມີ​ຄວາມ​ສຸກ​ຍິ່ງ​ຂຶ້ນ ທີ່​ເວົ້າ​ມາ​ທັງ​ໝົດ​ທັງ​ມວນ ສິ່ງ​ສຳຄັນ​ທີ່ສຸດ​ກໍ​ຄື ການ​ທີ່​ເຮົາ​ມີ​ຄວາມ​ສຸກ​ນັ້ນ​ເອງເພາະ​ເມື່ອ​ເຮົາ​ມີ​ຄວາມ​ຫວັງ​ແລະ​ມີ​ຄວາມ​ຝັນຈະ​ເຮັດໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ຮູ້​ສຶ​ມ່ວນ​ກັບ​ການ​ໃຊ້​ຊີວິດ​ໃນ​ແຕ່​ລະ​ມື້​ຫລາຍ​ຂຶ້ນ​

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...