spot_img
Homeຄວາມງາມໃຊ້​ຮອງ​ພື້ນ​ປະສົມ​ກັນ​ແດດ​ຢ່າງ​ດຽວ​ເລີຍ​ໄດ້​ບໍ

ໃຊ້​ຮອງ​ພື້ນ​ປະສົມ​ກັນ​ແດດ​ຢ່າງ​ດຽວ​ເລີຍ​ໄດ້​ບໍ

Published on

27_201507241651011.
ສາວໆບາງ​ຄົນ​ເລືອກ​ລຸດ​ຂັ້ນ​ຕອນ​ໃນ​ການ​ແຕ່ງ​ໜ້າ ເລືອກ​ຜະລິດຕະພັນ​ທີ່​ປະ​ສົມສານ​ກັນ​ແດດ​ຕົວ​ດຽວແລ້ວ​ລົງ​ແປ້ງ​ເລີຍ ເພາະແປ້ງ​ກໍ​ປະສົມ​ສານ​ກັນ​ແດດ​ນຳ​ແລ້ວ​ຈະ​ຕ້ອງ​ໃຊ້​ຄີມ​ກັນ​ແດດ​ອີກ​ເຮັດຫຍັງ​ໃຫ້​ຫລາຍ​ຂັ້ນ​ຕອນ
ຖ້າ​ຊີວິດ​ປະຈຳວັນ​ບໍ່​ໄດ້​ອອກ​ກາງ​ແຈ້ງຖືກ​ແດດ​ແຮງ​ໆການ​ແຕ່ງ​ໜ້າ​ພຽງເທົ່າ​ນັ້ນ​ກໍ​ຄົງ​ພໍແຕ່​ຖ້າ​ຕ້ອງ​ປະເຊີນ​ກັບ​ແສງ​ແດດ​ໝົດມື້ ນັ່ງ​ໃນ​ຫ້ອງການ​ເຈີ​ກັບ​ແສງ​ຈາກ​ຄອມ,ແສງ​ຈາກ​ໄຟສານ​ກັນ​ແດດ​ທີ່​ປະສົມ​ນັ້ນ​ອາດ​ເຮັດວຽກ​ໄດ້​ບໍ່​ມີ​ປະ​ສິດ​ທິ​ພາບ​ພຽງ​ພໍ ອາດ​ເຮັດໃຫ້​ໃບ​ໜ້າ​ໝອງ​ຄ້ຳ,ຂຶ້ນ​ຝ້າ
ພວກ​ຜະລິດຕະພັນ​ຮອງ​ພື້ນ​ທີ່​ປະສົມ​ສານ​ກັນ​ແດດອາດ​ພ່ວງ​ມາ​ດ້ວຍ​ຄ່າ SPF+++ ດ້ວຍ​ສ່ວນ​ປະສົມ​ບາງຢ່າງ​ໃນ​ສູດ​ໃຫ້​ມີ​ຜົນ​ໃນ​ການ​ປ້ອງ​ກັນ​ແສງ​ແດດ​ເທົ່າ​ນັ້ນ ແຕ່​ອາດ​ເຮັດ​ໜ້າທີ່ບໍ່ໄດ້ດີ ເພາະ​ສ່ວນ​ປະກອບ​ຫລັກ​ຂອງ​ຜະລິດຕະພັນ​ເຫລົ່າ​ນີ້​ຄື​ສານ​ໃຫ້​ສີຈຸດປະສົງ​ຄື​ເພື່ອ​ປົກ​ປິດ​ຮ່ອງ​ຮອຍ​ຕ່າງໆເຮັດໃຫ້​ໜ້າ​ລຽບ​ນຽນຫາກ​ປະສົງ​ຈະ​ປ້ອງ​ກັນ​ແສງ​ແດດເພື່ອ​ຄວາມຫມັ້ນ​ໃຈ​ຄວນ​ເພີ່ມ​ຂັ້ນ​ຕອນ​ໃນ​ການ​ທາ​ຄີມ​ກັນ​ແດດ​ໂດຍ​ສະເພາະ​ຈະ​ດີກວ່າ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...