HomeຄວາມງາມDIY ປ່ຽນ​ອາຍ​ໄລ​ເນີແບບ​ສໍ ເປັນ​ເຈວ​ໄລ​ເນີ ພາຍ​ໃນ 1 ວິ​ນາ​ທີ

DIY ປ່ຽນ​ອາຍ​ໄລ​ເນີແບບ​ສໍ ເປັນ​ເຈວ​ໄລ​ເນີ ພາຍ​ໃນ 1 ວິ​ນາ​ທີ

Published on

eyeliner1

         ສາວໆຄົງ​ຕ້ອງ​ເຄີຍ​ພົກພາອາຍ​ໄລ​ເນີ​ສໍ ຕິດ​ກະ​ເປົ໋າ​ເຄື່ອງ​ສຳ​ອາງ​ກັນ​ໄວ້​ນຳ ເພາະ​ຂຽນ​ງ່າຍ ເສັ້ນ​ນ້ອຍ​ບາງ ເໝາະ​ກັບ​ມື​ໃໝ່​ຫັດ​ແຕ່ງ​ໜ້າ​ແບບ​ສຸດໆ ແຕ່​ຖ້າ​ມື້​ໃດ​ຢາກ​ປ່ຽນ​ລຸກ​ ພຽງ​ມີ​ອາຍ​ໄລ​ເນີ​ແທ່ງ​ດຽວ​ກໍ​ແປງ​ໂສມ​ໃຫ້​ເຈົ້າ​ໄດ້​ແລ້ວເຮົາ​ຈະ​ມາ​ປ່ຽນອາຍ​ໄລ​ເນີ​​ສໍໃຫ້​ກາຍ​ເປັນ​ເຈນ​ໄລ​ເນີພາຍ​ໃນ​ພິບ​ຕາ

ເລີ່ມ​ຈາກ​ນຳ​ອາຍ​ໄລ​ເນີ​ມາ​ເຜົາກັບ​ໄຟ​ແຊັກ​ພຽງ 1 ວິ​ນາ​ທີ ແລ້ວ​ລໍ​ປະ​ມານ 15 ວິນາທີເພື່ອ​ໃຫ້​ເນື້ອ​​ສໍ​ເຢັນ​ລົງ ຫລັງ​ຈາກ​ນັ້ນ​ລອງ​ເທດ​ເທິງ​ຫລັງ​ມື​ກ່ອນ ເຈົ້າ​ຈະ​ຮູ້ສຶກ​ໄດ້​ເຖິງ​ເນື້ອ​ສໍ​ທີ່​ນຸ່ມ​ຂຶ້ນຂຽນ​ງ່າຍ ແຕ່​ເສັ້ນ​ໜາ​ຄົມ​ແຈ້ງ​ກວ່າ​ເກົ່າ ແຖມ​ສີ​ຍັງ​ຕິດ​ແໜ້ນ​ທົນ​ດົນ​ອີກ​ດ້ວຍ

ຂໍ້​ຄວນ​ລະ​ວັງ​ຄື ບໍ່​ຄວນ​ນຳ​​ສໍ​ຮ້ອນ​ໆມາ​ສຳ​ຜັດ​ກັບບໍລິເວນດ​ວງ​ຕາ​ໂດຍ​ຕົງແນະ​ນຳ​ວ່າ​ໃຫ້​ລອງ​ຂຽນ​ເທິງ​ຫລັງ​ມື​ເບິ່ງ​ກ່ອນ​ເພື່ອ​ທົດສອບ​ວ່າ​ເນື້ອ​​ສໍ​ມີ​ຄວາມ​ຮ້ອນ​ຢູ່ໃນ​ລະ​ດັບ​ໃດວິທີ​ນີ້​ໄວ້​ໃຊ້​ຍາມ​ສຸກ​ເສີນ​ກໍ​ພໍ​

eyeliner2

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...