spot_img
Homeຂ່າວການພັດທະນາລັດຖະບານອະນຸມັດ ເຂດພັດທະນາ ນິຄົມອຸດສາຫະກໍາ ປາກເຊ - ຍີ່ປຸ່ນ

ລັດຖະບານອະນຸມັດ ເຂດພັດທະນາ ນິຄົມອຸດສາຫະກໍາ ປາກເຊ – ຍີ່ປຸ່ນ

Published on

champasak

ຂປລ. ລັດຖະບານລາວ ອະນຸຍາດໃຫ້ນັກລົງທຶນຍີ່ປຸ່ນ ເຂົ້າໄປພັດທະນາແລະ ສ້າງຕັ້ງເປັນ ເຂດເສດຖະກິດສະເພາະໜຶ່ງ ທີ່ຂຶ້ນກັບເຂດ ເສດຖະກິດພິເສດ ແຂວງຈໍາປາສັກຢູ່​ 2 ​ເມືອງປະທຸມພອນແລະ ບາຈຽງຈະເລີນສຸກເຊິ່ງພິທີເຊັນສັນຍາ ຢ່າງເປັນທາງການ ວ່າດ້ວຍການພັດທະນາ ເຂດນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນເອັສເອັມອີໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2015 ຢູ່ນະຄອນຫລວງວຽງຈັນ ໂດຍ​​ໃຫ້ກຽດ​ເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ລັດຖະມົນຕີ ຫົວໜ້າຫ້ອງການ ລັດຖະບານ, ທ່ານນາງ ບຸນເພັງ ມູນ​​ໂພໄຊ ລັດຖະມົນຕີ ປະຈໍາຫ້ອງວ່າການລັດຖະບານ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການແຫ່ງຊາດ ເພື່ອຄຸ້ມຄອງເຂດ ເສດຖະກິດພິເສດແລະເຂດເສດຖະກິດສະເພາະ (ຄຂພສ), ທ່ານ ດຣ. ບຸນຖອງ ດີວິໄຊເຈົ້າແຂວງ​ໆຈໍາປາສັກ, ​ທ່ານເຈົ້າເມືອງ, ຕາງໜ້ານັກທຸລະກິດຍີ່ປຸ່ນແລະເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການສ້າງຕັ້ງ ເຂດດັ່ງກ່າວນີ້ ເພື່ອອໍານວຍຄວາມສະດວກແລະເປັນຖານຮອງຮັບ ໃຫ້ການດຶງດູດການລົງທຶນ ຈາກຕ່າງປະເທດ​,ໂດຍສະເພາະ ບໍລິສັດແລະ ວິສາຫະກິດຕ່າງໆ ຈາກປະເທດຍີ່ປຸ່ນ ເຂົ້າມາດໍາເນີນການຜະລິດ, ທຸລະກິດແລະ ການບໍລິການຕ່າງໆເພື່ອຜະລິດສິນຄ້າສົ່ງອອກ, ຈໍາໜ່າຍພາຍໃນແລະ ສ້າງວຽກເຮັດ​ ງານ​ທໍາ ​ໃຫ້​ປະຊາຊົນ​ພາຍ​ໃນ​ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ໃນ​ເບື້ອງ​ຕົ້ນ​ແຂວງ​ຈໍາປາ​ສັກ ​ໄດ້​ກໍານົດ​ເຂດ​ນິຄົມ​ອຸດສາຫະກໍາ ​ໃນ​ເນື້ອ​ທີ່​ທັງ​ໝົດ 1.245 ​ເຮັກຕາ ​ໃນ​ນັ້ນ​ໄດ້​ຮັບ​ອະນຸຍາດ ​ຈາກ​ລັດຖະບານ​ແລ້ວ ​ຈໍານວນ 195 ​ເຮັກຕາ​ ເພື່ອ​ສ້າງ​ເປັນ​ນິຄົມ​ອຸດສາຫະກໍາ​ ປາກ​ເຊ-ຍີ່ປຸ່ນ ສ່ວນ​ເຫລືອ​ຈະ​ໄດ້​ສືບ​ຕໍ່​ ນໍາ​ສະ​ເໜີ​ລັດຖະບານ ​ເພື່ອ​ສ້າງ​ເປັນ​ນິຄົມ ​ອຸດສາຫະກໍາ​ຂະໜາດ​ກາງ ​ແລະ ຂະໜາດ​ໃຫຍ່.

ເຂດ​ ນິຄົມ​ອຸດສາຫະກໍາ ​ປາກ​ເຊ-ຍີ່ປຸ່ນ​ເອັສອີຢູ່​ ແຂວງ​ຈໍາປາ​ສັກ ​ເຊິ່ງ​ຈະ​ລົງທຶນ​ເບື້ອງ​ຕົ້ນ​ ເຂົ້າ​ໃນ​ການ​ພັດທະນາ ໂຄງການ​ປະມານ 62 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ເນື້ອ​ທີ່​ສໍາ​ປະທານ 195 ​ເຮັກຕາ​ພາຍ​ໃນ​ໄລຍະ 50 ປີ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...