spot_img
Homeຂ່າວພາຍ​ໃນແລັ໋ງ ເດັກນ້ອຍສູ້ຊີວິດ ຜູ້ຫາລ້ຽງຄອບຄົວ

ແລັ໋ງ ເດັກນ້ອຍສູ້ຊີວິດ ຜູ້ຫາລ້ຽງຄອບຄົວ

Published on

11219405_749963695129560_8516692719441841716_n

ເວລາປະມານ 00:30 ນາທີ ຂອງວັນທີ 4 ສິງຫາ 2015 ທາງໜ່ວຍງານມູນນິທິໄດ້ຮັບແຈ້ງຂໍຄວາມຊ່ວຍເຫຼືອ ໄປສົ່ງເດັກນ້ອຍກັບບ້ານ ຈາກຫ້ອງ ການບ້ານ ໜອງດ້ວງເໜືອ ເມືອງສີໂຄດຕະບອງ ກຳແພງນະຄອນຫຼວງວຽງຈັນ. ຫຼັງຈາກໄດ້ຮັບແຈ້ງແລ້ວ ໄດ້ມີອາສາສະໝັກ ອາສາທີ່ຈະນຳລົດສ່ວນຕົວໄປສົ່ງ ພ້ອມກັບທີມງານ ນາທີ ຊີວິດ ໄປທີ່ຫ້ອງການບ້ານໜອງດ້ວງເໜືອທັນທີ.

ຫຼັງຈາກທີ່ໄປຮອດກໍ່ໄດ້ພົບເດັກຊາຍ 1 ຄົນທີ່ກຳລັງນັ່ງລໍຖ້າຢູ່ພາຍໃນຫ້ອການບ້ານ ແລະ ທາງທີມງານກໍ່ໄດ້ສອບຖາມເຈົ້າໜ້າທີ່ຢູ່ໃນນັ້ນຈຶ່ງໄດ້ຮູ້ວ່າ ເດັກຄົນນີ້ຊື່ ທ້າວ ແລັ໋ງ ອາຍຸ 13 ປີ ກຳລັງຈະເດີນທາງກັບບ້ານ ຢູ່ບ້ານ ຈັນສະຫວ່າງ ເມືອງສີໂຄດຕະບອງ (ທາງເຂົ້າໄປຕາດມູນ) ຊຶ່ງເປັນໄລຍະທາງທີ່ໄກສົມຄວນ ແລະ ໄດ້ມີເຈົ້າໜ້າທີ່ຫ້ອງການບ້ານບອກຕື່ມວ່າ ຕົນໄດ້ຂີ່ລົດຈັກກວດສອບຄວາມເປັນລະບຽບເຂດບ້ານ ແລະ ເຫັນເດັກຄົນນີ ນັ່ງຢູ່ແຖວທາງເຕ 2 ຕົນຈຶ່ງໄດ້ເຂົ້າໄປຖຸາມວ່າ ມາແຕ່ໃສ ແລະ ຈະໄປໃສ ທ້າວ ແລັ໋ງ ຈຶ່ງໄດ້ບອກວ່າ ຈະກັບບ້ານຢູ່ ໜອງແຕ່ງ ຕົນເຫັນວ່າເດັກຄົນດັ່ງກ່າວຢາກກັບບ້ານອຈຶ່ງໄດ້ພາມາຫ້ອງການບ້ານເພື່ອສອບຖາມທີ່ມາທີ່ໄປຂອງເດັກຄົນນີ້ອຈົນຮູ້ເລື່ອງລາວ ຈຶ່ງໄດ້ຂໍຄວາມຊ່ວຍເຫຼືອຈາກອໜ່ວຍງານມູນນິທິຊ່ວຍເຫຼືອຄົນທຸກຍາກ ໃຫ້ມາຊ່ວຍເຫຼືອ ເນື່ອງຈາກສະພາບທີ່ຝົນຕົກ ແລະ ບໍ່ມີລົດຈະໄປສົ່ງ.

11846575_749964321796164_4762489480770896114_n

ຈາກການສອບຖາມທ້າວ ແລັ໋ງ ຂອງທີມງານ ຈຶ່ງໄດ້ຮັບຮູ້ວ່າ ລາວໄດ້ໄປເຮັດວຽກເປັນຄົນອະນາໄມເຮືອນຫຼັງໜຶ່ງ ຢູ່ບ້ານ ດົງປ່າລານ ແລະ ມີໝູ່ 2-3 ຄົນທີ່ເຮັດວຽກນຳກັນ ແລະ ຄອບຄົວດັ່ງກ່າວກໍ່ຮັກ ແລະ ໃຫ້ຄວາມອາລີຕົນ ພ້ອມກັບຍັງມີເງິນເດືອນໃຫ້ 600,000 ຕໍ່ເດືອນ ເງິນເດືອນແຕ່ລະຄັ້ງແມ່ນໄດ້ສົ່ງໃຫ້ແມ່ຢູ່ບ້ານເພື່ອເອົາໄວ້ລ້ຽງນ້ອງ ແລະ ເປັນຄ່າກິນຢູ່ຂອງແມ່.

ທາງທີມງານຍັງໄດ້ສອບຖາມອີກວ່າ ຈະກັບບ້ານແນວໃດ ລາວຕອບວ່າ ຈະຍ່າງເອົາ ຊຶ່ງໄລຍະທາງນັ້ນບໍ່ໄດ້ໃກ້ເລີຍກວ່າ ຕັ້ງແຕ່ບ້ານໜອງດ້ວງຍ່າງໄປຫາ ບ້ານຈັນສະຫວ່າງ ນັ້ນເດີທາງດ້ວຍລົດໃຫຍ່ກໍ່ໃຊ້ເວລາເກືອບ 30 ນາທີ ແລະ ທາງທີມງານຍັງໄດ້ຖາມອີກວ່າ ເປັນຫຍັງຈຶ່ງບໍ່ຈ້າງລົດ ແລະ ກໍ່ໄດ້ຄຳຕອບກັບມາວ່າ ຄ່າຈ້າງລົດມັນແພງ ຕ້ອງໄດ້ເໝົາ ຊຶ່ງເປັນຈຳນວນເງິນທີ່ຫຼາຍສົມຄວນ ປະມານ 80 ພັນ – 1 ແສນກີບ ຈຶ່ງຢາກນຳເງິນທີ່ເປັນຄ່າແຮງງານຕົນນັ້ນໄປໃຫ້ແມ່ ແລະ ນ້ອງ ຊຶ່ງເງິນງວດສຸດທ້າຍທີ່ຕົນມີນັນກໍ່ປະມານ ແສນປາຍ ແລະ ຢາກນຳເງິນສ່ວນນີ້ໄປໃຫ້ແມ່.
11807668_749961275129802_780668234086330370_o

ຈາກການໂອ້ລົມກັນລະຫວ່າງທີມງານ ແລະ ອາສາສະໝັກໄປເດີນທາງໄປສົ່ງນັນ ໂດຍລວມແລ້ວ ທ້າວແລັ໋ງ ເປັນເດັກຊ່າງລົມ ນິໃສດີ ເປັນຄົນກະຕັນຍູ ຊ່ວຍຫາເງິນລ້ຽງນ້ອງ ແລະ ແມ່ ຈົນຕ້ອງໄດ້ອອກໂຮງຮຽນຕັງແຕ່ ປໍ 3 ທີ່ຜ່ານມາກໍ່ໄດ້ຮັບຈ້າງຂາຍໝາກມ່ວງຢູ່ບໍລິເວນຕາດບໍລິເວນໃກ້ນັ້ນ

ປັດຈຸບັນ ທ້າວແລັ໋ງໄດ້ກັບມາບ້ານ ເພາະທາງເຈົ້າຂອງເຮືອນໄດ້ໃຫ້ລາວພັກວຽກ ຍັງບໍ່ຮູ້ວ່າ ຈະເຮັດຫຍັງດີ ຊ່ວງນີ້ກໍ່ຊ່ວງໜ້າຝົນ ຢາກເຮັດວຽກແຕ່ບໍ່ຮູ້ຈະເຮັດຫຍັງຢູ່ໃສ.

11817197_749963895129540_3412891622464063324_n
ເຮືອນຂອງທ້າວ ແລັ໋ງ ທີ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

ກັບ ທ້າວ ແລັ໋ງຍັງບໍ່ໄດ້ລືມທີ່ຈະຂອບໃຈກັບຜູ້ໄປສົ່ງ ໂດຍໄດ້ຍໍມືນົບເພື່ອເປັນການຂອບໃຈທີ່ມາສົ່ງ ຈາກການສັງເກດໂດຍລວມແລ້ວ ເດັກຄົນນີ້ຕ້ອງເປັນເດັກດີ.

ຮູບແລະຂ່າວຈາກ: ທີມງານນາທີຊີວິດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...