spot_img
Homeຂ່າວຕ່າງປະເທດສານສູງສຸດ ບັງ​ກະລາ​ເດັສ ເຫັນພ້ອມ ໃຫ້ປະຫາ​ນຊີ​ວິດ ​ຜູ້ນຳ​ຝ່າຍ​ຄ້ານ ເມື່ອຮູ້ເຖິງເລື່ອງທັງແລ້ວຈະຮູ້ວ່າສົມຄວນຖືກປະຫານ

ສານສູງສຸດ ບັງ​ກະລາ​ເດັສ ເຫັນພ້ອມ ໃຫ້ປະຫາ​ນຊີ​ວິດ ​ຜູ້ນຳ​ຝ່າຍ​ຄ້ານ ເມື່ອຮູ້ເຖິງເລື່ອງທັງແລ້ວຈະຮູ້ວ່າສົມຄວນຖືກປະຫານ

Published on

ສານ​ສູງ​ສຸດ​ຂອງ ບັງ​ກະລາ​ເດັສ ໄດ້ຕັດສິນເຫັນພ້ອມກັບການ​ພິພາກສາ​ປະຫາ​ນຊີ​ວິດ ​ຕໍ່​ຜູ້ນຳ​ຝ່າຍ​ຄ້ານ Salauddin Quader Chowdury ​ໃນ​ວັນ​ພຸດ​ທີ່ຜ່ານມານີ້​ ໃນ​ການ​ພົວພັນກັບ​ການ​ຂ້າຄົນ​ຈຳນວນຫຼວງຫຼາຍ ​ໃນ​ລະ​ຫວ່າ​ງ​ສົງຄາມ​ເພື່ອເອກະລາດ​ຈາກ​ປາ​ກິ​ສຖານ
ຂອງ​ປ​ະ​ເທດ​ໃນ​ປີ 1971.

ທ່ານ Chowdury ​ແມ່ນ​ຜູ້ນຳຂອງ​ພັກ​ຊາດ​ນິຍົມ ບັງ​ກະລາເດັສ ຫຼື BNP ​ແລະ ​ຜູ້​ຊ່ວຍອະ​ດີດ​ນາຍົກລັດຖະມົນ​ຕີ ທ່ານນາງ Khaleda Zia

ສານຍຸດຕິທຳ​ທີ່ໄດ້​ຕັ້ງ​ຂຶ້ນ​ໂດຍ ນາຍົກລັດຖະມົນ​ຕີທ່ານນາງ ເຊSheikh Hasina ​ໄດ້​ພົບເຫັນ​ວ່າ​ ລາວ​ມີ​ຄວາມ​ຜິດ​ໃນ​ຫຼາຍ​ຂໍ້​ຫາ​ ໃນການກໍ່ອາ​ຊະ​ຍາກຳ ສົງຄາມ ​ແລະ ອາ​ຊະ​ຍາກຳຕ້ານມະນຸດຊາດ ​ໃນ​ປີ 2013, ຂໍ້ຫາ​ດັ່ງກ່າວ​ນັ້ນ​ລວມ​ມີ ການ​ຄາດ​ຕະກຳ, ການ​ຂ້າ​ລ້າງ​ເຜົ່າ​ພັນ, ການ​ລັກ​ພາ​ຕົວ ​ແລະ ການ​ທໍລະມານ.

​ໄອ​ຍະ​ການ​ໄດ້​ກ່າວ​ວ່າ ທ່ານ Chowdury ​ໄດ້​ເຂົ້າ​ຮ່ວມ​ກັບ​ກຳລັງ​ທະຫານ ປາ​ກິ​ສຖານ ​ແລະ ນັກ​ຕໍ່ສູ້​ຄົນ​ອື່ນໆ​ໃນ​ການ​ກະທຳ​ສິ່ງ​ຊົ່ວ​ຮ້າຍໃນ​ເມືອງ Chittagong ​ແລະ ​ເຂົ້າ​ຮ່ວມ​ໃນ​ການ​ຂ້າ​ຊາວຮິນດູ ທີ່​ບໍ່​ມີ​ອາ​ວຸດ ຈຳນວນຫຼວງ​ຫຼາຍ.

ທ່ານ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ໂທດ​ດັ່ງ​ກ່າວ, ໂດຍ​ເວົ້າ​ວ່າ ລາວບໍ່​ໄດ້​ຢູ່​ໃນ​ປະ​ເທດ​ໃນ​ເວລາ​ນັ້ນ, ​ແຕ່​ໄອ​ຍະ​ການ​ໄດ້​ກ່າວ​ວ່າ ຫຼັກ​ຖານ​ແມ່ນ​ມີ​ໃຫ້​ພິສູດ.

ສານ​ຍຸດ​ຕິ​ທຳພິ​ເສດ​ຫຼາຍແຫ່ງ​ໃນ ບັງ​ກະລາເດັສ ​ໄດ້ຕັດສິນ​ຄະດີ​ຜູ້ນຳ​ຝ່າຍ​ຄ້ານໃນການກໍ່ອາ​ຊະ​ຍາກຳສົງ​ຄາມມາແລ້ວ ​ຢ່າງ​ໜ້ອຍ 10 ຄົນຕັ້ງ​ແຕ່​ປີ 2010 ມາ, ທັງສອງ​ພັກ BNP ​ແລະ ພັກຝ່າຍ​ຄ້ານ Jamaat-e-Islami ກ່າວ​ຫາກ​ານພິຈາລະ​ນາຄະ​ດີ ດັ່ງ​ກັບ​ຄວາມ​ພະຍາຍາມ​ທີ່ມີ​ແຮງ​ຈູງ​ໃຈດ້ານ​ການ​ເມືອງ​ເພື່ອ​ແນ​ເປົ້າ​ໃສ່​ສະມາຊິກ​ຝ່າຍ​ຄ້ານ.

ບັງ​ກະລາ​ເດັສ ກ່າວ​ວ່າ ຜູ້​ສົມຮູ້​ຮ່ວມ​ຄິດ​ໃນ​ທ້ອງຖິ່ນ ​ແລະ ທະຫານ ປາ​ກິ​ສຖານ ​ໄດ້​ຂ້າ ປະຊາ​ຊົນ 3 ລ້ານ​ຄົນ, ​ໄດ້ຂົ່ມຂືນ​ແມ່ຍິງ 200,000 ຄົນ ​ແລະ ໄດ້ເຮັດ​ໃຫ້ມີອົບພະຍົບ 10 ລ້ານ​ຄົນ​ໄປອາໄສ ຢູ່ຕາມສູນຕ່າງໆ ​ໃນ​ປະ​ເທດ ອິນ​ເດຍ.

C61981A1-898E-489C-9DF1-5C2C470AD2E1_w640_r1_s_cx0_cy44_cw0

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...