Homeຂ່າວຍົນຕົກອຸບັດເຫດທາງຍົນ ໃນປະເທດລາວຕົກແລ້ວ 88 ຄັ້ງ

ອຸບັດເຫດທາງຍົນ ໃນປະເທດລາວຕົກແລ້ວ 88 ຄັ້ງ

Published on

laoatr1

ເມື່ອຢ້ອນເບິ່ງປະຫວັດ ເຫດການສະເທືອນໃຈ ກ່ຽວກັບອຸບັດຕິເຫດ ຍົນຕົກ ໃນປະເທດລາວ ແຕ່ອະດີດ ຮອດປັດຈຸບັນ ກໍ່ຄືຄັ້ງຫຼ້າສຸດ ໃນວັນທີ 27 ກໍລະກົດ 2015 ທີ່ພາກຊີວິດ ຄົນໄປ 23 ຄົນນັ້ນ. ອຸບັດຕິເຫດ ທາງຍົນ ໃນລາວ ແມ່ນທີທັງໝົດ 88 ຄັ້ງ ຂໍ້ມູນເກັບເກັບຈາກ www.aviation-safety.net

ໄລຍະແຕ່ສະຖານປະນາ ສປປ ລາວ ຄືປີ 1976 ເປັນຕົ້ນມາ ແມ່ນມີ ທັງໝົດ 17 ຄັ້ງ, ໃນນັ້ນຕົກຫຼາຍແມ່ນ ປີ 1976 ມີເຖິງ 6 ຄັ້ງ, ແລະ ໃນປີ 2013 ມີ 2 ຄັ້ງ.

ສ່ວນທີ່ເຫຼືອ ແມ່ນຕົກໃນສະໄໝລາຊະອານາຈັກ ຫຼືກ່ອນການສະຖາປະນາ ສປປ ລາວ ຄືມີທັງໝົດ 71 ຄັ້ງ, ປີທີ່ມີເຫດການຍົນຕົກຫຼາຍທີ່ສຸດແມ່ນປີ 1972 ມີເຖິງ 9 ຄັ້ງ, ປີ 1954 ມີ 7 ຄັ້ງ, ປີ 1971 ມີ 6 ຄັ້ງ ແລະ ປີ 1970 ແລະ 1968 ມີ ປີລະ 5 ຄັ້ງ.

ໃນບັນດາເຫດການເຫລົ່ານັ້ນ, ເຫດການໃນວັນທີ 16 ຕຸລາ 2013 ຍົນຕົກທີ່ປາກເຊ ມີຄົນເສຍຊີວິດ 49 ທີ່ເປັນຕົວເລກຫຼາຍທີ່ສຸດ  ແລະ ຮອງລົງມາແມ່ນ ໃນວັນທີ 16 ສິງຫາ 1954 ມີຄົນເສຍຊີວິດ 47 ຄົນ ຍົນຕົກ ຢູ່ໃກ້ປາກເຊ ເຊັ່ນດຽວກັນ. ແລະ ໃນວັນທີ 24 ກຸມພາ 1968 ຕົກໃກ້ກັບ ບ້ານນາປາ ມີຄົນເສຍຊີວິດ 37 ຄົນ.

ຮຽບຮຽງໂດຍ: ຮັກລາວ ໂທລະໂຄ່ງ
ທີ່ມາ: aviation-safety.net

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...