spot_img
Homeຄວາມງາມປາກ​ຂອງ​ທ່ານສະ​ອາດ​ພໍ​ແລ້ວ​ແທ້​ບໍ່??

ປາກ​ຂອງ​ທ່ານສະ​ອາດ​ພໍ​ແລ້ວ​ແທ້​ບໍ່??

Published on

ฟัน-600x429

ທຸກ​ຄົນ​ຄົງ​ຄິດວ່າ​ການສີແຂ້ວ​ຢ່າງ​ດຽວ​ກໍ​ພຽງ​ພໍ​ແລ້ວ​ໃນ​ແຕ່​ລະ​ມື້ແຕ່​ຄວາມ​ເປັນ​ຈິງ​ກໍ​ຄື​ການ​ສີແຂ້ວ​ອາດ​ຊ່ວຍ​ເບິ່ງແຍງ​ຊ່ອງ​ປາກ​ໄດ້​ພຽງ25%ເທົ່າ​ນັ້ນເພາະ​ຜິວ​ແຂ້ວ​ເປັນພຽງ25%ຂອງ​ພື້ນ​ຜິວ​ທັງ​ໝົດ​ໃນ​ຊ່ອງ​ປາກ ຊຶ່ງ​ແບກ​ທີ​ເລຍ​ອາໄສ​ຢູ່​ທຸກ​ຊອກ​ທຸກ​ມຸມ ແລ້ວ​ຮູ້​ບໍ່? ຊ່ອງ​ປາກ​ຂອງ​ເຮົາ​ມີ​ແບກ​ທີ​ເລຍ​ອາໄສ​ຢູ່​ເປັນ​ລ້ານໆ​ຕົວ ຫລາຍກວ່າ​ຈຳນວນ​ຄົນ​ເທິງ​ໂລກ​ນີ້​​ອີກ ຊຶ່ງ​ເຮືອນ​ຂອງ​ແບກ​ທີ​ເລຍ​ມີ​ຊື່​ວ່າໄບ​ໂອ​ຟິ​ມນັ້ນ​ເອງ ມາ​ທຳຄວາມ​ຮູ້​ຈັກ ໄບ​ໂອ​ຟິ​ມ ກັນ​ດີກວ່າ…
ໄບ​ໂອ​ຟິ​ມ​ຈະ​ຢູ່​ເທິງ​ຜິວ​ແຂ້ວ​ຂອງ​ເຮົາ​ທຸກ​ຄົນເລິມທຳອິດ​ຈະ​ເປັນ​ຊັ້ນ​ບາງໆເບິ່ງ​ດ້ວຍ​ຕາ​ເປົ່າ​ບໍ່​ເຫັນ ຈົນ​ເວລາ​ຜ່ານ​ໄປ​ແບກ​ທີ​ເລຍ​ຈະ​ເລີ່ມ​ສະ​ສົມ​ຫລາຍ​ຂຶ້ນ​ຈົນ​ກາຍ​ເປັນ​ແຜ່ນ​ໜາ​ຂຶ້ນລັກສະນະ​ເປັນ​ຄາບ​ສີ​ຂາວ​ຫລື​ສີ​ເຫລືອງ​ອ່ອນ​ເກາະ​ຢູ່​ເທິງ​ຜິວ​ແຂ້ວຈົນ​ເຮົາ​ສາມາດ​ເບິ່ງເຫັນ​ດ້ວຍ​ຕາ​ເປົ່າ​ໄດ້​ເລີຍ

ໄບ​ໂອ​ຟິມ​ທີ່​ສະ​ສົມ​ດົນ​ໆຈະ​ສົ່ງ​ຜົນ​ເສຍ​ແນວໃດ??
ໄບ​ໂອ​ຟິມ​ທີ່​ສະ​ສົມ​ດົນ​ເກີນ 24 ຊົ່ວ​ໂມງ ຈະ​ສົ່ງ​ຜົນ​ເສຍ​ຕໍ່​ສຸກຂະພາບ​ຊ່ອງ​ປາກ ກໍ່​ໃຫ້​ເກີດ​ພະຍາດ​ຕ່າງໆໄດ້​ແກ່ພະຍາດ​ແຂ້ວແມງເຫືອກ​, ພະຍາດ​ລຳ​ມະ​ນາດລວມ​ເຖິງ​ກິ່ນ​ປາກ

3 ວິທີ ຈັດການ​ໄບ​ໂອ​ຟິ​ມແບບ​ງ່າຍໆ
1. ສີ​ແຂ້ວ​ຢ່າງ​ນ້ອຍ​ມື້​ລະ 2 ຄັ້ງແລະ​ຄວນ​ໃຊ້​ເວລາ​ໃນ​ການສີ​ແຂ້ວ​ບໍ່​ຕ່ຳ​ກວ່າ 2 ນາ​ທີເພື່ອ​ຄວາມ​ສະ​ອາດ​ຂອງ​ແຂ້ວ​ທຸກ​ເລັ້ມແລ້ວ​ຕ້ອງ​ສີໃຫ້​ຖືກ​ວິທີ​
2. ໃຊ້​ໄໝຂັດ​ແຂ້ວ​ຢ່າງ​ນ້ອຍ​ມື້​ລະ 1 ຄັ້ງເພື່ອ​ເຮັດ​ຄວາມ​ສະ​ອາດ​ທຸກ​ຊອກ​ແຂ້ວ
3. ໃຊ້​ນ້ຳ​ຢາ​ບ້ວນ​ປາກ​ຫລັງ​ການ​ສີແຂ້ວຄວນ​ເລືອກ​ຊະນິດ​ທີ່​ມີ​ສານ​ແອນ​ຕີ້​ແບກ​ທີ​ເລຍ​ທີ່​ມີ​ປະ​ສິດ​ທິ​ພາບ ເຊັ່ນ ນ້ຳ​ມັນ​ສະ​ກັດ​ຈາກ​ທຳມະຊາດ ເພື່ອ​ຊ່ວຍ​ລຸດ​ການ​ສະ​ສົມ​ຂອງ​ໄບ​ໂອ​ຟິ​ມທີ່​ຫລົງ​ເຫລືອ​ຢູ່​ຫລັງ​ຈາກ​ການ​ສີແຂ້ວຄວາມ​ແຫລວ​ຂອງ​ນ້ຳ​ຢາ​ບ້ວນ​ປາກ​ສາມາດທຳ​ຄວາມ​ສະ​ອາດ​ໄດ້​ທົ່ວ​ທັງ​ປາກ ໂດຍ​ສະເພາະ​ໃນ​ສ່ວນ​ທີ່​ການ​ສີ​ແຂ້ວ​ເຂົ້າ​ບໍ່​ຖຶງ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...