spot_img
Homeຄວາມງາມ ເທັກ​ນິກ​ແຕ່ງ​ໜ້າ​ງາມ​ສູ້​ຝົນ

ເທັກ​ນິກ​ແຕ່ງ​ໜ້າ​ງາມ​ສູ້​ຝົນ

Published on

27_20130702140209.

– ທາ​ຄີມ​ບຳ​ລຸງ​ແລະ​ຄີມ​ກັນ​ແດດ​ສຳຄັນ​ສະເໝີ ການ​ກຽມ​ຜິວ​ໜ້າ​ໃຫ້​ຊຸ່ມ​ຊື່ນ​ນຽນ​ໃສ​ໃນ​ທຸກ​ໆມື້ຍັງ​ຖື​ເປັນ​ສິ່ງ​ສຳຄັນ​ທີ່​ຊ່ວຍ​ໃຫ້​ຜິວ​ພັນ​ໄດ້ຮັບ​ການ​ບຳ​ລຸງ​ແລະ​ເຜີຍ​ຄວາມ​ສົດ​ໃສ​ໄດ້​ຢ່າງເຕັມ​ທີ່ແມ່ນ​ຈະ​ຕ້ອງ​ເຈີ​ກັບ​ວັນທີ່​ອາ​ກາດ​ບໍ່​ເປັນ​ໃຈ​ກໍ​ຕາມ ດັ່ງ​ນັ້ນ​ສາວໆຈຶ່ງ​ບໍ່​ຄວນ​ລະ​ເລີຍ​ການ​ທາ​ຄີມ​ບຳ​ລຸງ​ແລະ​ຄີມ​ກັນ​ແດດ​ໃຫ້​ທົ່ວ​ໃບ​ໜ້າ​ແລະ​ລຳ​ຄໍ​ໃນ​ທຸກ​ໆມື້

– ເລືອກ​ຮອງ​ພື້ນ​ແລະ​ແປ້ງ​ທີ່​ມີ​ເນື້ອ​ບາງ​ເບົາ​ທີ່​ບໍ່​ເຮັດ​ໃຫ້ເປັນ​ຄາ   ​ຮອງ​ພື້ນ​ສູດ​ນ້ຳ​ຫລື​ສູດ​ເຈນ​ທີ່​ເນັ້ນ​ຄວາມ​ບາງ​ເບົາ​ນຽນ​ລຽບ​ຢ່າງ​ເປັນທຳມະຊາດ​ມາ​ໃຊ້ຂໍ້​ດີ​ຄືຮອງ​ພື້ນ​ຊະນິດ​ນີ້​ມີ​ຄຸນສົມບັດ​ປົກ​ປິດ​ແລະ​ເກາະ​ຕິດ​ຜິວ​ໜ້າ​ໄດ້​ດີບໍ່​ເຮັດ​ໃຫ້ເປັນ​ຄາບ​ແລ້ວ​ນຳ​ດ້ວຍ​ການ​ປັດ​ແປ້ງ​ຝຸ່ນ​ເບົາໆໃຫ້​ທົ່ວ​ໃບ​ໜ້າ

 ເຄື່ອງ​ສຳ​ອາງ​ແບບ​ກັນ​ນ້ຳ ເໝາະ​ທີ່ສຸດ​ກັບ​ອາ​ກາດ​ຮ້ອນ​ອາບ​ອ້າວຄຶ້ມ​ຟ້າ​ຄຶມ​ຝົ ເດົາ​ໃຈ​ລົມ​ຟ້າ​ອາ​ກາດ​ກັນ​ບໍ່​ຖືກ​ຂະໜາດ​ນີ້ແຕ່ງໜ້າ ​ທັງ​ທີ​ກໍ​ຕ້ອງ​ເລືອກ​ເຄື່ອງ​ສຳ​ອາງ​ທີ່​ຕິດ​ທົນ​ດົນ​ໄວ້​ກ່ອນເລືອກ​ເຕີມ​ສີ​ສັນ​ໃຫ້​ເປືອກ​ຕາ​ແລະ​ແກ້ມ​ດ້ວຍ​ອາຍ​ແຊ​ໂດ​ແລະ​ບຮັດ​ອອນ​ແບບ​ຄີມໄປ​ຈົນ​ເຖິງ​ອາຍ​ໄລເນີ ມາດ​ຄາ​ລ່າ​ແລະ​ທີ່​ແຕ້ມ​ຄິ້ວ​ແບບ​ກັນ​ນ້ຳ​ເພື່ອ​ຊ່ວຍ​ຍືດ​ໄລ​ຍະ​ເວລາ​ໃຫ້​ເຄື່ອງ​ສຳ​ອາງ​ຕິດ​ທົນດົນ​ຫລາຍ​ຍິ່ງ​ຂຶ້ນ

 ເພີ່ມ​ລຽວ​ປາກ​ງາມ​ຕະຫລອດ​ມື້​ແບບ​ບໍ່​ຊີດ​ຈາ   ໃຊ້​​ສໍ​ແຕ້ມ​ຂອບ​ປາກ (ສີ​ໃກ້​ຄຽງ​ກັບ​ລິບ​ສະຕິ​ກ) ທາ​ເປັນ​ຮອງ​ພື້ນ​ໃຫ້​ທົ່ວ​ລິມ​ຝີ​ປາກ ຈາກ​ນັ້ນ​ຈຶ່ງ​ລົງ​ສີ​ລິບສະຕິກ​ທີ່​ຕ້ອງ​ການ ແລ້ວ​ໃຊ້​ແຈ້ງ​ອານາໄມ​ອອກ ເຕີມ​ສີ​ລິບ​ສະຕິ​ກ​ໄປ​ອີກ​ຄັ້ງ ເທົ່າ​ນີ້​ກໍ​ໄດ້​ລຽວ​ປາກ​ສີ​ງາມ​ໄປ​ຕະຫລອດ​ທັງ​ມື້​ແລ້ວ​

 ສະ​ເປີນ້ຳ​ແຮ່​ຊ່ວຍ​ເພີ່ມ​ຄວາມ​ສົດ​ຊື່ນ​ສົດ​ໃສ​ໃຫ້​ໃບ​ໜ້ ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ສະ​ເປີ​ນ້ຳ​ແຮ່​ຈະ​ຊ່ວຍ​ໃຫ້​ເມກ​ອັບ​ຕິດ​ທົນ​ດົນ​ໄດ້​ຫລາຍ​ຍິ່ງ​ຂຶ້ນ ດັ່ງ​ນັ້ນ​ກ່ອນ​ຫລື​ຫລັງ​ແຕ່ງ​ໜ້າ ​ໃຫ້​ສາວໆສີດ​ພົ່ນ​ສະ​ເປີ​ນ້ຳ​ແຮ່​ໃຫ້​ທົ່ວ​ໃບ​ໜ້າ​ເພື່ອ​ປິ່ນປົວ​ຄວາມ​ສົມ​ດຸນ​ແລະ​ຄວາມ​ສົດ​ຊື່ນ​ເທິງ​ໃບ​ໜ້າຫລື​ອາດ​ພົກ​ໃສ່​ກະ​ເປົ໋າ​ໄວ້​ສີດ​ໃນ​ວັນທີ່​ອາ​ກາດ​ຮ້ອນໆຈົນ​ໜ້າ​ໂຊ​ມກໍ​ສາມາດ​ຈັບ​ຂຶ້ນ​ມາ​ສີດ​ບຳ​ລຸງ​ໄດ້

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...