ເລືອກ​ເສື້ອ​ຜ້າ.. ໃສ່​ແລ້ວ​ເບິ່ງ​ຂາ​ຍາວງາມ

27_20150716163545.

       ຜູ້ຍິງ​ເຮົາ​ຕ້ອງ​ພິ​ຖີ​ພິ​ຖັນ​ໃນ​ການ​ແຕ່ງ​ຕົວ ເລືອກເສື້ອ​ຜ້າ​ໃຫ້​ເຂົ້າ​ບຸກຄະລິກ​ແລະ​ຮູບ​ຮ່າງ ຫລື​ເລືອກ​ໃສ່​ເພື່ອ​ອຳ​ພາງ​ຈຸດ​ບົກຜ່ອງ​ຂອງ​ຕົວ​ເອງ ມາ​ເບິ່ງ​ການ​ເລືອກ​ເສື້ອ​ຜ້າ​ທີ່​ເຮັດໃຫ້​ຜູ້ຍິງ​ເຮົາ​ເບິ່ງ​ຂາ​ຍາງາມ​ຂຶ້ນ ເບິ່ງ​ສູງ​​ຂຶ້ນ
– ໃສ່ເກີບ​ສີ​ນູ້ດ ຫາ​ເກີບ​ສົ້ນ​ສູງ​ສີ​ນູ້​ດ​ຫລື​ສີ​ເນື້ອທີ່​ເບິ່ງ​ກົມ​ກືນ​ໄປ​ກັບ​ສີ​ຜິວ​ມາ​ໃສ່ເພາະ​ສີ​ນູ້​ດ​ທີ່​ເບິ່ງ​ກົມ​ກືນ​ແລະ​ບໍ່​ຕັດ​ກັນ​ກັບ​ສີ​ຜິວ​ຈະ​ຊ່ວຍ​ເຮັດໃຫ້​ຊ່ວງ​ຂາ​ເບິ່ງ​ຍາວ​ຂຶ້ນ ເພີ່ມ​ປະ​ກາຍ​ໃຫ້​ລຽວ​ຂາດ້ວຍ​ການ​ທາ​ແປ້ງ​ຫລື​ຄີມ​ທາ​ຜິວ​​ບໍລິເວນ​ໜ້າ​ແຂ້ງຈະ​ຊ່ວຍ​ເຮັດໃຫ້​ຂາ​ເບິ່ງ​ລຽວ​ແລະ​ມີ​ມິ​ຕິ​ຈາກ​ປະ​ກາຍ​ຂອງ​ຊ່ວງ​ກະດູກ​ທີ່​ໂດດ​ເດັ່ນ
– ເສື້ອ​ຜ້າ​ໂທນ​ສີ​ດຽວ​ກັນ ເຮັດໃຫ້​ຮູບ​ຮ່າງ​ເບິ່ງ​ສູງ​​ຂຶ້ນ ການ​ຫລອກ​ຕາ​ຂອງ​ສີ​ທີ່​ກົມ​ກືນສີ​ໂທນ​ດຽວ​ກັນ​ໃນ​ທີ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຕ້ອງ​ເປັນ​ສີ​ດຽວ​ກັນ​ເປ໊ະ ແຕ່​ໃຫ້​ເລືອກ​ໂທນ​ສີ​ທີ່​ໃກ້​ຄຽງ​ກັນ
– ກະ​ໂປງ​ຫລື​ໂສ້ງ​ແອວ​ສູງ ເຮັດໃຫ້​ຊ່ວງ​ຕົວ​ດ້ານ​ລຸ່ມ​ເບິ່ງ​ມີ​ຄວາມ​ຍາວ​ຫລາຍ​ຂຶ້ນ​ຈາກ​ການ​ທີ່​ຮອບ​ແອວ​ຢູ່​ສູງ​ຂຶ້ນ​ໄປ ຫາກ​ເປັນ​ໂສ້ງ​ຂາ​ຍາວ​ໃຫ້​ໃສ່​ໂສ້ງ​ທີ່​ປາຍ​ຂາ​ຍາວ​ກວ່າ​ຂໍ້​ຕີນ​ລົງ​ໄປ​ໜ້ອຍໜື່ງ ໂດຍ​ໃສ່​ຄູ່​ກັບ​ເກີບສົ້ນ​ສູງ​ຈະ​ຍິ່ງ​ເຮັດໃຫ້​ຊ່ວງ​ຂາ​ເບິ່ງ​ຍາວ​ຂຶ້ນ​ໄດ້​ອີກ
– ກະ​ໂປງ​ແອວ​ສູງ ຖ້າ​ໝັ່ນໃຈ​ວ່າ​ຂາ​ບໍ່​ໃຫຍ່ ກໍ​ສາມາດ​ໃສ່​ກະ​ໂປງ​ແອວ​ສູງ​ສັ້ນ​ເພື່ອ​ໂຊ​ລຽວ​ຂາ​ທີ່​ເບິ່ງ​ພຽວ​ໄດ້ ແຕ່​ສຳລັບ​ຄົົນທີ່​ມີ​ຕົ້ນ​ຂາ​ອວບ​ໃຫ້​ໃຊ້​ກະ​ໂປງ​ແອວ​ສູງ​ທີ່​ມີ​ຄວາມ​ຍາວ​ພໍ​ດີ​ເຂົ່າ​ຫລື​ກາຍເຂົ່າ​ລົງ​ມາ​ນິດ​ໜຶ່ງ​ກໍ​ຈະ​ເຮັດໃຫ້​ຂາ​ເບິ່ງ​ຍາວ​ແລະ​ລຽວ​ໄດ້​ສັດ​ສ່ວນ