spot_img
Homeຄວາມງາມຢ່າ​ຄິດ​ຂາວ​ດ້ວຍ "ນ້ຳ​ຢາ​ລອກ​ຜິວ​ຂາວ" ອັນຕະລາຍ

ຢ່າ​ຄິດ​ຂາວ​ດ້ວຍ “ນ້ຳ​ຢາ​ລອກ​ຜິວ​ຂາວ” ອັນຕະລາຍ

Published on

27_201506231634171.

  “ນ້ຳ​ຢາ​ລອກ​ຜິວ​ຂາວ” ຜະລິດຕະພັນ​ເພື່ອ​ຜິວ​ຂາວ​ທີ່​ມີ​ຂາຍ​ກັນ​ຫລາຍ ມີ​ທັງ​ລີ​ວິວ​ໃຫ້​ຄົນ​ເຊື່ອ​ວ່າ​ ຜິວ​ຂາວ​ໄດ້​ພາຍ​ໃນ​ບໍ່​ຈັກ​ມື້ ແຕ່​ຢາກ​ໃຫ້​ຮູ້​ໄວ້​ວ່າ​ຜະລິດຕະພັນ​ດັ່ງ​ກ່າວ​ມີ​ແຕ່​ສານ​ອັນຕະລາຍ ມີ​ສ່ວນ​ປະສົມ​ຂອງ​ສານ​ເຄ​ມີ​ທີ່​ເປັນ​ກົດ​ຊະນິດ​ຮຸນແຮງ ຈະ​ໄປ​ກັດ​ຜິວ​ຈົນ​ລອກ​ອອກ​ມາ ເປັນ​ຜິວ​ຊັ້ນ​ນອກ​ທີ່​ເປັນ​ຊັ້ນ​ຂີ້​ໄຄ ອາດ​ເຮັດໃຫ້​ເບິ່ງ​ຂາວ​ຂຶ້ນເມື່ອ​ໃຊ້​ຕິດ​ຕໍ່​ກັນ​ຜິວ​ໜັງ​ຊັ້ນ​ນອກ​ກໍ​ຈະ​ຕາຍ​ໄປ​ນຳເມື່ອ​ເຈີ​ແສງ​ແດດ. ນອກ​ຈາກ​ຜິວ​ຈະ​ກັບ​ມາ​ເປັນ​ແບບເກົ່າແລ້ວ ຍັງມີ​ໂອ​ກາດ​ສ່ຽງ​ເປັນ​ພະຍາດ​ມະ​ເຮັງ​ຜິວ​ໜັງ​ໄດ້​ອີກ​ດ້ວຍ
ການ​ລອກ​ຜິວ​ດ້ວຍ​ສານ​ເຄ​ມີ​ທີ່​ມີ​ຄວາມ​ປອດ​ໄພ ຄື​ການ​ໃຊ້  AHA ໃນ​ລະ​ດັບ​ຄວາມ​ເຂັ້ມ​ຂົ້ນ​ທີ່​ປອດ​ໄພ ໃຊ້​ລອກ​ຜິວ​ທີ່​ມີ​ບັນຫາ​ເຊັ່ນ ຫລຸມ​ສິວ ເປັນ​ສິວ​ເປັນ​ຝ້າ…  
 ດັ່ງ​ນັ້ນ.. ສາວໆ ຢ່າ​ຄິດ​ຢາກ​ຂາວ​ໂດຍ​ບໍ່​ຄຳ​ນຶງ​ເຖິງ​ອັນຕະລາຍ ກ່ອນ​ຈະ​ຂາວ​ຜິວ​ອາດຈະ​ເສຍ​ກ່ອນໄດ້

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...