spot_img
Homeຄວາມງາມເຮັດ​ນ້ຳ​ຫອມ​ໃຊ້​ເອງ​

ເຮັດ​ນ້ຳ​ຫອມ​ໃຊ້​ເອງ​

Published on

225354

 

ທ່ານ​ເຄີຍ​ຢາກ​ເຮັດ​ນ້ຳ​ຫອມ​ດ້ວຍ​ຕົວ​ເອງ​ບໍ? ຖ້າ​ເຄີຍ ສະແດງ​ວ່າ​ທ່ານມາ​ຖືກ​ທາງ​ແລ້ວ​ ແລະ​ນີ້​ຄື​ວິທີ​ເຮັດ​ນ້ຳ​ຫອມ​ແບບ DIY ເຮົາ​ມາ​ເບິ່ງ​ພື້ນ​ຖານ​ຂອງ​ການເຮັດ​ນ້ຳ​ຫອມ​ກັນ​ເລີຍ

ສິ່ງ​ທີ່​ຈຳ​ເປັນ​ໃນ​ການເຮັດ​ນ້ຳ​ຫອມ

ນ້ຳ​ຫອມ​ປະກອບ​ໄປ​ດ້ວຍ​ສ່ວນ​ປະສົມ​ຫລັກ​ທີ່​ສຳຄັນ 2 ສ່ວນ ໄດ້​ແກ່ ນ້ຳ​ມັນ​ຫອມ​ລະ​ເຫຍ ກັບ​ແອນ​ກໍ​ຮໍ​ທີ່​ໃຊ້​ສຳລັບ​ເຮັດ​ນ້ຳ​ຫອມ​ໂດຍ​ສະເພາະ ລາ​ຄາ​ຂອງ​ນ້ຳ​ມັນ​ຫອມ​ລະ​ເຫຍ​ຈະ​ຂຶ້ນ​ຢູ່​ກັບ​ຄຸນນະພາບ ດັ່ງ​ນັ້ນ​ຈຶ່ງ​ຂໍ​ແນະ​ນຳ​ໃຫ້​ເລີ່ມ​ດ້ວຍ​ສິນ​ຄ້າ​ລາ​ຄາ​ຖືກ​ໄປ​ກ່ອນ​ໃນ​ກໍລະນີ​ທີ່​ເປັນ​ມື​ໃໝ່​ຮຽນເຮັດ ເຈົ້າ​ສາມາດ​ຫາ​ຊື້​ນ້ຳ​ມັນ​ຫອມ​ລະ​ເຫຍ​ໄດ້​ໃນຮ້ານ​ຄ້າ​ທົ່ວ​ໄປ ປົກກະຕິ​ມັນ​ຈະ​ວາງ​ຢູ່​ເທິງ​ຊັ້ນ​ເຄື່ອງ​ຫອມ​ແລະ​ມີ​ກິ່ນ​ໃຫ້​ເລືອກ​ຫລາກ​ຫລາຍ ທີ່​ສຳຄັນ​ນ້ຳ​ມັນ​ຫອມ​ລະ​ເຫຍ​ເຫລົ່າ​ນີ້​ລາ​ຄາ​ບໍ່​ແພງ​ອີກ​ດ້ວຍ ສ່ວນ​ປະກອບ​ທີ່ 2 ຄື​ແອນ​ກໍ​ຮໍ​ທີ່​ໃຊ້​ສຳລັບ​ເຮັດ​ນ້ຳ​ຫອມ​ໂດຍ​ສະເພາະ​ຊຶ່ງ​ອາດຈະ​ຫາ​ຊື້​ຍາກ​ນິດ​ນຶ່ງ​ ​ຕ້ອງ​ໃຊ້ Google ຊ່ວຍ search ຫາ​ຮ້ານ​ຄ້າ​ທີ່​ຂາຍ​ແອນ​ກໍ​ຮໍ​ຕົວ​ນີ້​ເບິ່ງ ແຕ່​ຫາກ​ຫາ​ບໍ່​ໄດ້​ແທ້ໆ​​ສາມາດ​ໃຊ້​ເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ແອນ​ກໍ​ຮໍ 95% ກໍ​ໄດ້

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...