spot_img
Homeນານາສາລະເທັກນິກການ​ຂັບ​ລົດ​ຖອຍ​ຫລັງ ແບບ​ບໍ່​ຕ້ອງ​ຢ້ານ​ອຸບັດເຫດ

ເທັກນິກການ​ຂັບ​ລົດ​ຖອຍ​ຫລັງ ແບບ​ບໍ່​ຕ້ອງ​ຢ້ານ​ອຸບັດເຫດ

Published on

225353

      ຫລາຍ​ຄົນ​ມັກ​ບໍ່​ຊິນ​ເວລາ​ຕ້ອງ​ຂັບ​ລົດ​ຖອຍ​ຫລັງຫລື​ລະແວງກະໄ​ລ​ຍະ​ຫ່າງ​ບໍ່​ຖືກ​ເວລາ​ຖອຍ​

ເຂົ້າ​ບ່ອນຈອດເພາະ​ຄຸ້ນ​ເຄີຍ​ແຕ່​ໄປໜ້າລ້ຽວ​ຊ້າຍ​ລ້ຽວ​ຂວາ ຈົນ​ລືມ​ໄປ​ວ່າ​ການ​ຂັບ​ລົດ​ຖອຍ​ຫລັງ​ກໍສຳຄັນ​ບໍ່​ແພ້​ກັນ ທັງ​ອາດ​ເຮັດໃຫ້​ເກີດ​ອຸບັດເຫດ​ໄດ້​ງ່າຍ​ກວ່າ​ຂັບ​ໄປ​ໜ້າ​ເສຍ​ອີກມາ​ຮູ້​ວິທີ​ຂັບ​ລົດ​ຖອຍ​ຫລັງ​ໃຫ້​ຖືກ​ແລະ​ເທັກ​ນິກ​ງ່າຍໆ ທີ່​ໄດ້​ຈາກ​ການ​ສັງເກດ

– ຂັບ​ລົດ​ຖອຍ​ຫລັງ​ນັ້ນ ຄວນ​ກະທຳ​ໃນ​ຂະນະ​ທີ່​ຄວາມ​ໄວ​ຕ່ຳ​ແລະ​ຂັບ​ຊ້າ​ໆ ຊຶ່ງ​ຈະ​ເຮັດໃຫ້​ການ​ໝຸນ​ພວງ​ມາ​ໄລ​ໄດ້​ຜົນດີີ

– ຂະນະ​ທີ່​ຈະ​ໝຸນ​ພວງ​ມາ​ໄລ ຄວນ​ໃຫ້​ລົດ​ມີ​ການ​ເຄື່ອນ​ທີ່​ນິດ​ໜ່ອຍ​ເພາະ​ຈະ​ຊ່ວຍ​ລຸດ​ການ​ຮຸກຖູ ລະຫວ່າງ​​ຢາງ​ລົດກັບ​ພື້ນ​ຫົນທາງ

– ຫລັກ​ການ​ຖອຍ​ຫລັງ ມີ​ຢູ່​ວ່າ​ຕ້ອງ​ການ​ໃຫ້​ທ້າຍ​ຂອງ​ລົດ​ຫັນ​ໄປ​ທາງ​ໃດ​ກໍ​ໃຫ້​ໝຸນ​ພວງ​ມາ​ໄລ​ໄປ​ທາງ​ນັ້ນ ເຊັ່ນ ຕ້ອງ​ການ​ໃຫ້​ທ້າຍ​ລົດ​ລ້ຽວ​ໄປ​ທາງ​ຊ້າຍ ກໍ​ໃຫ້​ໝຸນ​ພວງ​ມາ​ໄລ​ໄປ​ດ້ານ​ຊ້າຍ ແລະ​ຖ້າ​ຕ້ອງ​ການ​ໃຫ້​ທ້າຍ​ລົດ​ລ້ຽວ​ໄປ​ທາງ​ຂວາ ກໍ​ໝຸນ​ພວງ​ມາ​ໄລ​ໄປ​ທາງ​ດ້ານ​ຂວາ

– ໃນ​ຂະນະ​ທີ່​ເຈົ້າ​ຈະ​ຖອຍ​ຫລັງ ຫາກ​ຢູ່ໃນ​ພາ​ວະ​ຂັບ​ຂັນ​ການ​ຈະລາຈອນ​ແອ​ອັດ​ຄວນ​ເປີດ​ສັນຍາ​ນໄຟ ແລະ​ສັງເກດ​ລົດ​ທີ່​ຜ່ານ​ໄປ​ມາ​ທັງ​ດ້ານ​ໜ້າຫລັງ ຊ້າຍຂວາ​ວ່າ​ພົ້ນ​ໄລ​ຍະ​ໃນ​ການ​ຫັກ​ວົງ​ລ້ຽວ​ຂອງ​ລົດ​ເຮົາ​ຫລື ບໍ່

– ການ​ຖິ້ມ​ຊ່ວງ​ຫ່າງ​ລະຫວ່າງ​ທ້າຍ​ລົດ​ກັບ​ກຳ​ແພງ​ດ້ານ​ຫລັງ ຫລາຍຄັ້ງ​ທີ່​ເຮົາ​ມັກ​ຈະ​ກະໄ​ລ​ຍະ​ບໍ່​ຖືກ​ເນື່ອງ​ຈາກ​ບໍ່​ກ້າ​ຖອຍ ຢ້ານ​ທ້າຍ​ຈະ​ຕຳ​ໂດຍ​ສະເພາະ​ໃນ​ເວລາ​ກາງ​ຄືນ​ລອງ​ໃຊ້​ວິທີ​ແຕະ​ເບກ​ເພື່ອ​ຊ່ວຍ ແລ້ວ​ສັງເກດ​ແສງ​ໄຟ​ທ້າຍ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...