spot_img
Homeຄວາມງາມກະ​ເປົ໋າ​ລະດູ​ຝົນ ເລືອກ​ແບບໃດ​ໃຫ້​ເໝາະ

ກະ​ເປົ໋າ​ລະດູ​ຝົນ ເລືອກ​ແບບໃດ​ໃຫ້​ເໝາະ

Published on

22867
ໄລຍະລະດູຝົນ​ນີ້​ສາຍ​ຝົນ​ໂປຍ​ປາຍ​ລົງ​ມາ​ບໍ່​ເວັ້ນ​ແຕ່​ລະ​ມື້ ເຮັດ​ເອົາ​ເຈົ້າ​ສາວໆຫລາຍ​ຄົນ​ຕ້ອງ​ເຈີ​ກັບ​ສາຍ​ຝົນ​ທີ່​ຕົກລົງ​ມາ​ແບບ​ບໍ່​ທັນ​ໄດ້​ຕັ້ງ​ຕົວ ເຮັດໃຫ້​ເສື້ອ​ຜ້າ​ໜ້າ​ຜົມ ໂດຍ​ສະເພາະ​ກະ​ເປົ໋າ​​ລາ​ຄາ​ແພງ ຕ້ອງ​ປຽກ​​ເພາະ​ນ້ຳ​ຝົນ​ໄປ​ຕາມໆກັນ ທັງ​ນີ້​ສຳລັບ​ໃຜ​ທີ່​ບໍ່​ຢາກ​ເຈີ​ບັນຫາ​ແບບ​ນີ້ໄດ້​ເວລາ​ກຽມ​ຕົວ​ເອງ​ໃຫ້​ພ້ອມ​ສຳລັບ​ລະດູຝົນກັນ​ແລ້ວ​ ຊຶ່ງ​ອັນ​ດັບ​ທຳອິດ​ເລີຍ​ກໍ​ຄື​ການ​ປ່ຽນ​ກະ​ເປົ໋າ​ໃຫ້​ເໝາະ​ສຳລັບ​ລະດູ​ຝົນ​ກັນ​​ກ່ອນ ໂດຍ​ຊ່ວງ​ນີ້​ກະ​ເປົ໋າ​ທີ່​ສາວໆຄວນ​ພົກ​ຕິດ​ຕົວ​ຄວນ​ຈະ​ຕ້ອງ​ເປັນ “ກະ​ເປົ໋າ​ກັນ​ນ້ຳ” ເທົ່າ​ນັ້ນ​ ເພາະ​ກະ​ເປົ໋າ​ກັນ​ນ້ຳ​ຈະ​ຊ່ວຍ​ປົກ​ປ້ອງ​ຂອງ​ສຳຄັນ​ຂອງ​ເຈົ້າ​ບໍ່​ໃຫ້​ປຽກ​ນ້ຳ​ໄດ້​ດີ
ທັງ​ນີ້​ກະ​ເປົ໋າ​ກັນ​ນ້ຳ​ສ່ວນ​ໃຫຍ່​ມັກ​ຈະ​ເປັນ​ກະ​ເປົ໋າ​ທີ່​ເຮັດ​ຈາກ​ພາ​ສສະຕິ​ກ ເພາະ​ຈະ​ເປັນ​ວັດ​ດຸ​ທີ່​ກັນ​ນ້ຳ​ແລະ​ຄວາມ​ຊື້ນ​ໄດ້ ຊຶ່ງ​ປະຈຸບັນ​ນີ້​ກໍ​ມີ​ຫລາຍ​ຮູບ​ແບບ​ສວຍງາມໃຫ້​ສາວໆໄດ້​ເລືອກ​ໃຊ້​ກັນ​ຫລວງຫລາຍ ວ່າ​ແຕ່​ຊ່ວງ​ນີ້​ຈະ​ມີ​ແບບໃດ​ທີ່​ກຳ​ລັງ​ອິນ​ເທນກັນ ມື້​ນີ້​ລາວໂພສມີ​ແຟ​ຊັ່ນ​ມາ​ໃຫ້​ສາວໆ ໄດ້​ເບີ່ງ​ກັນ​

22885

22881 22880

22878 22876

22875 22870

22868 22871

22872 22873

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...