spot_img
Homeຄວາມງາມສາວ​ດາວ​ຊິນ​ໂດ​ມ​ສານ​ຝັນ ເປີດ​ຮ້ານ​ເຄື່ອງ​ປະ​ດັບ​ຈົນ​ປະ​ສົບ​ຄວາມ​ສຳ​ເລັດ

ສາວ​ດາວ​ຊິນ​ໂດ​ມ​ສານ​ຝັນ ເປີດ​ຮ້ານ​ເຄື່ອງ​ປະ​ດັບ​ຈົນ​ປະ​ສົບ​ຄວາມ​ສຳ​ເລັດ

Published on

x1
ເວັບ​ໄຊເມໂທ ຂອງອັງກິດ ເປີດ​ເຜີຍ​ເລື່ອງ​ລາວ​ບັນ​ດານ​ໃຈ​ຂອງ​ຜູ້​ປ່ວຍ​ສາວ​ດາວຊິນ​ໂດ​ມ​ຄົນ​ໜຶ່ງ ທີ່​ເຖິງວ່າ​ຈະ​ເກີດ​ມາ​ພ້ອມ​ພາ​ວະ​ທີ່​ຢູ່ໃນ​ສັງຄົມ​ໄດ້​ຢ່າງ​ຄ່ອນ​ຂ້າງ​ຍາກ ແຕ່​ບໍ່​ເຊື່ອ​ກໍ​ຕ້ອງ​ເຊື່ອ​ວ່າ​ນາງ​ສາມາດ​ສານ​ຝັນ ເປີດ​ຮ້ານ​ເຄື່ອງ​ປະ​ດັບ​ສ້າງ​ລາຍ​ໄດ້​ໄດ້​ຫລາຍກວ່າ​ຄົນ​ປົກກະຕິ​ຫລາຍໆຄົນ​ເສຍ​ອີກ
ລໍ​ລາ ກີນ ຄື​ຊື່​ຂອງ​ສາວ​ດາວ​ຊິນ​ໂດ​ມ ອາຍຸ 28 ປີ ຈາກ​ເມືອງ​ລັນ​ຄອ​ນ ມົນ​ທົນ​ເຊ​ຊຽນ ເຖິງແມ່ນວ່ານາງ​ຈະ​ເກີດ​ມາ​ພ້ອມ​ພາ​ວະ​ດາວ​ຊິນ​ໂດມ ແຕ່​ກໍ​ບໍ່​ຍອມ​ໃຫ້​ພາ​ວະ​ນີ້​ມາ​ເປັນ​ອຸປະສັກ​ຂັດ​ຂວາງ​ການ​ຍ່າງ​ຕາມ​ຝັນ​ຂອງ​ນາງ​ໄດ້ ນາງ​ເລີ່ມ​ເປີດ​ຮ້ານ​ເຄື່ອງ​ປະ​ດັບ​ນ້ອຍ​ໆ ຊື່ Serendipity ເມື່ອ​ປີ 2012 ຂະນະ​ທີ່​ອາ​ຍຸ​ໄດ້ 23 ປີ (ຫລັງ​ຈາກ​ທີ່​ສະໝັກ​ວຽກ​ແລ້ວ​ບໍ່​ມີບ່ອນໃດທີ່​ຢາກ​ຈະ​ຮັບເພາະ​ຂາດ​ຄຸນສົມບັດ) ແລະ​ຕອນ​ນີ້​ທຸລະກິດ​ນາງ​ກໍ​ປະ​ສົບ​ຄວາມ​ສຳ​ເລັດ​ໄປພໍສົມຄວນ

ລໍ​ລາ ​ລົງທືນ​ກັບ ລາ​ເຊນ ເມ​ລາ​ລັງ​ກີ້ ໝູ່​ຊຶ່ງ​ມີ​ພາ​ວະ​ດາວ​ຊິນ​ໂດ​ມ​ຄື​ກັນ ທັງ​ຄູ່​ພະຍາຍາມ​ສ້າງສັນ​ເຄື່ອງ​ປະ​ດັບ​ຫລາກ​ຫລາຍ​ຮູບ​ແບບ ໂດຍ​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ມູນ​ນິ​ທິ​ພ (Prince’s Trust) ເຊັ່ນ​ດຽວ​ກັບ​ຄອບຄົວ​ແລະ​ເພື່ອນ​ຝູງ​ຂອງ​ນາງ​ທີ່​ສະໜັບສະໜູນ​ທຸລະກິດ​ນີ້​ເຕັມ​ທີ່ ແລະ ຕອນ​ນີ້ ຫລັງ​ຈາກ​ເຮັດ​ທຸລະກິດ​ນີ້​ມາຫລສຍປີລໍ​ລາ​ບອກວ່າ​ຕອນ​ນີ້​ນາງ​ມີຄວາມສຸກ​ຫລາຍ​ທີ່​ໄດ້​ເປັນ​ນາຍ​ແລະ​ເປັນ​ລູກ​ຈ້າງ​ຂອງ​ຕົວ​ເອງ

x2

x3

x4

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...