spot_img
Homeຂ່າວຕ່າງປະເທດປັກກິ່ງ ຮຽກຮ້ອງໃຫ້ມຽນມາ ປ່ອຍໂຕຊາວຈີນ ທີ່ຖືກຈັບ ຍ້ອນຕັດໄມ້ຜິດກົດໝາຍ

ປັກກິ່ງ ຮຽກຮ້ອງໃຫ້ມຽນມາ ປ່ອຍໂຕຊາວຈີນ ທີ່ຖືກຈັບ ຍ້ອນຕັດໄມ້ຜິດກົດໝາຍ

Published on

ຢູ່ໃນຖະແຫລງການຂອງ ກະຊວງຕ່າງປະເທດຈີນ ໃນວັນພະຫັດທີ່ຜ່ານມານີ້ ໄດ້ຮຽກຮ້ອງໃຫ້ມຽນມາຈົ່ງປະຕິບັດຕໍ່ປະຊາຊົນຂອງຕົນທີ່ຖືກຕິດຄຸກຢູ່ນັ້ນ “ໃນວິທີທີ່ຖືກຕ້ອງຕາມກົດໝາຍ ມີເຫດຜົນ ແລະ ເໝາະສົມ” ແລະໄດ້ຮຽກຮ້ອງໃຫ້ສົ່ງບັນດາຜູ້ທີ່ຖືກພົບເຫັນວ່າມີຄວາມຜິດທັງໝົດ ໃນການຕັດໄມ້ຜິດກົດໝາຍນັ້ນ ກັບຄືນມາປະເທດຈີນ “ໂດຍໄວເທົ່າທີ່ໄວໄດ້.”
ຊາວຈີນທັງໝົດ 156 ຄົນໄດ້ຖືກຈັບໃນເດືອນມັງກອນ ໃນຖານເຄື່ອນໄຫວຕັດໄມ້ແບບຜິດ ກົດໝາຍ ຢູ່ໃນລັດ Kachin ເລາະລຽບຊາຍແດນມຽນມາຕິດກັບຈີນ.

ໃນວັນພຸດແລ້ວນີ້ ທັງໝົດ ຍົກເວັ້ນແຕ່ສາມຄົນ ຂອງພວກຈຳເລີຍ ໄດ້ຖືກຕັດ ສິນໃຫ້ຈຳຄຸກຕະຫລອດ “ຊີວິດ.” ບັນດາຜູ້ສັງເກດການຢູ່ໃນມຽນມາ ກ່າວວ່າ ພວກນັກໂທດຕາມປົກກະຕິແລ້ວມັກຈະໄດ້ຮັບໂທດຕິດຄຸກ 20 ປີ ໃນຄວາມ ຜິດທຳນອງນີ້.

ຜູ້ພິພາກສາ Myint Swe ໃຫ້ເຫດຜົນວ່າ ການຕັດສິນລົງໂທດທີ່ຍາວນານຜິດປົກກະຕິດັ່ງກ່າວ ເປັນນຶ່ງໃນຈຳນວນການປາບປາມທັບມ້າງໂດຍ ຂອງມຽນມາ ຕໍ່ການຄ້າໄມ້ເຖື່ອນ.

ທ່ານ Myint Sew ກ່າວວ່າ “ກໍລະນີການຕິດຄຸກທີ່ຍາວນານນີ້ໄດ້ຖືກຕັດສິນ ເພາະວ່າເປັນການທຳຮ້າຍຕໍ່ສິ່ງແວດລ້ອມຢ່າງໃຫຍ່ຫລວງ ແລະສ້າງຄວາມເສຍຫາຍໃຫ້ແກ່ປ່າໄມ້ ທີ່ອີງຕາມຈຳນວນຄົນທີ່ພົວພັນແລະການໃຊ້ເຄຶ່ອງຈັກ” ບັນດາເຈົ້າໜ້າທີ່ ໃນເວລາທີ່ມີການຈັບກຸມນັ້ນ ກ່າວວ່າ ເຂົາເຈົ້າໄດ້ຍຶດເອົາລົດແກ່ໄມ້ 436 ຄັນ ລົດກະບະ 14 ຄັນ ທີ່ເຕັມໄປດ້ວຍໄມ້ທີ່ຖືກຕັດ ຢາກະຕຸ້ນ ປະສາດ ຢາຝິ່ນດິບ
ແລະເງິນຈີນ.

ບັນດານັກປົກປ້ອງສິ່ງແວດລ້ອມ ໄດ້ກ່າວຫາມາເປັນເວລາດົນນານແລ້ວວ່າ ທັງມຽນມາ ແລ ະຈີນ ບໍ່ເອົາຫົວຊາຕໍ່ເຄືອຂ່າຍລັກລອບຄ້າຫີນແກ້ວທີ່ລ້ຳລວຍ ຢາເສບຕິດ ແລະ ຊັບພະຍາກອນຫລາຍໆຢ່າງ ທີ່ໃກ້ຈະສູນພັນ ຢູ່ເລາະຕາມຊາຍແດນຂອງເຂົາເຈົ້າ.

ທ່ານ Julian Newman ຫົວໜ້າປຸກລະດົມອົງການສືບລັບສະພາບແວດລ້ອມ ທີ່ບໍ່ຫວັງຜົນກຳໄລ ທີ່ມີສຳນັກງານຢູ່ອັງກິດ ກ່າວວ່າ:
“ຄວາມຈິງແລ້ວ ພວກເຮົາຍິນດີຕ້ອນຮັບການບັງຄັບກົດໝາຍ. ແລະພວກເຮົາຄິດວ່າການຕັດສິນລົງໂທດທັງໝົດນີ້ ເກີນຂອບເຂດ ແລະຄວາມຈິງກໍຄືວ່າສ່ວນໃຫຍ່ຂອງພວກທີ່ຖືກຈັບ ເປັນພຽງຜູ້ມີບົດບາດຈຳນວນນ້ອຍໆເທົ່ານັ້ນ.”

ທ່ານ Newman ກ່າວວ່າ ການຕົກລົງດ້ານທຸລະກິດກັບຈີນ ກ່ຽວກັບການຕັດໄມ້ຜິດກົດໝາຍນັ້ນ ແມ່ນມີຂຶ້ນໃນລະດັບທີ່ສູງຫຼາຍ ອາດຈະເປັນໃນບັນດາກຸ່ມຊົນເຜົ່າ ຫລືພວກທະຫານ ຢູ່ໃນມຽນມາ. “ເພາະສະນັ້ນ ຢ່າງໜ້ອຍກໍໄດ້ເລີ້ມລຸກຂື້ນຕິດຕາມເສັ້ນສາຍຂອງບັນດາຄົນ ທີ່ເປັນຜູ້ອອກຫົວຄິດເລື້ອງກິດຈະການຕັດໄມ້ທີ່ຜິດກົດໝາຍແທນທີ່ຈະແມ່ນຄົນທີ່ຢູ່ລຸ່ມສຸດຂອງເສັ້ນສາຍ ບັນຫາຈະດຳເນີນຢູ່ຕໍ່ໄປ ເພາະວ່າຢູ່ເລື້ອຍໆ ຄົນຜູ້ທີ່ເປັນພວກຕັດໄມ້ ຫລືຄົນຂັບລົດແກ່ໄມ້ ເປັນຜູ້ໄດ້ຮັບເຄາະ.”

ທ່ານ Maung Zarni ນັກເຄື່ອນໄຫວມຽນມາພັດຖິ່ນ ກ່າວວ່າ ການລົງໂທດໜັກປາກົດວ່າເປັນການຕອບໂຕ້ຕໍ່ການທີ່ຈີນ ປູຜ້າພົມແດງຕ້ອນຮັບທ່ານນາງ Aung San Suu Kyi ທີ່ຢ້ຽມຢາມຈີນຫວ່າງມໍ່ໆມານີ້.

ທ່ານ Zarni ກ່່າວວ່າ “ລັດຖະບານທະຫານມຽນມາບໍ່ເຄີຍຍົກມືຂຶ້ນ ຕ້ານພວກພໍ່ຄ້າຈີນ ຜິດກົດໝາຍ ຫລືບໍ່ກໍ່ຕາມ. ແລະ ເພາະສະນັ້ນ ນີ້ເປັນການຕອບໂຕ້ ທາງດ້ານການເມືອງ ທີ່ບັນດາຜູ້ນຳທະຫານມຽນມາ ເປັນທີ່ຮູ້ຈັກກັນດີ ໃນການກະທຳ.”

ນັກເຄື່ອນທ່ານນີ້ໄຫວທຳນາຍວ່າ ມຽນມາ ໃນທີ່ສຸດກໍຈະກົ້ມຫົວໃຫ້ແກ່ການກົດດັນຂອງຈີນ ແລະພວກທີ່ຖືກຕິດຄຸກກໍຈະຖືກປ່ອຍໂຕໃນໄວໆນີ້ ແລະຖືກສົ່ງກັບບ້ານໄປຈີນ.

86FF8441-3F87-48FE-BBE9-0F0121D0E174_w640_r1_s_cx0_cy8_cw0

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...