spot_img
Homeຂ່າວເຫດການກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງຈໍາປາສັກ ປິດລົງດ້ວຍຜົນສໍາເລັດຈົບງາມ

ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງຈໍາປາສັກ ປິດລົງດ້ວຍຜົນສໍາເລັດຈົບງາມ

Published on

meeting

ກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງຈໍາປາສັກ, ໄດ້ປິດລົງ ດ້ວຍຜົນສໍາເລັດຈົບງາມໃນວັນທີ 24 ກໍລະກົດຜ່ານມານີ້, ພາຍຫລັງດໍາເນີນ ມາເປັນເວລາ 3 ວັນໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ.

ກອງປະຊຸມໃຫຍ່ຄັ້ງນີ້, ຄະນະຜູ້ແທນໄດ້ເປັນເອກະພາບຮັບຮອງເອົາບັນດາເນື້ອໃນ ຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາ ພາລວມຂອງຄະນະບໍລິຫານງານພັກແຂວງຊຸດທີ VII, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ
ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ໃນ 5 ປີ ຜ່ານມາ, ພ້ອມນີ້ກອງປະຊຸມຍັງເປັນເອກະພາບຮັບຮອງເອົາວິໄສທັດຮອດປີ 2030,ແຜນຍຸດທະສາດ10 ປີຮອດປີ 2025 ແລະ ຄາດໝາຍສູ້ຊົນໃນ 5 ປີ 2016-2020 ຈາກນັ້ນ, ກອງປະຊຸມໄດ້ພ້ອມກັນໃຊ້ສິດປະ ຊາທິປະໄຕປ່ອນບັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ຈໍານວນ 35 ສະຫາຍ, ຍິງ 3 ສະຫາຍຈາກ ຜູ້ຮັບສະໜັກເລືອກຕັ້ງ 41 ສະຫາຍບົນພື້ນຖານຖືກຕ້ອງສອດຄ່ອງກັບມາດ ຖານເງື່ອນໄຂທີ່ກໍານົດໄວ້, ໂດຍໄດ້ເປັນເອກະພາບເລືອກເອົາສະຫາຍ ດຣ.ບຸນຖອງ ດີວິໄຊເປັນເລຂາຄະນະບໍລິຫານງານພັກ ແຂວງ, ສະຫາຍ ສົມສະໜິດ ບຸດຕິວົງ ເປັນຮອງເລຂາ, ສະຫາຍ ເມກສະຫວັນ ພົມພິທັກ ເປັນຮອງ ເລຂາ, ສະຫາຍ ນີພອນ ວຽງປະເສີດ ເປັນຮອງເລຂາ ແລະ ສະຫາຍ ໜູຈັນ ຈັນທະພົງ ເປັນປະທານ ກວດກາ, ສະຫາຍ ຄໍາໃບ ເພັດມີໄຊ ເປັນຮອງປະທານກວດກາ, ສະຫາຍ ແສງວິໄລພອນ ແກ້ວປະເສີດ ເປັນຮອງປະທານກວດກາ, ສະຫາຍ ບຸນທ່ຽງ ຈັນທະວີລາດ ເປັນຮອງປະທານກວດກາ.

ໃນໂອກາດດັ່ງກ່າວສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ​ຊີ້ນໍາ, ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ຕໍ່ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກແຂວງຊຸດເກົ່າທີ່ໄດ້ຊີ້ນໍາ-ນໍາພາພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າປະຕິບັດໜ້າທີ່ການເມືອງຂອງຕົນຈົນສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ, ພ້ອມທັງສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ, ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ ປັບປຸງ, ແກ້ໄຂໃກ້ດີຂຶ້ນເທື່ອລະກ້າວ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...