Homeຂ່າວພາຍ​ໃນເມືອງຫາດຊາຍຟອງ 100 ກວ່າຫຼັງຄາເຮືອນ ຖືກເສຍຫາຍຍ້ອນລົມພະຍຸ

ເມືອງຫາດຊາຍຟອງ 100 ກວ່າຫຼັງຄາເຮືອນ ຖືກເສຍຫາຍຍ້ອນລົມພະຍຸ

Published on

ເມືອງຫາດຊາຍຟອງ 100 ກວ່າຫຼັງຄາເຮືອນ ຖືກເສຍຫາຍຍ້ອນລົມພະຍຸ

 

ທ່ານ ສາຍທອງ ແກ້ງ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ລົງ​ກວດກາ​ຊີ້​ນຳ ພ້ອມ​ກັບ​ໃຫ້​ກຳລັງ​ໃຈ​ປະຊາຊົນ​ບ້ານ​ໜອງ​ພົງ ເມືອງ​ຫາດ​ຊາຍ​ຟອງ ທີ່​ຖືກ​ຜົນ​ກະທົບ​ຈາກ​ພະຍຸ​ລົມ​ແຮງ​ພັດ​ໃສ່ ຈົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ 100 ກວ່​​າ​ຫຼັງຄາ​ເຮືອນ ແຕ່​ໂຊກ​ດີ​ບໍ່​ມີ​ໃຜ​ໄດ້​ຮັບ​ບາດເຈັບ ຫຼື ເສຍ​ຊີວິດ​ໃນ​ເຫດການ​ຄັ້ງ​ນີ້ ໃນ​ວັນ​ທີ 6 ພຶດສະພາ 2013 ທີ່​ວັດ​ບ້ານ ດັ່ງກ່າວ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານ ຈັນທະ​ລາ ອິນ​ທະລັງ​ສີ ເຈົ້າເມືອງ​ຫາດ​ຊາຍ​ຟອງ ທ່ານ ແກ່ນ ວໍລະ​ສານ ຮອງ​ເຈົ້າເມືອງ​ຫາດ​ຊາຍ​ຟອງ ພ້ອມ​ດ້ວຍ​ອຳນາດ​ການ​ປົກຄອງ​ບ້ານ​ດັ່ງກ່າວ.

ໂອກາດ​ນີ້ ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ກ່າວ​ສະແດງ​ຄວາມ​ເສຍ​ໃຈ​ກັບ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ​ລົມ​ແຮງ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ພາຍ​ໃນ​ບ້ານ​ມີ​ສະຕິ​ລະວັງ​ຕົວ ຕິດຕາມ​ການ​ລາຍ​ງານ​ສະພາບ​ດິນ​ຟ້າ​ອາກາດ​ຕາມ​ວິທະຍຸ ໂທລະພາບ​ຢູ່​ຕະຫຼອດ​ເວລາ ໂດຍ​ສະເພາະ ຕ້ອງ​ກະກຽມ​ເຄື່ອງມື​ເຕືອນ​ໄພ​ສຸກ​ເສີນ​ເຊັ່ນ: ກຽມ​ເຄື່ອງມື​ໂທລະ​ໂຄ່ງ​ພາຍ​ໃນ​ບ້ານ ປຸກລະດົມ​ປະຊາຊົນ​ພາຍ​ໃນ​ບ້ານ​ໃຫ້​ມີ​ສະຕິ​ຕະຫຼອດ​ເວລາ ນອກຈາກ​ນີ້ ກໍ​ຂໍ​ຮຽກຮ້ອງ​ມາ​ຍັງ​ບ້ານ ໃຫ້​ພ້ອມ​ກັນ​ປູກ​ຕົ້ນໄມ້​ທີ່​ສາມາດ​ປ້ອງ​ກັນ​ລົມ​ພະຍຸ​ໄດ້​ອ້ອມ​ພາຍ​ໃນ​ບ້ານ ເພື່ອ​ໃຫ້​ເປັນ​ກຳແພງ​ປ້ອງ​ກັນ​ລົມ ເນື່ອງ​ຈາກ​ບ້ານ​ດັ່ງກ່າວ​ເປັນ​ບ້ານ​ທີ່​ມີ​ທີ່​ຕັ້ງ​ຢູ່​ກາງ​ທົ່ງ​ນາ​ນັ້ນ​ເອງ.

ສຳລັບ​ບ້ານ​ໜອງ​ພົງ ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ​ລົມ​ແຮງ ເມື່ອ​ວັນ​ທີ 28 ເມສາ 2013 ຜ່ານ​ມາ ຈຳນວນ 119 ຫຼັງຄາ​ເຮືອນ (ຈາກ​ທັງ​ໝົດ 512 ຫຼັງ ມີ 513 ຄອບຄົວ 2.419 ຄົນ) ໃນ​ນັ້ນ​ມີ​ບ້ານ​ເຮືອນ​ປະຊາຊົນ ໂຮງຮຽນ ແລະ ວັດ​ວາ​ອາ​ຮາມ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ລວມ​ມູນ​ຄ່າ​ເບື້ອງ​ຕົ້ນ​ປະມານ 172 ລ້ານ​ກ່າວ​ກີບ ແນວໃດ​ກໍ​ຕາມ ທາງ​ອຳນາດ​ການ​ປົກຄອງ​ເມືອງ​ຫາດ​ຊາຍ​ຟອງ ກຳລັງ​ຂຸ້ນຂ້ຽວ​ປຸກລະດົມ​ມວນ​ຊົນ​ພາຍ​ໃນ​ເມືອງ ເພື່ອ​ໃຫ້ການ​ຊ່ວຍເຫຼືອ​ປະຊາຊົນ​ບ້ານ​ດັ່ງກ່າວ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...