spot_img
Homeຄວາມງາມ15 ໄອເດຍ DIY ຂອງແຕ່ງເຮືອນສຸດໂກ້ ເອົາໃຈຄົນຮັກສະໄຕວິນເທດ

15 ໄອເດຍ DIY ຂອງແຕ່ງເຮືອນສຸດໂກ້ ເອົາໃຈຄົນຮັກສະໄຕວິນເທດ

Published on

page_4

ຢາກ​ແຕ່ງ​ເຮືອນ​ງາມ​ສະ​ໄຕ​ວິນ​ເທດກໍ​ບໍ່​ຕ້ອງ​ໄປ​ຫາ​ຊື້​ຂອງ​ເກົ່າ​ລາ​ຄາ​ແພງໆເພາະ​ເຮົາ​ມີ​ໄອ​ເດຍDIYຂອງ​ເກົ່າ​ໃນ​ເຮືອນ​ງ່າຍໆແບບ​ຖືກ​ໃຈ​ຄົນ​ຮັກ​ວິນ​ເທດ​ມາ​ຝາກ
ການ​ຕົກ​ແຕ່ງ​ດ້ວຍ​ສະ​ໄຕ​ວິນ​ເທດ​ຫລື​ຍ້ອນ​ຍຸກ​ນັ້ນເບິ່ງ​ງາມ​ຄາດ​ສິກ​ມີສະໄຕ​ຫລາຍ​ຖ້າ​ແບບ​ນັ້ນ​ເຮົາ​ມາ​ເຮັດ​ຂອງ​ໃຊ້​ໃນ​ເຮືອນ​ໃຫ້​ເບິ່ງ​ວິນ​ເທດ​ກັນ​ດີກວ່າບໍ່​ວ່າ​ຈະ​ດ້ວຍ​ຈາກ​ຂອງ​ເກົ່າ​ບໍ່​ໄດ້​ໃຊ້ຫລື​ໃຊ້​ບ່ອນ​ນ້ອຍ​ໆເຮັດໃຫ້​ຂອງ​ທຳມະດາ​ເບິ່ງ​ງາມ​ວິນ​ເທດ​ຄື​ຂອງ​ເກົ່າດ້ວຍ 15 ໄອ​ເດຍ DIY ດັ່ງ​ຕໍ່ໄປ​ນີ້ທີ່​ຮັບຮອງ​ວ່າ​ເຮັດ​ໄດ້​ບໍ່​ຍາກແຕ່​ງາມ​ຈົນ​ເກືອບ​ລືມ​ຫາຍໃຈ

1

1.ປ່ຽນ​ກວຍ​ກອກ​ນ້ຳ​ໃຫ້ເປັນ​ເຊີງ​ທຽນ​ແບບ​ມີດ​ໄຕຄວາມ​ງາມ​ງ່າຍໆໃນ​ລາ​ຄາ​ປະ​ຢັດ

2

2.ເຮັດ​ບ່ອນວາ​ງສະ​ບູ່​ຈາກ​ຖ້ວຍ​ຊາ​ທີ່​ແຕ​ກເວລາ​ຈັບ​ສະ​ບູ​ເທື່ອ​ໃດ​ກໍ​ຮູ້ສຶກ​ພູູມໃຈ​ທຸກເທື່ອ

3

3.ກະ​ຕ່າ​ວິນ​ເທດ​ໜ່ວຍ​ເກົ່ານຳ​ມາ​ແຂວນໄວ້​ໃຊ້​ເປັນ​ບ່ອນ​ເກັບ​ຂອງເບິ່ງ​ງາມ​ຄາດ​ສິກ​ກວ່າ​ຕູ້​ລາ​ຄາ​ແພງໆ

4
4.ປ່ຽນ​ພາ​ຊະນະ​ໜ່ວຍ​ເກົ່າ​ໃຫ້ເປັນ​ໂຄມ​ໄຟ​ສຸດ​ໂກ້​ແລະ​ປະ​ຢັດເງິນ​ໄປ​ໃນ​ໂຕ

5

 

5.ກະ​ເປົ໋າ​ເດີນທາງ​ລຸ້ນ​ພໍ່​ມີ​ດີກວ່າ​​ເກັບ​ຂອງ​ໄວ້​ກ້ອງ​ຕຽງດ້ວຍ​ການ​ນຳ​ມາ​ເປັນ​ຕູ້​ໂກ້ໆຕິດ​ຝາ​ໄປ​ເລີຍ

6

6.ຫລື​ຖ້າ​ມີ​ຫລາຍ​ໜ່ວຍກໍ​ປ່ຽນ​ໃຫ້ເປັນ​ໂຕະ​ວາງ​ໂຄມ​ໄຟ​ຂ້າງ​ຕຽງ​ດ້ວຍ​ການ​ລຽງ​ຊ້ອນ​ກັນແລ້​ວວາງ​ທັບ​ດ້ວຍ​ກອບ​ຮູບ​ອັນ​ເກົ່າ​ໄດ້​ເລີຍ

7

7.ລັງ​ໄມ້​ເກົ່າ​ກໍ​ນຳ​ມາ​ເປັນ​ສະ​ຕູນ​ໄວ້​ນັ່ງ​ຫລິ້ນ​ໄດ້ແຖມ​ເກັບ​ເຄື່ອງໄວ້​ຂ້າງ​ກ້ອງ​ເພື່ອ​ເຮືອນ​ເປັນ​ລະບຽບ​ໄດ້​ນໍາອີກ

8

8.ກະ​ແຈ​ເກົ່າ​ບໍ່​ໄດ້​ໃຊ້​ແລ້ວ​ນຳ​ມາ​ບິດ​ຂາ​ໃຫ້​ງໍກາຍ​ເປັນ​ບ່ອນແຂວນ​ເຄືີ່ອງ​ງົດງາມ ມີສະໄຕ

9

9.ຖ້ວຍ​ຊາ​ງາມ​ໜ່ວຍເກົ່າ​ເອົາ​ມາ​ຫລໍ່​ທຽນ​ໃສ່​ລົງ​ໄປເວລາ​ຈະ​ຍົກ​ໄປ​ໃຊ້​ບ່ອນໃດກໍ​ພຽງແຕ່​ຈັບ​ຫູ​ຈອກ​ສະບາຍ​ບໍ່​ຮ້ອນ​ມື

10
10.ແນວຂູດ​ຊີດ​ຖ້າ​ມີ​ຫລາຍ​ອັນກໍ​ສະລະ​ອັນ​ເກົ່າ​ມາ​ຈັບ​ຫງາຍກໍ​ກາຍ​ເປັນ​ບ່ອນໃສ່​ອຸປະກອນ​ເຮັດ​ຄົວ

11

11.ບ່ອນຈັບ​ເປີດ​ຕູ້​ເກົ່າ​ນຳ​ມາ​ໄຂ​ເຂົ້າ​ກັບ​ຝາ​ຂວດ​ໂຫລໄວ້​ໃສ່​ຂອງ​ໃຊ້​ໃນ​ຫ້ອງ​ນ້ຳ​ແບບ​ໂກ້​ສຸດໆ

12

12.ສະ​ປິງ​ເບາະ​ທີ່​ໃຊ້​ບໍ່​ໄດ້​ແລ້ວເອົາ​ມາ​ໃຊ້​ເປັນ​ບ່ອນ​ວາງ​ໂຖ​ຈັດ​ສວນ​ໃຫ້​ງາມ​ແປກ​ຕາ​ໃນ​ລາ​ຄາ​ປະ​ຢັດ

13

13.ເຮັດ​ຊັ້ນ​ວາງ​ຂອງ​ແບບ​ບໍ່​ຄື​ໃຜແຕ່​ມີ​ລັງ​ໄມ້​ກັບ​ທາ​ທະ​ບຽນ​ລົດ​ເກົ່າກໍ​ບໍ່​ຕ້ອງ​ຊື້​ຫຍັງ​ເພີ່ມ​ແລ້ວ

14

14.ເຮັດ​ໂຕະ​ວາງ​ເຄື່ອງ​ແບບ​ມີສະ​ໄຕພຽງ​ທາ​ສີ​ລິ້ນ​ເກືອບ​ເກົ່າ​ກັບ​ຕື່ມ​ຂາ​ເຂົ້າໄປ​ເທົ່າ​ນັ້ນ​ເອງ

15

15.ບັນ​ໄດ​ໄມ້​ເກົ່າ​ຈົນ​ປີນ​ບໍ່​ໄດ້ພຽງແຕ່ນຳ​ແຜ່ນ​ໄມ້​ມາ​ວາງ​ພາດ​ກໍ​ກາຍ​ເປັນ​ບ່ອນວາງ​ເຄື່ອງທີ່ງົດງາມແລ້ວ

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...