spot_img
Homeຂ່າວເຫດການ ທາບທາມກົດໝາຍ​ວ່າ​ດ້ວຍ​ສະພາ​ປະຊາຊົນ​ທ້ອງ​ຖິ່ນ

ທາບທາມກົດໝາຍ​ວ່າ​ດ້ວຍ​ສະພາ​ປະຊາຊົນ​ທ້ອງ​ຖິ່ນ

Published on

Ounkeo+houb+Sa+pha+pa+sa+son+thong+thin

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 17 ກໍລະກົດ​ນີ້, ຢູ່​ສະພາ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ ​ທ່ານດຣ. ອຸ່ນ​ແກ້ວວຸທິລາດຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ອະນຸ​ກຳມະການ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະພາ​ປະຊາຊົນ​ທ້ອງ​ຖິ່ນ​ ​ໄດ້​ນຳ​ເອົາ​ຮ່າງ​ກົດໝາຍ​ດັ່ງກ່າວສະ​ເໜີ​ຕໍ່​ກອງ​ປະຊຸມ ​ເພື່ອ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ດັ່ງກ່າວ ​ເພື່ອ​ຈະ​ນຳ​ເຂົ້າ​ພິຈາລະນາ​ ​ແລະຮັບ​ຮອງ​ເອົາ​ໃນ​ທ້າຍ​ປີ​ນີ້ວ່າ: ລັດຖະທຳ​ມະນູນສະບັບ​ປີ 2003, ​ເຊິ່ງ​ເປັນ​ກົດໝາຍ​ພື້ນຖານ​ໃນ​ລະບົບ​ກົດໝາຍ​ແຫ່ງລັດສປປລາວ ​ໄດ້​ຮັບ​ການປັບປຸງ​ໃຫ້​ສອດຄ່ອງ​ກັບ​ການ​ຜັນ​ຂະຫຍາຍ ​ແລະການຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ, ຈິດ​ໃຈ, ມະຕິກ​ອງປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ແລະສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ ​ແລະການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ, ​ເຊິ່ງ​ມັນ​ຈະ​ເຮັດ​ໃຫ້​ກົງຈັກ​ການ​ປົກຄອງ​ທ້ອງ​ຖິ່ນມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ, ຊຸກຍູ້​ການ​ພັດທະນາ​ຂັ້ນທ້ອງ​ຖິ່ນ, ຮາກ​ຖານ​ໃຫ້​ຂະຫຍາຍຕົວ​ຖືກຕ້ອງ​ຕາ​ມ​ເງື່ອນ​ໄຂ ​ແລະທ່າ​ແຮງ​ຕົວ​ຈິງ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລັດ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມຕາມ​ກົນ​ໄກ​ຕະຫລາດ ​ແລະກາ​ນ​ເຊື່ອມ​ໂຍງ​ສາກົນຕິດ​ພັນ​ກັບ​ການ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ເຊັ່ນ: ການ​ສໍ້​ລາດ​ບັງ​ຫລວງ, ການ​ສວຍ​ໃຊ້​ໜ້າ​ທີ່​ການ​ງານ​ໄປ​ໃນ​ທາງ​ທີ່​ບໍ່ຖືກຕ້ອງ, ຢາ​ເສບ​ຕິດ ​ແລະການລະ​ເມີດ​ກົດໝາຍ ​ແລະລະບຽບການ​ອື່ນໆ​ ທີ່​ນຳ​ເອົາ​ຄວາມ​ເສຍ​ຫາຍ​ມາ​ໃຫ້​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຢູ່​ທ້ອງ​ຖິ່ນ.

​ສຳລັບ​ກົດໝາຍດັ່ງກ່າວປະກອບ​ມີ 57 ມາດຕາ, XII ໝວດ ​ແລະ ​ພາຍຫລັງ​ກົດໝາຍ​ດັ່ງກ່າວ ​ໄດ້​ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້ຈະ​ເຮັດ​ໃຫ້​ປະຊາຊົນ​ຢູ່​ທ້ອງ​ຖິ່ນ​ມີ​ຊີວິດ​ດີ​ຂຶ້ນຂະ​ບວນການ​ຜະລິດ​ເປັນ​ສິນຄ້າ, ການ​ລົບ​ລ້າງ​ຄວາມທຸກ​ຍາກ ​ແລະຂະ​ບວນການ​ເຮັດ​ທົດ​ລອງ 3 ສ້າງຈະ​ຂະຫຍາຍຕົວ​ໄວ​ຂຶ້ນ ​ແລະ ​ໄດ້​ຮັບປະ​ໂຫຍ​ດ ຫລາຍ​ກວ່າ​ເກົ່າ ຍ້ອນ​ການ​ປົກຄອງ​ທ້ອງ​ຖິ່ນ​ກໍ​​ຕິດ​ແທດ​ກັບ​ປະຊາຊົນ​ຫລາຍ​ຂຶ້ນ, ​ເຮັດ​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ຕິດຕາມ​ກວດ​ກາ​ການບໍລິຫານ​ຂອງ​ອົງການ​ລັດ​ທ້ອງ​ຖິ່ນ​ຫລາຍ​ຂຶ້ນ​ນຳ​ອີກ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...