ຂປລ. ເກີດເຫດນໍ້າຖ້ວມກະທັນຫັນຢູ່ຫລາຍບ້ານໃນ 3 ແຂວງພາກກາງ ແລະ ໃຕ້ ພາຍຫລັງຝົນຕົກໜັກເປັນເວລາ 3 ວັນ ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານໃນວັນທີ 20 ກໍລະກົດ 2015 ນີ້ວ່າ: ຝົນຍັງຈະສືບຕໍ່ຕົກແຮງອີກ 2 ວັນລະຫວ່າງວັນທີ 21-22 ກໍລະກົດ 2015 ຢູ່ແຂວງພາກເໜືອ, ກາງ ແລະ ໃຕ້ ສະນັ້ນຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ທະຫານ, ຕໍາຫລວດ ແລະ ທຸກຊັ້ນຄົນຕ້ອງເພີ່ມຄວາມລະມັດລະວັງ ແລະ ມີສະຕິໂດຍສະເພາະຜູ້ອາໃສຢູ່ໃກ້ແມ່ນໍ້າ, ໃກ້ຮ່ອມພູ, ບ່ອນມີຄວາມສ່ຽງ ແລະ ເດີນທາງໄປທ່ອງທ່ຽວໃນເຂດຕ່າງໆຄວນກວດກາ ຫລື ຕິດຕາມສະພາບອາກາດຢ່າງໃກ້ຊິດ.
ຝົນຈະຕົກແຮງໃນໄລຍະ 2 ວັນຕໍ່ໜ້າປະກອບມີບັນດາແຂວງລຸ່ມນີ້: ຊຽງຂວາງ, ຫລວງນໍ້າທາ, ຫລວງພະບາງ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ແຂວງຈໍາປາສັກ.
ຫລ້າສຸດແຫລ່ງຂ່າວຈາກ 3 ແຂວງໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 19-20 ກໍລະກົດນີ້ໄດ້ເກີດເຫດນໍ້າໄຫລຖ້ວມເນື້ອທີ່ນາ, ເສັ້ນທາງ ແລະ ບ້ານຂອງປະຊາຊົນຢູ່ເມືອງທ່າແຂກ ແຂວງຄໍາມ່ວນໂດຍສະເພາະຢູ່ເຂດຖໍ້ານາແອ່ນ ເຊິ່ງໄດ້ເຮັດໃຫ້ປະຊາຊົນເດີນທາງໄປມາລໍາບາກ, ໃນມື້ດຽວກັນນີ້ ນ້ຳຍັງໄຫລຖ້ວມເສັ້ນທາງ ແລະ ທີ່ຢູ່ອາໃສຂອງປະຊາຊົນຢູ່ເຂດບ້ານໜອງກະແດ້ງ ເມືອງວິລະບູລີ ແຂວງສະຫວັນນະເຂດ ສົ່ງຜົນກະທົບເຮັດໃຫ້ປະຊາຊົນເດີນທາງໄປມາບໍ່ໄດ້ຊົ່ວຄາວ ພ້ອມນີ້ຍັງເກີດມີນໍ້າຖ້ວມຢູ່ເຂດເມືອງຕຸ້ມລານ ແຂວງສາລະວັນ. ຂ່າວ: ເກີດຂວັນໃຈ