Homeຂ່າວພາຍ​ໃນວິທະຍຸຊາວໜຸ່ມ ອອກອາກາດຢ່າງເປັນທາງການແລ້ວ

ວິທະຍຸຊາວໜຸ່ມ ອອກອາກາດຢ່າງເປັນທາງການແລ້ວ

Published on

image003

ພິທີເປີດສະຖານີວິທະຍຸຊາວໜຸ່ມ​ລາວສິນ​ໄຊ​ຍຸກໃໝ່ທີ່ຕັ້ງຢູ່ບ້ານ ໂພນທັນ ເມືອງສີສັດຕະນາກນະຄອນຫລວງວຽງຈັນ ໄດ້ມີຂຶ້ນໃນ ວັນທີ 17 ກໍລະກົດຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ດຣ ວິ​ໄລ​ວົງ ບຸດ​ດາ​ຄຳ ​ເລຂາ​ຄະ ນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ພ້ອມ​ດ້ວຍ​ພະນັກງານກ່ຽວຂ້ອງ​ເຂົ້າຮ່ວມເປັນຈໍາ ນວນຫລາຍ.

ສະຖານີວິທະຍຸດັ່ງກ່າວປະກອບມີຫ້ອງ​ຈັດ​ລາຍການ​ສົດ, ຫ້ອງ​ອັດ​ລາຍການ, ຫ້ອງ​ບໍລິຫານ ​ແລະ ​ຕາ​ຂ່າຍ​ສົ່ງສັນຍານ​ໃນ​ລະບົບ​ FM 90.0 ​ເມ​ກາ​ເຮີ​ດ ແລະ ເສົາອັງແຕນສົ່ງສັນຍານມີຄວາມສູງ 27 ​ແມັດ.​ ປັດຈຸບັນ​ມີ​ລາຍ ການ​ທີ່​ອອກ​ອາກາດ​ໃນ​ສະຖານີ​
ດັ່ງກ່າວ 16 ລາຍການ, ​ເຊິ່ງ​ແຕ່​ລະລາຍ​ການ​ໄດ້​ນຳ​ສະ​ເໜີ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ, ການ​ຈັດ​ກິດຈະກຳ​ຕ່າງໆ​ຂອງ​ອົງການ​ຈັດຕັ້ງຊາວ​ໜຸ່ມລວມ​ເຖິງ​ການ​ປະກອບ ສ່ວນ​ຂອງ​ຊາວ​ໜຸ່ມ​ລາວໃນ​ຂະ​ບວນການ​ຕ່າງໆ, ເປັນບ່ອນສຶກສາອົບຮົມການເມືອງແນວຄິດ, ເປັນບ່ອນປຸກລະດົມຊຸກຍູ້ຂະບວນການຊາວໜຸ່ມ-ເຍົາວະຊົນ, ເປັນບ່ອນສະໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້, ສາລະບັນເທີງທັງເປັນເວທີສົ່ງເສີມຄວາມຮູ້, ຄວາມສາມາດ, ຫົວຄິດປະດິດສ້າງ ແລະ ພອນສະຫວັນຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ.

ຂອບໃຈຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...