Homeຂ່າວຕ່າງປະເທດທ່ານ ສີຈິ້ນຜິງ ອອກກົດ ປັບພຶດຕິກຳລັດຖະກອນຂັ້ນສູງ

ທ່ານ ສີຈິ້ນຜິງ ອອກກົດ ປັບພຶດຕິກຳລັດຖະກອນຂັ້ນສູງ

Published on

ກົດເຫລັກ 11 ຂໍ້ຂອງປະທານປະເທດຈີນ ສີຈິ້ນຜິງເພື່ອປາບປາມພຶດຕິກໍາສໍ້ລາດບັງຫລວງ, ການໃຊ້ຈ່າຍທີ່ຟູມເຟືອຍເກີນໂຕ ແລະ ກົນໂກງທຸກໆຮູບແບບ ເຊິ່ງຂໍ້ຫ້າມທັງໝົດນີ້ໄດ້ຮັບຄວາມເຫັນດີເຫັນພ້ອມຈາກຄະນະກໍາມະການກົມການເມືອງຢ່າງເອກະພາບ.

1. ຫ້າມຂຶ້ນປ້າຍ, ປູພົມແດງ ຫລື ມອບຊໍ່ດອນໄມ້ແກ່ກຸ່ມຄົນໃນຄະນະລັດຖະບານ, ພະນັກງານ ແລະ ນາຍ ແລະ ທະຫານລະດັບສູງບໍ່ວ່າຈະໃນໂອກາດໃດ,

2. ຫ້າມໃຊ້ຈ່າຍເງິນຫລວງຢ່າງຟູມເຟືອຍໂດຍສະເພາະໃນລະຫວ່າງໄປກວດກາ ແລະ ເຮັດວຽກທາງລັດຖະການ ບໍ່ຕ້ອງພັກໂຮງແຮມຫລູຫລາເກີນໂຕ,

3.ຫ້າມຈັດງານລ້ຽງດ້ວຍອາຫານທີ່ແພງ ຫລື ສັ່ງອາຫານຈົນລົ້ນໂຕະ ເຖິງແມ່ນວ່າຈະເຄີຍປະຕິບັດຈົນກາຍປະເພນີກໍຕາມ,

4. ຫ້າມມີເຄື່ອງດື່ມສິ່ງມືນເມົາໃນທຸກໆງານລ້ຽງ,

5. ຫ້າມຄົນໃນຄະນະລັດຖະບານ, ພະນັກງານ, ນັກງານເມືອງ ແລະ ທະຫານລະດັບສູງໃຊ້ໄຟສັນຍາເພື່ອຂໍທາງເອື້ອຍອໍານວຍສະດວກໃຫ້ແກ່ຕົນ,

6.ໃຫ້ເຈົ້າໜ້າທີ່, ພະນັກງານ ແລະ ນາຍທະຫານ-ຕໍາຫລວດລະດັບສູງທຸກໆຄົນອົບຮົມບົ່ມສອນພັນລະຍາ ແລະ ລູກໃຫ້ປະຕິບັດເປັນແບບຢ່າງໃນການຮັບໃຊ້ລັດຖະການດ້ວຍຈົ່ງຮັກພັກດີ, ບໍ່ຂີ້ລັກ, ບໍ່ສໍ້ໂກງທັງໃນໜ້າບ້ານ, ໃນເຮືອນ ແລະ ຫລັງບ້ານ,

7.ທຸກໆຄົນທີ່ກິນເງິນເດືອນລັດຕ້ອງໃຊ້ຊຸດລັດຖະການຕັດໃຫ້,

8. ຫ້າມເຈົ້າໜ້າທີ່, ພະນັກງານ ແລະ ພົນທະຫານ-ຕໍາຫລວດລະດັບສູງເດີນທາງໄປຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ,

ສໍາລັບ 3 ຂໍ້ທີ່ເຫລືອນີ້ສຸດທ້າຍຕໍ່ໄປນີ້ໃຊ້ກັບຊົນຊັ້ນສູງໃນສູນກາງອໍານາດໄດ້ແກ່:
9. ໃຊ້ເວລາຫາຫລັກຖານພິສູດວ່າລົດຫລູຫລາລາຄາແພງກັບໂມງຢູ່ແຂນຫຍີ່ຫໍ້ໂດ່ງດັງທີ່ໃສ່ຢູ່ມືຂອງທ່ານໄດ້ມາຈາກໃສ່? ເພາະເຫດໃດ?,

10. ບັນຊີເງິນຝາກໃນຕ່າງປະເທດໃຫ້ເອົາກັບມາຝາກໃນປະເທດ ແລະ

11. ລູກຫລານທີ່ຮຽນຢູ່ຕ່າງປະເທດຕ້ອງກັບມາຮຽນໃນປະເທດໃຫ້ໝົດ

11222127_1468606140122802_1861011549510624209_n 11707438_1468605923456157_6264418204149208058_n

 

ຂອບໃຈຂ່າວຈາກ: ຂ່າວສານປະເທດລາວ https://www.facebook.com/pathedlao.lao?fref=ts

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...